ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະມາຊິກສະພາຕ່ຳ ຂໍໃຫ້ພັນລະຍາຂອງຜູ້ພິພາກສາສານສູງສຸດ ສຫລ ທ.ນ. ຈິນນີ ທອມມັສ ມາໃຫ້ປາກຄໍາ


ແຟ້ມຮູບ-ທ່ານນາງ ຈິນນີ ທອມມັສ (Ginni Thomas), ພັນລະຍາຂອງຜູ້ພິພາກສາສານສູງສຸດສະຫະລັດ ທ່ານແຄລເຣນສ໌ ທອມມັສ, ກ່າວຢູ່ທີ່ການປະຊຸມກ່ຽວກັບການປະຕິບັດນະໂຍບາຍຫົວອະນຸລັກນິຍົມ ໃນທ່າເຮືອແຫ່ງຊາດ, ລັດແມຣີແລນ, ເມື່ອວັນທີ 23 ກຸມພາ 2017.
ແຟ້ມຮູບ-ທ່ານນາງ ຈິນນີ ທອມມັສ (Ginni Thomas), ພັນລະຍາຂອງຜູ້ພິພາກສາສານສູງສຸດສະຫະລັດ ທ່ານແຄລເຣນສ໌ ທອມມັສ, ກ່າວຢູ່ທີ່ການປະຊຸມກ່ຽວກັບການປະຕິບັດນະໂຍບາຍຫົວອະນຸລັກນິຍົມ ໃນທ່າເຮືອແຫ່ງຊາດ, ລັດແມຣີແລນ, ເມື່ອວັນທີ 23 ກຸມພາ 2017.

ຄະນະກຳມະການສືບສວນການກໍ່ຈະລາຈົນຢູ່ທີ່ຫໍລັດຖະສະພາ ໃນວັນທີ 6 ມັງກອນ ໄດ້ຂໍຮ້ອງທ່ານນາງ ເວີຈີເນຍ ທອມມັສ ພັນລະຍາຂອງຜູ້ພິພາກສາສານສູງສຸດສະຫະລັດ ທ່ານແຄລເຣນສ໌ ທອມມັສ ມາໃຫ້ສຳພາດ ຕາມທີ່ປະທານຄະນະກຳມະການນີ້ ໄດ້ກ່າວໄປໃນຕອນບ່າຍ ວັນພະຫັດວານນີ້.

ທ່ານນາງທອມມັສ ເປັນນັກເຄື່ອນໄຫວ ຫົວອານຸລັກນິຍົມ ໄດ້ຕິດຕໍ່ສື່ສານກັບພວກຄົນທີ່ຢູ່ໃນວົງວຽນຂອງທ່ານທຣຳ ກ່ອນໜ້າການບຸກໂຈມຕີ ໃນວັນຂອງການກໍ່ກະບົດ ເມື່ອພວກສະໜັບສະໜຸນ ທ່ານທຣຳ ຫຼາຍຮ້ອຍຄົນ ໄດ້ບຸກເຂົ້າໄປໃນຫໍລັດຖະສະພາຢ່າງຮ້າຍແຮງ ແລະໄດ້ລົບກວນພິທີຢືນຢັນໄຊຊະນະການເລືອກຕັ້ງຂອງທ່ານໂຈ ໄບເດັນ.

“ພວກເຮົາໄດ້ສົ່ງໜັງສືສະບັບນຶ່ງໄປໃຫ້ທ່ານນາງ ທອມມັສ ໃນການຂໍຮ້ອງໃຫ້ທ່ານນາງມາ ແລະໂອ້ລົມກັບຄະນະກຳມະການ” ສະມາຊິກສະພາຕ່ຳ ທ່ານເບັນນີ ທອມສັນ ຈາກລັດມິດຊິສສິບປີ ທີ່ເປັນປະທານຄະນະກຳມະການ ໄດ້ກ່າວຕໍ່ບັນດານັກຂ່າວ ຫຼັງຈາກການຮັບຟັງຄຳໃຫ້ການຢ່າງເປີດເຜີຍຕໍ່ສາທາລະນະ ເປັນເວລາ 3 ຊົ່ວໂມງ ໃນວັນພະຫັດວານນີ້. ທ່ານບໍ່ໄດ້ລະບຸວັນ ຫຼື ເວລາໃດ ສຳລັບການສຳພາດນັ້ນ.

ທ່ານປະທານ ໄດ້ກ່າວວ່າ ຊື່ຂອງທ່ານນາງ ຍັງອາດຈະຂຶ້ນມາ ຢູ່ໃນຊ່ວງໃດຊ່ວງນຶ່ງ ໃນການພິຈະລະນາຮັບຟັງຄຳໃຫ້ການ ທີ່ໄດ້ຖືກຈັດຂຶ້ນຕະຫຼອດໄລຍະເດືອນມິຖຸນານີ້.

ເມື່ອຕອນເຊົ້າວັນພະຫັດ ທ່ານທອມສັນ ແລະຮອງປະທານຄະນະກຳມະການ ທ່ານນາງລີສ ເຊນນີ ທັງສອງໄດ້ກ່າວວ່າ ມັນເຖິງເວລາແລ້ວ ສຳລັບທ່ານນາງທອມມັສ ທີ່ຈະສະໝັກໃຈເຂົ້າມາ ແລະໃຫ້ການຕໍ່ບັນດາສະມາຊິກຄະນະກຳມະການ 9 ທ່ານ ພາຍຫຼັງການສືບສວນສອບສວນ ໄດ້ພົບເຫັນຂໍ້ມູນທີ່ອ້າງເຖິງທ່ານນາງທອມມັສ ໂດຍຮູ້ກັນດີຄື ທ່ານນາງຈິນນີ ໃນການສື່ສານທີ່ ຄະນະກຳມະການໄດ້ມາທີ່ພົວພັນກັບ ທະນາຍຄວາມຂອງທ່ານທຣຳຄົນນຶ່ງ ທີ່ຊື່ວ່າ ຈອນ ອີສແມນ.

ໃນການຕອບໂຕ້ ທ່ານນາງທອມມັສ ໄດ້ກ່າວຕໍ່ອົງການຂ່າວ Daily Caller ທີ່ອານຸລັກນິຍົມ ໃນວັນພະຫັດວານນີ້ ວ່າ ທ່ານນາງ “ບໍ່ສາມາດລໍຖ້າໄດ້ ເພື່ອທີ່ຈະລົບລ້າງຄວາມເຂົ້າໃຈຜິດຕ່າງໆ” ຊຶ່ງບົ່ງບອກວ່າ ທ່ານນາງຈະປະຕິບັດຕາມການຂໍຮ້ອງເຂົ້າມາໃຫ້ການ.

ສ່ວນທ່ານອີສແມນ ຜູ້ທີ່ໃຫ້ການແນະນຳຕໍ່ທ່ານທຣຳ ໃນຫຼາຍອາທິດ ແລະຫຼາຍມື້ ກ່ອນໜ້າຂອງການໂຈມຕີນັ້ນ ກໍໄດ້ເປັນຜູ້ທີ່ສຳຄັນຢູ່ໃຈກາງຂອງການໄຕ່ສວນຢ່າງເປີດເຜີຍຄັ້ງທີສາມ ຂອງຄະນະກຳມະການສືບສວນ ໃນວັນພະຫັດວານນີ້. ບັນດາສະມາຊິກສະພາ ໄດ້ນຳສະເໜີລາຍລະອຽດຄະດີຂອງພວກເພິ່ນ ກ່ຽວກັບຄວາມພະຍາຍາມກົດດັນຂອງທ່ານທຣຳ ທີ່ໄດ້ກະທຳໄປຢ່າງບໍ່ລົດຫລະ ໂດຍການຊ່ອຍເຫຼືອທາງດ້ານກົດໝາຍຈາກທ່ານອີສແມນ ຕໍ່ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ໃນເວລານັ້ນ ເພື່ອພະຍາຍາມເຮັດໃຫ້ທ່ານຄັດຄ້ານ ຫຼື ໂຈະການຢືນຢັນໄຊຊະນະຂອງທ່ານໄບເດັນ ໃນວັນທີ 6 ມັງກອນ.

ໃນຂໍ້ຄວາມທີ່ຂຽນລົງໃນບລອກ ທ່ານອີສແມນ ໄດ້ນຳເອົາອີເມລອັນນຶ່ງຈາກທ່ານນາງທອມມັສ ລົງວັນທີ 4 ທັນວາ 2022 ລົງພ້ອມ ຊຶ່ງໃນອີເມລນີ້ ທ່ານນາງ ຖາມທ່ານອີສແມນ ເຖິງສະຖານະການຫລ້າສຸດ ສຳລັບກຸ່ມທີ່ທ່ານນາງ ອະທິບາຍຄື “ບັນດາຜູ້ນຳຮາກຖານຂອງລັດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG