ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາ ສະຫະລັດ ປະເຊີນໜ້າກັບເສັ້ນຕາຍ ເລື່ອງ ງົບປະມານ ແລະການຕົກລົງເລື່ອງຄົນເຂົ້າເມືອງ


ປະທານຄະນະ​ກຳມະການ​ຕຸລາການ​ ຂອງ​ສະພາ​ຕ່ຳ ທ່ານ ​ໂຣ​ເບີຣດ ກູດ​​ເລັຕຕ (Robert Goodlatte) ສັງກັດພັກຣີພາ
ບລີກັນ-ຈາກລັດ ເວີຈີເນຍ, ຊ້າຍ, ກ່າວຕໍ່ຈາາກ ທ່ານຣາອູ ລາບຣາດໍ (Raul Labrador), R-Idaho, and Rep. Michael McCaul, R-Texas, Jan. 10, 2018, ຢູ່ທີ່ Capitol Hill in Washington.
ປະທານຄະນະ​ກຳມະການ​ຕຸລາການ​ ຂອງ​ສະພາ​ຕ່ຳ ທ່ານ ​ໂຣ​ເບີຣດ ກູດ​​ເລັຕຕ (Robert Goodlatte) ສັງກັດພັກຣີພາ ບລີກັນ-ຈາກລັດ ເວີຈີເນຍ, ຊ້າຍ, ກ່າວຕໍ່ຈາາກ ທ່ານຣາອູ ລາບຣາດໍ (Raul Labrador), R-Idaho, and Rep. Michael McCaul, R-Texas, Jan. 10, 2018, ຢູ່ທີ່ Capitol Hill in Washington.

​ສະມາຊິກລັດຖະສະພາ ​ແມ່ນບໍ່​ມີ​ເວລາ ​ທີ່​ຈະ​ຕົກລົງ​ກ່ຽວກັບ​ແຜນການ​ທີ່​ຈະອະນຸມັດ
ການໃຊ້ຈ່າຍ​ສຳລັບ​ລັດຖະບານ​ແລະ​ບັນລຸການຕົກລົງ​ເລື່ອງ​ຄົນ​ເຂົ້າ​ເມືອງ​ຂອງ​ທັງ
ສອງ​ພັກ.

ການຕໍ່ສູ້​ກັນເລື່ອງງົບປະມານອາດ​ນຳ​ໄປ​ສູ່​ການ​ປິດລັດຖະບານ​ ​ໃນ​ສັບປະດາ​ໜ້າ​ນີ້
​ແລະ​ສະມາຊິກ​ພັກ​ເດ​ໂມແຄຣັດ ຢາກໃຫ້ການຕົກລົງກັນກ່ຽວກັບການໃຊ້ຈ່າຍໃດ​ໆ
ກໍ​ຕາມ ​ໃຫ້ ຮວມທັງຮ່າງກົດໝາຍແກ້ໄຂ ບັນຫາພວກຄົນເຂົ້າເມືອງ​ໜຸ່ມ​ນ້ອຍ​ຫຼາຍ
​ກວ່າ 800 ພັນ​ຄົນທີ່​ຖືກນຳ​ເຂົ້າມາໃນສະຫະລັດ​ແບບ​ຜິດ​ກົດໝາຍ​ ໃນຕອນ​ທີ່​ພວກ​
ເຂົາ​ເຈົ້າ​ຍັງເປັນເດັກນ້ອຍທີ່​ໄດ້ຮັບການ​ປົກ​ປ້ອງ​ຄຸ້ມ​ຄອງ​ຈາກການຖືກ​ເນລະ​ເທດ
ໂຄງການ​ດາກາ (DACA) ຮວມຢູ່ນຳ.

​ໃນ​ວັນ​ພຸດ​ວານ​ນີ້ ສະມາຊິກ​ພັກຣີພັບ​ບລີ​ກັນ​ຈາກ​ສະພາ​ຕ່ຳ​ໄດ້​ນຳ​ສະ​ເໜີ​ຮ່າງກົດໝາຍ
ທີ່​ຈະ​ກຳນົດຂອບເຂດການປະຕິຮູບລະບົບ​ຄົນ​ເຂົ້າ​ເມືອງໃນຂອບເຂດ​ທີ່​ກວ້າງຂວາງ
ທີ່​ຮວມທັງການ​ຕໍ່​ອາຍຸຖານະໃນທຸກໆ 3 ປີ ​ຂອງ​ພວກ​ທີ່ຢູ່​ພາຍ​ໃຕ້​ໂຄງການ​ດາ​ກາ ​
ແຕ່​ກໍ​ບໍ່​ໄດ້​ມີ​ຊ່ອງ​ທາງ​ທີ່​ຈະ​ກ້າວ​ໄປ​ສູ່ການ​ມີ​ສິດ​ຢູ່ໃນສະຫະລັດ​ຢ່າງ​ຖາວອນ​ໄດ້.

ປະທານຄະນະກຳມະການຕຸລາການ ຂອງສະພາຕ່ຳ ທ່ານ ໂຣເບີຣດ ກູດເລັຕຕ, ສັງກັດພັກຣີພາບລີກັນ-ຈາກລັດ ເວີຈີເນຍ ກ່າວໃນລັດຖະສະພາກ່າວ, ວໍຊີງຕັນ,19 ວໍຊີງຕັນ 2015.
ປະທານຄະນະກຳມະການຕຸລາການ ຂອງສະພາຕ່ຳ ທ່ານ ໂຣເບີຣດ ກູດເລັຕຕ, ສັງກັດພັກຣີພາບລີກັນ-ຈາກລັດ ເວີຈີເນຍ ກ່າວໃນລັດຖະສະພາກ່າວ, ວໍຊີງຕັນ,19 ວໍຊີງຕັນ 2015.

ຮ່າງ​ກົດໝາຍນີ້ ​ໄດ້​ນຳ​ສະເໜີໂດຍ ​ປະທານຄະນະ​ກຳມະການ​ຕຸລາການ​ ຂອງ​ສະພາ​ຕ່ຳ
ທ່ານ ​ໂຣ​ເບີຣດ ກູດເລັຕຕ (Robert Goodlatte) ​ແມ່ນ​ຈະ​ຍັງ​ກີດ​ກັນ​ພວກ​ພີ່ນ້ອງ​ຂອງ​
ພວກເຂົາ​ເຈົ້າ​ດັ່ງກ່າວ ບໍ່​ໃຫ້​ເຂົ້າ​ມາ​ຍັງ​ສະຫະລັດ ໂດຍບັງຄັບ​ໃຫ້​ບໍລິສັດ​ນຳ​ໃຊ້​ລະບົບ
​ອີ​ເລັກໂທ​ນິກ ​ເຂົ້າ​ໃນ​ການ​ບົ່ງ​ຊີ້​ເຖິງ​ສະ​ຖານະຂອງ​ພວກ​ພະນັກງານ, ຫຼຸດ​ຈຳນວນ​ພວກ
​ເຂົ້າ​ເມືອງ​ທັງ​ໝົດ ​ແລະ​ອອກບັດ​ຂຽວ​ໃຫ້​ພວກ​ພະນັກງານ​ທີ່​ມີ​ຝີ​ມື.

“ຮ່າງ​ກົດໝາຍ​ທີ່​ພວກ​ເຮົາ​ນຳ​ສະ​ເໜີ​ນີ້ ​ແມ່ນ​ແຂັ້ມ​ແຂງ ​ແລະ​ກໍ​ທ່ຽງ​ທຳ​ດີ ມັນ​ເຂັ້ມ​ແຂງ
​ຍ້ອນ​ວ່າ​ມັນ​ເອົາ​ການ​ແທ້​ໆ​ຕໍ່​ການ​ເພີ່ມ​ມາດ​ຕະການ​ຕໍ່​ກົດໝາຍ​ຄົນ​ເຂົ້າ​ເມືອງ ​ແລະ ​
ເຮັດ​ໃຫ້​ເປັນ​ການ​ຍາກ​ທີ່​ຈະ​ເຂົ້າ​ມາ​ຍັງ​ປະ​ເທດ​ແບບ​ຜິດ​ກົດໝາຍ ​ແລະ​ອາ​ໄສ​ຢູ່​ທີ່​ນີ້,”

ຊຶ່ງ​ນັ້ນ ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ ​ໂຣລ ລາ​ບຣາດໍ Raul Labrador ນຶ່ງ​ໃນ​ສະມາຊິກ​ທີ່​ໃຫ້
ການ​ອຸບປະຖຳ​ຮ່າງ​ກົດໝາຍດັ່ງກ່າວ​ນີ້.

ຖະ​ແຫຼ​ງການ​ຂອງ​ທຳນຽບຂາວ ​ໄດ້​ລະບຸ​ວ່າ ປະທາ​ນາ​ທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ໌
ທຣຳ ແມ່ນ “ດີ​ໃຈ” ຕໍ່​ການນຳສະເໜີ​ຮ່າງ​ກົດໝາຍ​ດັ່ງກ່າວ ​ແລະ​ນັ້ນ​ຈະ​ເປັນ​ການ​ບັນລຸ​
ໃນ ​“ຈຸດ​ຫຼັກ ທີ່​ເປັນ​ບູລິມມະ​ສິດຂອງ​ທ່ານ ​ເພື່ອ​ຊາວ​ອາ​ເມຣິກັນ​ທັງ​ມວນ.” ການ​ຊັ່ງຊາ
​ທີ່​ວ່າ​ນີ້ ​ແມ່ນ​ຈະອະນຸຍາດ​ໃຫ້​ມີ​ການ​ສ້າງ​ກຳ​ແພງ​ຕາມ​ຊາຍ​ແດນ​ສະຫະລັດ ກັບ​ເມັກ​ຊິ​ໂກ
ນັ້ນ​ແມ່ນສິ່ງ​ທີ່ທ່ານ​ທຣຳ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ໃນ​ວັນ​ພຸດ​ວານ​ນີ້ ນັ້ນ​ແມ່ນ​ມີ​ຄວາມ​
ຈຳ​ເປັນ​ຕໍ່​ແຜນການ ຂອງຄົນ​ເຂົ້າ​ເມືອງໃດໆ​.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ກຸ່ມນ້ອຍກຸ່ມນຶ່ງກີດກັນຖະໜົນຫົນທາງ ຮຽກຮ້ອງໃຫ້ເອົາບາດກ້າວ ຂອງລັດຖະບານ ຕໍ່ໂຄງການ(DACA) ໃນແຊນ ດີເອໂກ, ຄາລີຟໍເນຍ, 4 ທັນວາ 2017.
ກຸ່ມນ້ອຍກຸ່ມນຶ່ງກີດກັນຖະໜົນຫົນທາງ ຮຽກຮ້ອງໃຫ້ເອົາບາດກ້າວ ຂອງລັດຖະບານ ຕໍ່ໂຄງການ(DACA) ໃນແຊນ ດີເອໂກ, ຄາລີຟໍເນຍ, 4 ທັນວາ 2017.

XS
SM
MD
LG