ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ພຶດສະພາ ໒໐໒໓

ອະດີດ ທີ່ປຶກສາ ດ້ານຄວາມປອດໄພ ຂອງ ທ່ານທຣຳ ອາດລະເມີດກົດໝາຍ ສະຫະລັດ


ອະດີດທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ຂອງທຳນຽບຂາວ ທ່ານ Michael Flynn ເດີນທາງຮອດ ທຳນຽບຂາວ. ນະຄອນຫຼວງ ວໍຊິງຕັນ. 13 ກຸມພາ, 2017.

ອະດີດທີ່​ປຶກສາ ດ້ານຄວາມປອດໄພແຫ່ງຊາດຂອງປະທານາທິບໍດີ ດໍໂນລ ທຣຳ ປາກົດ ວ່າໄດ້ລ່ວງລະເມີດກົດໝາຍລັດຖະບານກາງ ໂດຍບໍ່ໄດ້ເປີດເຜີຍ​ ເງິນທີ່ທ່ານໄດ້ຮັບຈາກ ລັດຖະບານຕ່າງປະເທດຢ່າງຖືກ ຕ້ອງ ​ໃນການພົວພັນກັບສາທາລະນະ. ຫົວໜ້າຂອງ
ຄະນະກຳມະການ ຄວບ​ຄຸມ​ຂອງສະພາຕໍ່າ ສະຫະລັດ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນ
ອັງຄານວານນີ້.

ການສະແດງຄວາມຄິດເຫັນທີ່ສອດຄ່ອງກັນອັນຫາໄດ້ຍາກ ຂອງສອງພັກການເມືອງ
ໃຫຍ່ຢູ່ລັດຖະສະພາ ໄດ້ມີຂຶ້ນຫຼັງຈາກທຳນຽບຂາວໄດ້ປະຕິເສດ ຕໍ່ຄວາມຮຽກຮ້ອງຂອງ
ຄະນະກຳມະການຢາກໄດ້ເອກະສານຕ່າງໆ ທີ່ກ່ຽວຂ້ອງກັບການພົວພັນກັບຄົນຕ່າງປະ
ເທດຂອງນາຍພົນ Michael Flynn.

ປະທານຄະນະກຳມະການຄວບຄຸມ ​ຂອງສະພາຕໍ່າ ທ່ານ Jason Chaffetz ສະມາ
ຊິກພັກຣີພັບບລີກັນຈາກລັດ Utah ໄດ້ກ່າວວ່າ “ໃນຖານະອະດີດເຈົ້າໜ້າທີ່ກອງທັບ,
ທ່ານບໍ່ສາມາດຮັບເອົາເງິນຈາກ ຣັດເຊຍ, ເທີກີ ຫຼື ໃຜກໍຕາມ ໄດ້ຢ່າງງ່າຍດາຍ, ແລະ
ມັນໄດ້ປາກົດໃຫ້ເຫັນວ່າທ່ານໄດ້ຮັບເອົາເງິນພວກນັ້ນ.”

ທຳນຽບຂາວ ໄດ້ໂຕ້ຕອບ ໃນວັນອັງຄານວານນີ້ ໂດຍກ່າວວ່າ ພວກເຂົາເຈົ້າ “ບໍ່ຮູ້” ວ່າ
ອະດີດທີ່​ປຶກສາ​ດ້ານຄວາມປອດໄພແຫ່ງຊາດທ່ານ Flynn ໄດ້ລະເມີດກົດໝາຍໃນລະ
ຫວ່າງ ເວລາທີ່​ມີການຕິດຕໍ່ ແລະ ເອົາຮັບເງິນຈາກລັດຖະບານຕ່າງປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG