ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ໄດ້ກ່າວປ້ອງກັນ ການສະເໜີຕັດງົບປະມານ ຂອງປະທານາທິບໍດີ ດໍໂນລ ທຣຳ ຕໍ່ການປະຕິບັດງານ ທາງດ້ານການທູດ ແລະການຊ່ວຍເຫຼືອຕ່າງປະເທດ ທີ່ຖືກຕ້ອງຕິຢ່າງແຮງ ທັງຈາກສະມາຊິກສະພາ ທີ່ສັງກັດພັກຣີພັບບລີກັນ ແລະພັກເດໂມແຄຣັດ ໃນການຮັບຟັງຄຳໃຫ້ການເມື່ອວັນພຸດທີ່ຜ່ານມານີ້. ປະທານຄະນະກຳມະການຄວາມສຳ ພັນກັບຕ່າງປະເທດ ຂອງສະພາຕ່ຳ ທ່ານເອລລີອັອດ ແອນໂຈ ກ່າວຕໍ່ ທ່ານພອມພຽວວ່າ ຮ່າງງົບປະມານ ຂອງປະທານາທິບໍດີ ແມ່ນ “ຕາຍໂລດ” ເວລາໃດທີ່ຕົກໄປເຖິງສະພາ. Cindy Saine ນັກຂ່າວດ້ານການທູດຂອງອີໂອເອ ມີລາຍງານກ່ຽວກັບເລື້ອງນີ້ເພີ້ມຕື່ມ ຈາກກະຊວງຕ່າງປະເທດ ຊຶ່ງໄພສານຈະນຳ ເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ມີການສະເໜີໃຫ້ຕັດການຊ່ວຍເຫຼືອຕ່າງປະເທດຂອງສະຫະລັດ 11 ຕື້ໂດລາແລະກະຊວງການຕ່າງປະເທດ ໄດ້ເປັນຈຸດເພັ່ງເລັງທີ່ສຳຄັນ ໃນການຮັບຟັງຄຳໃຫ້ການຂອງສະພາຕ່ຳ ເມື່ອວັນພຸດຜ່ານມານີ້. ການສະເໜີງົບປະມານຂອງປະທານາທິບໍດີ ສຳລັບປີ 2020 ຈະຕັດເງິນສຳລັບການຕັ້ງຖິ່ນຖານໃໝ່ຂອງພວກອົບພະຍົບ ການຊ່ວຍເຫຼືອໃນດ້ານສາທາລະນະສຸກຕໍ່ປະເທດຕ່າງໆ ແລະໂຄງການອື່ນໆອີກ. ທັງປະທານຄະນະກຳມະການຄວາມສຳພັນກັບຕ່າງປະເທດຂອງສະພາຕ່ຳ ທີ່ສັງກັດພັກເດໂມແຄຣັດແລະສະມາຊິກຄົນສຳຄັນສຸດຂອງພັກຣີພັບບລີກັນໃນ ຄະນະກຳມະການ ຕ່າງກໍບໍ່ເຫັນພ້ອມກັບການຕັດເງິນດັ່ງກ່າວ ດັ່ງນັ້ນມັນອາດຈະບໍ່ໄດ້ຮັບການອະນຸມັດຈາກສະພາກໍເປັນໄດ້. ສະມາຊິກສະພາເອລລີອັອດ ແອນໂຈ ທີ່ສັງກັດພັກເດໂມແຄຣັດ ກ່າວວ່າ:
“ງົບປະມານນີ້ ໃນຄວາມຄິດຂອງຂ້າພະເຈົ້າແລ້ວ ໃຫ້ສັນຍານຕໍ່ໂລກວ່າ ນະໂຍບາຍ ການຕ່າງປະເທດຂອງທ່ານທຣຳ ກໍຄືການບໍ່ຢາກມີສ່ວນພົວພັນ. ການ ຖອນກັບຄືນຈາກເຂດຕ່າງໆ ທີ່ການນຳພາຂອງອາເມຣິກັນ ແມ່ນມີຄວາມຕ້ອງການເປັນທີ່ສຸດນັ້ນ ແລະພວກເຮົາຮູ້ດີວ່າ ປະເທດອື່ນໆທີ່ບໍ່ຍົກສູງຄຸນຄ່າແບບດຽວກັນກັບພວກເຮົາ ເຊັ່ນຈີນ ອີຣ່ານ ແລະຣັດເຊຍ. ປະເທດເຫຼົ່ານີ້ແມ່ນດີໃຈທີ່ຈະເຂົ້າໄປເຕີມເຕັມຊ່ອງຫວ່າງດັ່ງກ່າວ.”
ສ່ວນທ່ານໄມເກີລ ແມັກຄອລ ທີ່ສັງກັດພັກຣີພັບບລີກັນ ກ່າວກ່ຽວກັບເລື້ອງນີ້ວ່າ:
“ແນວໃດກໍຕາມ ຂ້າພະເຈົ້າແມ່ນເຫັນພ້ອມກັບທ່ານປະທານ. ຂ້າພະເຈົ້າເຊື່ອວ່າ ການຕັດບາງຢ່າງ ແມ່ນກໍໃຫ້ເກີດຜົນທີ່ຕິດຕາມມາແບບບໍ່ໄດ້ຕັ້ງໃຈ ທີ່ຈະສ້າງຄວາມເສຍຫາຍໃຫ້ພວກເຮົາຕື່ມ ໃນໄລຍະຍາວ. ໂດຍສະເພາະແລ້ວ ນີ້ແມ່ນເປັນຄວາມຈິງ ຕໍ່ການຕັດ ທີ່ມີຄວາມສຳຄັນທາງດ້ານມະນຸດສະທຳແລະໂຄງການຊ່ວຍເຫຼືອໃນດ້ານການພັດທະນາຕ່າງໆ ທີ່ຊຸກຍູ້ປະຊາທິປະໄຕ ສະໜັບສະໜຸນການເຕີບໂຕຂອງເສດຖະກິດແລະສະໜອງຊັບຍາກອນເພື່ອຊ່ວຍຊີວິດ ໃນການເສີມຂະຫຍາຍສະຖຽນລະພາບ ໃນເຂດຕ່າງໆທີ່ຕົກຢູ່ໃນຄວາມສ່ຽງຈາກແນວຄິດລັດທິກໍ່ການຮ້າຍແລະພວກຫົວຮຸນແຮງຈັດ.”
ລັດຖະມົນຕີການຕ່າງປະເທດໄມຄ໌ ພອມພຽວ ກ່າວວ່າ ທ່ານຮູ້ດີ ໃນເລື້ອງໄພຂົ່ມຂູ່ ຈາກຈີນ ແລະຣັດເຊຍ ແຕ່ກໍກ່າວວ່າ ລັດຖະບານຕ້ອງໄດ້ຮູ້ສຶກເຖິງພາລະ “ແບກຫາບ” ຂອງຜູ້ເສຍພາສີອາເມຣິກັນ.
ທ່ານພອມພຽວ ກ່າວວ່າ “ພວກເຮົາຈະເຮັດໃຫ້ເປັນທີ່ແນ່ໃຈວ່າ ຈີນ ແລະຣັດເຊຍບໍ່ສາມາດໄດ້ປຽບດ້ານຍຸດທະສາດ ໃນຍຸກການຟື້ນຟູການແຂ່ງຂັນກັນຄືນໃໝ່ຂອງປະເທດມະຫາອຳນາດ. ພວກເຮົາຈະສືບຕໍ່ ສ້າງຄວາມກ້າວໜ້າໄປສູ່ການປົດອາວຸດນິວເຄລຍຂັ້ນສຸດທ້າຍ ທີ່ສາມາດພິສູດໄດ້ຂອງເກົາຫຼີເໜືອແລະພວກເຮົາຈະສະໜັບສະໜຸນປະຊາຊົນເວເນຊູເອລາ ໃນຂະນະທີ່ພວກເຂົາເຈົ້າກຳລັງເຮັດວຽກໄປສູ່ການຟື້ນຟູປະຊາທິປະໄຕຂອງພວກເຂົາເຈົ້າຢ່າງສັນຕິ.”
ທ່ານພອມພຽວກ່າວວ່າ ຂໍ້ສະເໜີງົບປະມານດັ່ງກ່າວ ແມ່ນໄດ້ຮ້ອງຂໍສິດອຳນາດໃໝ່ເພື່ອສະໜັບສະໜຸນການຫັນປ່ຽນໄປສູ່ປະຊາທິປະໄຕໃນເວເນຊູເອລາ ຮວມທັງບັນຊີການຊ່ວຍເຫຼືອຕ່າງປະເທດ ຫຼາຍເຖິງ 500 ລ້ານໂດລາ.