ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາ ສຫລ ຈະເຈລະຈາ ເລື້ອງເງິນບັນເທົາທຸກ ໂຄວິດ-19 ໃຫ້ແລ້ວ ກ່ອນວັນພັກບຸນຈະມາເຖິງ


ພາບຫໍລັດຖະສະພາຂອງສະຫະລັດທີ່ນະຄອນຫລວງວໍຊິງຕັນ ໃນຕອນຕາເວັນຂຶ້ນຂອງວັນທີ 15 ທັນວາ, 2020.
ພາບຫໍລັດຖະສະພາຂອງສະຫະລັດທີ່ນະຄອນຫລວງວໍຊິງຕັນ ໃນຕອນຕາເວັນຂຶ້ນຂອງວັນທີ 15 ທັນວາ, 2020.

ບັນດາຜູ້ນຳໃນສະພາຂອງພັກຣີພັບບລິກັນ ແລະພັກເດໂມແຄຣັດສະແດງຄວາມຫວັງອອກມາໃນຕອນບ່າຍໆຂອງວັນອັງຄານວານນີ້ກ່ຽວກັບການບັນລຸຂໍ້ຕົກລົງໃນການຊ່ວຍເຫຼືອດ້ານໄວຣັສໂຄໂຣນາຮອບໃໝ່ ທີ່ໄດ້ເຮັດໃຫ້ສະມາຊິກສະພາຂອງສະຫະລັດບໍ່ສາມາດຕົກລົງກັນໄດ້ເປັນເວລາຫລາຍເດືອນແລ້ວນັ້ນ.

"ຂ້າພະເຈົ້າຄິດວ່າພວກເຮົາກຳລັງກ້າວໄປໃນທິດທາງທີ່ຖືກຕ້ອງ" ນັ້ນຄືຄໍາເວົ້າຂອງທ່ານ ເຄວິນ ແມັກຄາທີ (Kevin McCarthy) ຜູ້ນຳສຽງສ່ວນຫນ້ອຍຂອງສະພາຕໍ່າທີ່ກ່າວຫລັງຈາກມີການເຈລະຈາກັນສອງຮອບ. ທ່ານກ່າວຕໍ່ໄປວ່າ “ຂ້າພະເຈົ້າຄິດວ່າມີຄວາມເປັນໄປໄດ້ທີ່ຈະເຮັດໃຫ້ມັນສໍາເລັດໄປ."
ຢູ່ໃນກອງປະຊຸມດັ່ງກ່າວ ລວມມີປະທານສະພາຕໍ່າ, ທ່ານນາງແນນຊີ ເພໂລຊີ, ຜູ້ນຳສຽງສ່ວນໜ້ອຍໃນສະພາສູງ, ທ່ານ ຈຊັກ ຊຸມເມີ (Chuck Schumer) ແລະຜູ້ນຳສຽງສ່ວນຫລາຍຂອງສະພາສູງ, ທ່ານມິດຈ໌ ແມັກຄອນແນລ.

ທ່ານຊຸມເມີກ່າວວ່າ "ພວກເຮົາມີຄວາມກ້າວໜ້າ ແລະຫວັງວ່າພວກເຮົາຈະສາມາດຕົກລົງກັນໄດ້ໃນໄວໆນີ້." ທ່ານກ່າວອີກວ່າ “ຂ້າພະເຈົ້າຄິດວ່າມັນມີຄວາມປາດຖະໜາທີ່ແທ້ຈິງທີ່ຢາກຈະບັນລຸຂໍ້ຕົກລົງໄດ້."

ໂດຍທີ່ບໍ່ມີຂໍ້ຕົກລົງກັນໄດ້, ຫລາຍໆໂຄງການທີ່ສຳຄັນແມ່ນຮອດກຳນົດໝົດອາຍຸໃນທ້າຍເດືອນ, ລວມທັງການຊ່ວຍເຫຼືອດ້ານການຫວ່າງງານທີ່ສົ່ງໄປໃຫ້ຊາວອາເມຣິກັນທີ່ຕົກງານ 12 ລ້ານຄົນ ແລະການອະນຸຍາດໃຫ້ເລື່ອນການຊໍາລະຄ່າເຊົ່າເຮືອນ ໂດຍບໍ່ຖືກໄລ່ອອກຈາກເຮືອນ ທີ່ກຳລັງເຮັດໃຫ້ຊາວອາເມຣິກັນປະມານ 40 ລ້ານຄົນມີເຮືອນຢູ່ໃນຊ່ວງລະດູໜາວນັ້ນ.

ການສະໜອງງົບປະມານໃຫ້ແກ່ລັດຖະບານສະຫະລັດກໍ່ມີກຳນົດຈະໝົດໄປໃນວັນສຸກຈະມາເຖິງນີ້, ເມື່ອການຕໍ່ອາຍຸໃນໄລຍະສັ້ນໝົດກໍານົດໄປ.

ທ່ານແມັກຄອນແນລ ໄດ້ສະເໜີໃຫ້ຮັບຜ່ານງົບປະມານເພີ້ມສຳລັບການບັນເທົາ ທຸກດ້ານໄວຣັສໂຄໂຣນາ, ບັນດາສະມາຊິກສະພາ ໄດ້ຍົກເອົາສິ່ງທີ່ທ່ານເວົ້າວ່າເປັນສອງຈຸດຕົ້ນຕໍຂອງຄວາມບໍ່ເຫັນດີນໍາກັນຂອງພວກເພິ່ນນັ້ນອອກໄປ: ນັ້ນກໍຄືຄໍາຮ້ອງຂໍຂອງພວກສັງກັດພັກຣີພັບບລິກັນວ່າໃຫ້ເອົາການປົກປ້ອງແກ່ທຸລະກິດຕ່າງໆທີ່ເປີດກິດຈະການຄືນໂດຍບໍ່ຕ້ອງຢ້ານວ່າຈະຖືກຟ້ອງຮ້ອງໃນບັນຫາທີ່ກ່ຽວຂ້ອງກັບເລື້ອງການແຜ່ລະບາດຂອງພະຍາດ ແລະຄໍາຮ້ອງຂໍຂອງພວກສັງກັດພັກເດໂມແຄຣັດວ່າ ໃຫ້ເອົາງົບປະມານເພີ່ມເຕີມແກ່ອົງການຢູ່ລັດຕ່າງໆ ແລະທ້ອງຖິ່ນ, ຊຶ່ງເປັນສ່ວນນຶ່ງເພື່ອແກ້ໄຂບັນຫາການຂາດແຄນເງິນຈ່າຍໃຫ້ແກ່ພະນັກງານສຸກເສີນທີ່ຢູ່ແຖວໜ້າ.

“ພວກເຮົາທຸກຄົນຮູ້ວ່າຄະນະລັດຖະບານໃໝ່ກຳລັງຈະຂໍເອົາການຊ່ວຍເຫລືອຊຸດນຶ່ງອີກ, ພວກເຮົາສາມາດມີຊີວິດຢູ່ເພື່ອຕໍ່ສູ້ກັນອີກມື້ນຶ່ງໃນສິ່ງທີ່ພວກເຮົາບໍ່ເຫັນດີນຳກັນ. ແຕ່ພວກເຮົາຄວນເຫັນດີນໍາກັນທີ່ຈະກ້າວໄປຂ້າງໜ້າກ່ຽວກັບສິ່ງທີ່ພວກເຮົາສາມາດຕົກລົງກັນໄດ້,” ນັ້ນຄືຄໍາເວົ້າຂອງທ່ານ ແມັກຄອນແນລທີ່ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG