ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ຮຽກ​ຮ້ອງ​ໃຫ້ເປິດ​ເຜີຍ ລ​າຍ​ງານຂອງທ່ານ ມອ​ລ​ເລີ ທັງ​ໝົດ


ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ຈາກ​ລັດ​ຄາ​ລ​ີ​ຟໍ​ເນຍ ພ້ອມ​ດ້ວຍ​ສະ​ມາ​ຊິກ​ສະ​ພາ​ສູງ​ສຽງ​ສ່ວນນ​້ອຍ ທ່ານ​ຈັກ ຊູເມີ​ຣ ຈາກ​ລັດ ນິວຢອກ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ວັນ​ທີ 25 ມັງ​ກອນ 2019.
ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ຈາກ​ລັດ​ຄາ​ລ​ີ​ຟໍ​ເນຍ ພ້ອມ​ດ້ວຍ​ສະ​ມາ​ຊິກ​ສະ​ພາ​ສູງ​ສຽງ​ສ່ວນນ​້ອຍ ທ່ານ​ຈັກ ຊູເມີ​ຣ ຈາກ​ລັດ ນິວຢອກ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ວັນ​ທີ 25 ມັງ​ກອນ 2019.

ໄອ​ຍະ​ການ​ພິ​ເສດ​ສະ​ຫະ​ລັດ ທ່ານ​ໂຣ​ເບີດ ມອລ​ເລີ ໄດ້​ເສັດ​ສິ້ນ​ລາຍ​ງານ​ທີ່​ລໍ​ຖ້າ​ມາ​ເປັນ
​ເວ​ລາ​ນານ​ໃນ​ການ​ສືບ​ສວນ​ຂອງ​ທ່ານ ກ່ຽວ​ກັບ ​ບົດ​ບາດ​ຂອງ​ ຣັດ​ເຊຍ​ໃນ​ການ​ເລືອກ
​ຕັ້ງ​ປ​ະ​ທາ​ນາ​ທິ​ບໍ​ດີ​ ປີ 2016 ແລະ​ ການ​ກະ​ທຳ​ຜິ​ດທີ່​ເປັນ​ໄປ​ໄດ້​ ໂດຍ ປະ​ທາ​ນາ​ທິ​ບໍ​ດີ
​ ດໍ​ໂນ​ລ ທ​ຣຳ ໄດ້​ກໍ່​ໃຫ້ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ ຮຽກ​ຮ້ອງ ໃຫ້​ເປີດ​ເຜີຍລາຍ​ງານດັ່ງ​ກ່າວ.

ທ່ານ​ ມອລ​ເລີ​ ໄດ້​ສົ່ງ​ລາຍ​ງານ​ໃຫ້​ແກ່​ກະ​ຊວງ​ຍຸ​ຕິ​ທຳ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ເຊິ່ງນຳ​ພາ​
ໂດຍ​ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ທ່ານ​ ວິ​ລ​ລຽມ ບາ​ ຜູ້​ທີ່​ປັດ​ຈຸ​ບັນ​ນີ້​ກຳ​ລັງ​ທົບ​ທວນ​ເບິ່ງ ກ່ອນ​
ການຕັດ​ສິນ​ໃຈວ່າຈະ​ມີ​ສິ່ງ​ໃດ ​ທີ່​ຈະ​ເປີດ​ເຜິຍ​ໃຫ້ແກ່​ສາ​ທາ​ລະ​ນະ.

ຜົນ​ຂອງ​ລາຍ​ງານ​ຍັງ​ເປັນ​ຄວາມ​ລັບ ແຕ່​ວ່າ​ກະ​ຂວງ​ຍຸ​ຕິ​ທຳ​ໄດ້​ຢືນ​ຢັນ​ວ່າ ບໍ່​ຮ່ວມ​ມີ​
ການ​ກ່າວ​ຫາໃໝ່​ໃດໆ.

ທ່ານ​ ບາ​ ເຈົ້າ​ໜ້າ​ທີ່ບັງ​ຄັບ​ໃຊ້​ກົດ​ໝາຍ​ລະ​ດັບສູງໄດ້​ກ່າວ​ວ່າ ທ່ານ​ສາ​ມາດ ບອ​ກ​ໃຫ້
​ສະ​ພາ​ຮູ້​ໄດ້​ໃນ​ວັນ​ທ້າຍ​ສັບ​ປ​ະ​ດາ​ນີ້ ກ່ຽວ​ກັບ ​ການ​ພົບ​ເຫັນຢູ່​ໃນ​ລາຍ​ງານ ທີ່​ຮວມ​ທັງ​
ການ​ສືບ​ສວນ​ເປັນ​ເວ​ລານານເກືອບ​ສອງ​ປີ​ຂອງ​ທ່ານ​ ມອລ​ເລີ.

​ບໍ່ເປັນ​ທີ່​ແຈ້ງ​ຂາວ​ວ່າ ລາຍ​ງານ​ຈະຖືກ​ມອບ​ໃຫ້ແກ່​ລັດ​ຖະ​ສະ​ພາຫາຍ​ປານ​ໃດ ຫຼື​ວ່າ​
ມັນ​ຈະ​ຖືກ​ເປີດ​ເຜີຍ​ຕໍ່​ສາ​ທາ​ລະ​ນະຫຼືບໍ່.

After Months of Anticipation, Mueller Probe Concludes
please wait

No media source currently available

0:00 0:03:20 0:00

ສະ​ມາ​ຊິກ​ສະ​ພາ​ຕ່ຳ​ລະ​ດັບ​ສູງຂອງ​ພັກ​ເດ​ໂມ​ແຄ​ຣັດ ກ່າວ​ວ່າ​ມີ​ຄວ​າມ “ຈຳ​ເປັນ​ທີ​ສຸດ”
ທີ່​ຈະ​ເປີດ​ເຜີຍລາຍງານ​ດັ່ງ​ກ່າວ​ນັ້ນຢ່າງ​ເຕັມ​ທີ່​ ຕໍ່​ສາ​ທາ​ລະ​ນະ. ປະ ​ທາ​ນ​ສະ​ພາ​ຕ່ຳ
ທ່ານ​ນາງ ​ແນນ​ຊີ ເພ​ໂລ​ຊີ ແລະ​ ສະ​ມາ​ຊິກ​ສະ​ພາ​ສູງ ທ່າ​ນ​ຈັກ ຊູ​ເມີ​ ກ່າວ​ຢູ່​ໃນ​ຖະ
​ແຫຼງ​ກາ​ນ​ຮ່ວມ​ວ່າ “ປະ​ຊາ​ຊົນ​ ອາ​ເມ​ຣິ​ກັນ ​ມີ​ສິດ​ທີ່​ຈະຮູ້​ຄວາມ​ຈິງ.”

ພວກ​ເພິ່ນ​ຍັງ​ກ່າວ​ວ່າ ທ່ານ ​ບາ​ ຕ້ອງ​ບໍ່ບອກ ປະ​ທາ​ນາ​ທິ​ບໍ​ດີ​ ທ​ຣຳ​ ລ່ວງ​ໜ້າ ກ່ຽວ​ກັບ
​ການ​ພົບ​ເຫັນ ຫຼື ​ຫລັກ​ຖານ​ໃດໆ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG