ກຸ່ມທີ່ປະກອບດ້ວຍສະມາຊິກສະພາ ຈາກທັງສອງພັກການເມືອງ ໄດ້ສະເໜີກົດໝາຍ
ໃນວັນພຸດວານນີ້ ທີ່ຈະກີດກັນລັດຖະບານຂອງທ່ານ Trump ບໍ່ໃຫ້ຍົກເລີກການລົງ
ໂທດຕໍ່ຣັດເຊຍ ໂດຍປາດສະຈາກການອະນຸມັດຂອງລັດຖະສະພາ.
“ໃນການເປີດເຝີຍຫວ່າງມໍ່ໆມານີ້ຂອງການສົນທະນາຢ່າງລັບໆລະຫວ່າງທ່ານ
Flynn ກັບເອກອັກຄະລັດຖະທູດຣັດເຊຍ ກ່ຽວກັບການລົງໂທດນັ້ນ ເຮັດໃຫ້ຮ່າງ
ກົດໝາຍທີ່ ວ່ານີ້ ຍິ່ງມີຄວາມສຳຄັນຂຶ້ນຕື່ມ,” ຊຶ່ງນັ້ນແມ່ນຄຳຖະແຫຼງຕໍ່ພວກນັກຂ່າວ ຂອງທ່ານ Adam Schiff ສະມາຊິກຄົນສຳຄັນຂອງຄະນະກຳມະການສືບລັບສະພາຕ່ຳ
ໃນກອງປະຊຸມຖະແຫຼງຂ່າວ ກ່ຽວກັບການນຳສະເໜີຮ່າງກົດໝາຍທີ່ວ່ານີ້.
ທ່ານ Schiff ແມ່ນໄດ້ອ້າງອີງເຖິງ ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ທ່ານ
Michael Flynn ຜູ້ຊຶ່ງໄດ້ລາອອກຈາກຕຳແໜ່ງ ໃນວັນຈັນຜ່ານມານີ້ ພາຍໃຕ້ຄວາມ
ກົດດັນ ຫຼັງຈາກທີ່ຂ່າວນອງນັນທີ່ວ່ານີ້ ໄດ້ມີການເປີດເຜີຍໃຫ້ສາທາລະນະຊົນຮູ້ແລ້ວ
ນັ້ນ ທີ່ວ່າ ທ່ານ Flynn ໄດ້ພົວພັນກັບເອກອັກຄະລັດຖະທູດຣັດເຊຍປະຈຳສະຫະລັດ
ກ່ອນໜ້າການສາບານຕົວເຂົ້າຮັບຕຳແໜ່ງຂອງທ່ານ Trump ໃນເດືອນແລ້ວນີ້.
“ຖ້າຫາກວ່າ ມັນມີການໂອ້ລົມສົນທະນາ ທີ່ມີການໃຫ້ອະໄພ ທີ່ທ່ານ Flynn ໄດ້
ກະທຳໄປນັ້ນ ຫຼືທ່ານໄດ້ເອົາບາດກ້າວໂດຍລຳພັງ,” ຊຶ່ງທ່ານ Schiff ໄດ້ກ່າວເຊັ່ນນັ້ນ
ແລະວ່າ“ບໍ່ວ່າຈະເປັນຮູບແບບໃດກໍ່ຕາມ ປະທານາທິບໍດີນີ້ ບໍ່ຄວນຈະທີ່ຈະຍົກເລີກ
ການລົງໂທດໃດໆ ຕໍ່ຣັດເຊຍໄດ້ແບບບໍ່ມີຂໍ້ຜູກໝັດ.”
ທ່ານ Schiff ໄດ້ກ່າວວ່າ ທ່ານຈະພົບປະກັບປະທານຄະນະກຳມະການສືບລັບ ທ່ານ
Devin Nunes ໃນແລງວັນພຸດວານນີ້ ເພື່ອສົນທະນາຫາລື ໃນການສືບສວນ ກ່ຽວກັບ
ກໍລະ ນີຂອງທ່ານນາຍພົນ Flynn ທີ່ພົວພັນກັບຣັດເຊຍ ຊຶ່ງເປັນພາກສ່ວນນຶ່ງຂອງການ
ສືບສວນໂດຍລວມໃນການແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ ຂອງຣັດເຊັຍ.
ທ່ານ Nunes ໄດ້ບອກກັບພວກນັກຂ່າວໃນວັນອັງຄານຜ່ານມານີ້ ວ່າ ທ່ານສົນໃຈ
ໃນການສືບສວນ ກ່ຽວກັບຂໍ້ມູນຕ່າງໆ ໃນການສົນທະນາທາງໂທລະສັບ ຂອງທ່ານ
Flynnໄດ້ຮົ່ວໄຫຼຕໍ່ສື່ມວນຊົນ ແຕ່ບໍ່ແມ່ນກ່ຽວກັບການພົວພັນຂອງທ່ານກັບຣັດເຊຍ.
ຫົວໜ້າຂອງຄະນະກຳມະການກວດກາ ແລະຄະນະກຳມະການຍຸຕິທຳຂອງສະພາຕ່ຳ ຍັງຕ້ອງການທີ່ຈະໃຫ້ກະຊວງຍຸຕິທຳ ເພັ່ງເລັງໃສ່ການສືບສວນໃນການຮົ່ວໄຫຼນີ້.
“ຖ້າຫາກວ່າໃນຈະກວດກາຢ່າງລະອຽດແລ້ວ, ພວກເຮົາຈະເບິ່ງໄປຍັງທ່ານນາຍພົນ
Flynn, ພວກເຮົາກໍຈະກວດເບິ່ງບັນທຶກການສົນທະນາຕ່າງໆ ແລະພວກເຮົາກໍຈະ
ຮຽກຕົວທ່ານ Flynn ເຂົ້າມາໃຫ້ການໃນຖານະເປັນພິຍານ,” ຊຶ່ງທ່ານ Schiff ໄດ້ກ່າວ
ເຊັ່ນນັ້ນ.
ທ່ານ Steny Hoyer ສະມາຊິກສຽງສ່ວນນ້ອຍຂອງສະພາຕ່ຳ ພັກ Democrat ໄດ້ກ່າວ
ວ່າທ່ານເຊື່ອວ່າ ມີການສະໜັບສະໜຸນຈາກທັງສອງພັກການເມືອງຢ່າງພຽງພໍ ທີ່ຈະຮັບ
ຜ່ານຮ່າງກົດໝາຍການລົງໂທດ ດ້ວຍການຄ້ຳປະກັນວ່າ ບໍ່ສາມາດໃຊ້ສິດ ຢັບຢັ້ງໄດ້ນັ້ນ.