ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ມິຖຸນາ ໒໐໒໓

ສະພາສູງ ຈະສະເໜີ ຮ່າງກົດໝາຍ ເຮັດເຄື່ອງແບບ ກິລາໂອລິມປິກ ຢູ່ໃນ ສຫລ


ຜະລິດຕະພັນ ທີ່ອອກແບບໂດຍ Ralph Lauren ສະແດງໃຫ້ ເຫັນ ບັນດານັກກິລາ ສະຫະລັດອາເມຣິກາ ທີຂັດແຍ້ງ ໃນການນຸ່ງ ເຄື່ອງແບບທີ່ເປັນຜະລິດຕະພັນຂອງ ຈີນ ຊຶ່ງນັກກິລາຈະນຸ່ງຢູ່ໃນ ພິທີເປີດການແຂ່ງຂັນກິລາ Olympics ທີ່ກຸງລອນດອນ.

ສະມາຊິກສະພາ​ສູງ 6 ທ່ານຂອງ​ພັກເດ​ໂມ​ແກ​ຣດ ກ່າວ​ວ່າ ພວກ​ທ່ານ​ຈະ​ພາກັນ​ສະ​ເໜີ​
ຮ່າງ​ກົດໝາຍໃນ​ອາທິດ​ໜ້າ ​ເພື່ອ​ບັງຄັບໃຫ້​ເຄື່ອງ​ແບບຢ່າງ​ເປັນທາງ​ການ ທີ່​ນຸ່ງໂດຍ​ນັກ​
ກິລາ​ໂອ​ລິ​ມປິກອາ​ເມຣິກັນ ຕ້ອງ​ເປັນຜະລິດ​ຕະພັນທີ່​ເຮັດຢູ່​ໃນສະຫະລັດ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ມີ​ຂຶ້ນ​ຫລັງຈາກ​ມີ​ລາຍ​ງານ​ຂ່າວ ​ແຈ້ງ​ໃຫ້​ຊາບ​ວ່າ ມີ​ກາ​ຂຽນ​ວ່າ
“ຜະລິດ​ຢູ່​ໃນ​ປະ​ເທ​ດຈີນ” ​ຕິດໃສ່ກັບ​ເຄື່ອງ​ແບບ​ທີ່​ມີສີ​ແດງ ສີຂາວ ​ແລະສີຟ້າ ອັນ​ເປັນ​ເຄື່ອງ​
ໝາຍ​ຂອງ​ຄວາມ​ຮັກ​ຊາດ ທີ່​ຈະ​ນຸ່ງ​ໂດ​ຍພວກນັກ​ກິລາ ອາ​ເມຣິກັນ ​ໃນ​ການ​ເຂົ້າ​ແຂ່ງຂັນ​ກິລາ
​ໂອ​ລິ​ມປິກທີ່ກຸງ​ລອນ​ດອນ ​ໃນ​ທ້າຍ​ເດືອນ ນີ້.

ຜູ້ນຳ​ສຽງ​ສ່ວນ​ຫຼາຍ​ໃນ​ສະພາສູງ​ສັງ​ກັດ​ພັກ​ເດ​ໂມ​ແຄຣັທ ທ່ານ Harry Reid ກ່າວ​ວ່າກາ​ນ
ຕັດສິນ​ໃຈສົ່ງເຄື່ອງ​ແບບໄປຜະລິດ​ຢູ່​ນອກ​ປະ​ເທດທີ່​ວ່າ​ນີ້ ​ແມ່ນ “ຜິດພາດ​ທີ່​ສຸດ” ​ໃນ​ຂະນະ​ທີ່
ພວກ​ຄົນງານອຸສາ​ຫະກໍາແຜ່ນ​ແພຂອງສະຫະລັດ “ພາກັນ​ດີ້ນລົນ​ຊອກ​ຫາ​ວຽກການເຮັດ.”

ຄະນະ​ກໍາມະກາ ກິລາ​ໂອ​ລິ​ມປິກຂອງສະຫະລັດ ກ່າວໃນ​ຕອນ​ແລງ​ວັນ​ສຸກນີ້ ວ່າ ມັນ​ຊ້າ​ເກີນ
ໄປ​ທີ່​ຈະ​ປ່ຽນ​ເຄື່ອງ​ແບບສຳ​ຫຼັບ​ປີ​ນີ້ ​ແຕ່​ວ່າ​ເຄື່ອງ​ແບບ​ສໍາຫຼັບ ການແຂ່ງຂັນກິລາ​ໂອ​ລິ​ມປິກ​
ລະດູ​ໜາວ ​ປີ 2014 ຢູ່​ທີ່​ປະ​ເທດຣັດ​ເຊຍ​ນັ້ນຈະ​ຜະລິດ​ຢູ່​ໃນອາ​ເມຣິກາ. ​

XS
SM
MD
LG