ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​ສະ​ພາ ຮຽກ​ຮ້ອງ ໃຫ້​ເປີດ​ເຜີຍ ລາຍ​ງານ ການ​ສືບ​ສວນ ກ່ຽວ​ກັບຣັດ​ເຊຍ ໂດຍ​ເຕັມ


ທ່ານ​ວິ​ລ​ລຽມ ບາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ສ​ຫລ ໃຫ້​ການ ຕໍ່​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ຂອງ​ສະ​ພາ​ສ​ູງ ເມື່ອ​ວັນ​ທີ 15 ມັງ​ກອນ 2019.
ທ່ານ​ວິ​ລ​ລຽມ ບາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ສ​ຫລ ໃຫ້​ການ ຕໍ່​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ຂອງ​ສະ​ພາ​ສ​ູງ ເມື່ອ​ວັນ​ທີ 15 ມັງ​ກອນ 2019.

ໄອ​ຍະ​ການ​ພິ​ເສດ ໂຣ​ເບີດ ມັ​ລ​ເລີ ໄດ້​ເສັດ​ສິ້ນ​ລາຍ​ງານ​ທີ່​ມີ​ການ​ຄອງ​ຄອຍ​ຖ້າ​ມາ​ເປັນ​ເວ​ລາ​ດົນ​ນານໃນ​ການ​ສືບ​ສວນ​ກ່ຽວ​ກັບ​ການ​ແຊກ​ແຊງ​ຂອງ​ຣັດ​ເຊຍ​ເຂົ້າໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2016 ແລະ​ການ​ກະ​ທຳ​ຜິດ​ທີ່​ອາດ​ເປັນ​ໄປໄດ້​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຊຶ່ງ​ໄດ້​ຮັບ​ການ​ຮຽກ​ຮ້ອງ​ຈາກ​ບັນ​ດາ​ສະມາ​ຊິກ​ສະ​ພາ​ເພື່ອ​ໃຫ້​ເປີດ​ເຜີຍ​ລາຍ​ງານ​ດັ່ງ​ກ່າວ.

ທ່ານ​ມັ​ລ​ເລີ ໃນ​ວັນ​ສຸກວານນີ້ໄດ້​ມອບ​ລາຍ​ງານ​ໃຫ້​ແກ່​ກະ​ຊວງ​ຍຸ​ຕິ​ທຳ ທີ່​ຢູ່​ພາຍໃຕ້​ການ​ນຳ​ພາ​ຂອງ​ລັດ​ຖະ​ມົນ​ຕີ ວິ​ລ​ລຽມ ບາ ​ຊຶ່ງ​ກຳ​ລັງ​ທົບ​ທວນ​ເບິ່ງ​ລາຍ​ງານ​ໃນ​ເວ​ລານີ້.

ຜົນ​ຂອງ​ລາຍ​ງານ​ດັ່ງ​ກ່າວ ຍັງ​ຖືກ​ປິດ​ເປັນ​ຄວາມ​ລັບ​ຢູ່ ແຕ່​ກະ​ຊວງ​ຍຸ​ຕິ​ທຳ​ໃຫ້ການ​ຢືນ​ຢັນ​ວ່າ ຈະ​ບໍ່​ມີ​ການ​ຟ້ອງ​ຮ້ອງ​ໃໝ່​ໃດໆ.

ທ່ານ​ບາ ຊຶ່ງ​ເປັນ​ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ສະ​ຫະ​ລັດ ກ່າວ​ວ່າທ່ານ​ສາ​ມາດແຈ້ງໃຫ້​ລັດ​ຖະ​ສະ​ພາ​ຊາບພາຍ​ໃນ​ວັນ​ທ້າຍ​ສັບ​ປະ​ດານີ້ ​ກ່ຽວກັບ ​ການ​ຄົ້ນ​ພົບ​ຢູ່​ໃນ​ລາຍ​ງານ ຊຶ່ງ​ໄດ້​ສະ​ຫຼຸບ​ການ​ສືບ​ສວນ​ເປັນ​ເວ​ລາ​ເກືອບສອງ​ປີຂອງ​ທ່ານ​ມັ​ລ​ເລີນັ້ນ.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າຈະ​ມີ​ການ​ສະ​ໜອງ​ລາຍ​ງານ​ດັ່ງ​ກ່າວນີ້​ຫຼາຍ​ປານ​ໃດ​ໃຫ້​ແກ່​ລັດ​ຖະ​ສະ​ພາ ຫຼື​ຫຼາຍ​ປານ​ໃດ​ຈະ​ໃຫ້​ປະ​ຊາ​ຊົນ​ຮູ້​ນຳ.

After Months of Anticipation, Mueller Probe Concludes
please wait

No media source currently available

0:00 0:03:20 0:00

ພວກ​ຜູ້​ນຳ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ລັດ​ຖ​ະ​ສະ​ພາກ່າວ​ວ່​າ ມັນ​ເປັນ “ສິ່ງ​ຈຳ​ເປັນ" ທີ່​ຕ້ອງ​ເປີດ​ເຜີຍ​ລາຍ​ງານ​ຢ່າງ​ຄົບ​ຖ້ວນ ໃຫ້​ປະ​ຊາ​ຊົນ​ຮູ້​ນຳ. ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ແລະ​ສະ​ມາ​ຊິກ​ສະ​ພາ​ສູງ ຊັກ ຊູ​ເມີ ກ່າວ​ຢູ່​ໃນ​ຖະແຫຼງ​ການ​ຮ່ວມ​ວ່າ “ປະ​ຊາ​ຊົນ​ຊາວ​ອາ​ເມ​ຣິ​ກັນ ມີ​ສິດ​ທີ່​ຈະ​ຮູ້​ຄວາມ​ຈິງ.”

ນ​ອກນັ້ນ​ແລ້ວ ພວກ​ທ່ານ​ຍັງ​ກ່າວ​ວ່າ ທ່ານ​ບາ ບໍ່​ຄວນ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ “ເບິ່ງ​ລ່ວງ​ໜ້າ” ລາຍ​ງານ​ສະ​ບັບ​ນີ້​ຫຼື​ຫຼັກ​ຖານ​ໃດໆ.

ທ່ານ​ນາງ​ຊາ​ຣາ ແຊນ​ເດີ ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ​ກ່າວ​ວ່າ ທຳ​ນຽບ​ຂາວ​ຍັງ​ບໍ່ທັນ​ໄດ້​ຮັບ​ຫຼື​ຖືກ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ລາຍ​ງານ​ດັ່ງ​ກ່າວແລະ​ເວົ້າ​ວ່າ “ພວກ​ເຮົາຈະ​ປ່ອຍ​ໃຫ້​ຂັ້ນ​ຕອນ​ດັ່ງ​ກ່າວ​ດຳ​ເນີນ​ໄປ​ຕາມ​ທິດ​ທາງ​ຂອງ​ມັນ.” ທ່ານ​ນາງ​ກ່າວ​ວ່າບາດ​ກ້າວ​ໃນ​ຂັ້ນ​ຕໍ່​ໄປ “ແມ່ນ​ສຸດ​ແລ້ວ​ແຕ່ແຕ່​ທ່ານ​ບາ ລັດ​ຖ​ະ​ມົນ​ຕີ​ກະ​ຊວງຍຸ​ຕິ​ທຳ.”

ອົງ​ການ​ຂ່​າວ​ເອ​ພີ​ລາຍ​ງານ​ວ່າ ທະ​ນຍ​ຄວາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ທ່ານ​ຣູ​ດີ ຈູ​ລີ​ອາ​ນີ ໄດ້​ຂໍ​ເບິ່ງ​ລ່ວງ​ໜ້າ​ລາຍ​ງານ​ດັ່ງ​ກ່າວ ກ່ອນ​ທີ່​ຈະ​ມີ​ການ​ເປີດ​ເຜີຍ ແຕ່​ກໍບໍ່​ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ໃດໆ​ວ່າ ຄະ​ນະ​ຕໍ່​ສູ້​ທາງ​ດ້ານ​ກົດ​ໝາຍ​ຂອງ​ທ່ານ​ທ​ຣຳ​ຈະໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເບິ່ງ​ລາຍ​ງານນີ້.

ຜູ້​ນຳ​ສ່ຽງ​ສ່ວນ​ຫຼາຍ​ໃນ​ສະ​ພາ​ສູງ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນທ່ານ​ມິ​ຈ ແມັກ​ຄອ​ນ​ແນ​ລ ກ່າວ​ວ່າ ທ່ານ​ຫວັງ​ວ່າ ທ່ານ​ບາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຈະ “ສະ​ໜອງ​ຂໍ້ມູນ​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້” ກ່ຽວ​ກັບ​ການ​ສືບ​ສວນ “ດ້ວຍ​ການ​ເປີດກວ້າງ​ແລະ​ມີ​ຄວາມໂປ່ງ​ໃສ ​ຫຼາຍ​ເທົ່າ​ທີ່​ເປັນ​ໄປ​ໄດ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG