ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍຈະບໍ່ຢຸດ ໂຈມຕີໃນຊີເຣຍ ຈົນກວ່າ ພວກຫົວຮຸນແຮງ ຈະຖືກປາບປາມໝົດ

French Republican guards stand in front of the flag-draped coffin of late Gendarmerie officer Colonel Arnaud Beltrame, who was killed by an Islamist militant after taking the place of a female hostage during a supermarket siege in Trebes, during a national ceremony at the Hotel des Invalides in Paris,

ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov ໄດ້ ກ່າວໃນວັນພຸດມື້ນີ້ວ່າ ທະຫານຂອງປະເທດຂອງທ່ານ ຈະບໍ່ຢຸດ ການໂຈມຕີທາງອາກາດໃນ ຊີເຣຍ ຈົນກວ່າ “ອົງການກໍ່ການ ຮ້າຍ” ຢູ່ທີ່ນັ້ນຈະຖືກປາບປາມໝົດ.

ຄຳເຫັນຂອງທ່ານໄດ້ມີຂຶ້ນ ໃນຂະນະທີ່ອົງການ ສະຫະປະຊາຊາດ ໄດ້ພະຍາຍາມທີ່ຈະຊຸກຍູ້​ໃຫ້ການເຈລະຈາສັນຕິພາບ ຊີເຣຍ ເຊິ່ງ ແຕກຫັກໄດ້ງ່າຍໃນນະຄອນ ເຈນີວາ ກ້າວໜ້າຕໍ່ໄປ, ຫຼັງຈາກມື້ ໜຶ່ງເຊິ່ງຜູ້ແທນຂອງລັດຖະບານ ຫຼື ພວກ​ຕໍ່ຕ້ານບໍ່ໄດ້ຈັດກອງປະ ຊຸມທາງການກັບທູດພິດເສດ ສະຫະປະຊາຊາດ ທ່ານ Staffan de Mistura.

ທ່ານ Lavrov ໄດ້ກ່າວໂດຍສະເພາະເຈາະຈົງເຖິງກຸ່ມ Jabhat al-Nusra ທີ່​ເປັນ​ເຄືອ​ຂ່າຍ ຂອງ al-Qaida ວ່າເປັນເປົ້າໝາຍໜຶ່ງຂອງການໂຈມຕີ. ທ່ານກ່າວວ່າ ທ່ານບໍ່ເຫັນວ່າເປັນ ຫຍັງພວກເຂົາເຈົ້າຕ້ອງຢຸດການໂຈມຕີ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວປາໄສເປີດກອງປະຊຸມ ກັບບັນດາປະເທດພັນທະມິດທີ່ເຂົ້າຮ່ວມຕໍ່ສູ້ກັບພວກຫົວຮຸນແຮງ IS ທີ່ກະຊວງການຕ່າງປະເທດໃນນະຄອນຫຼວງ Rome ປະເທດ ອິຕາລີ. ວັນທີ 2 ກຸມພາ 2016.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວປາໄສເປີດກອງປະຊຸມ ກັບບັນດາປະເທດພັນທະມິດທີ່ເຂົ້າຮ່ວມຕໍ່ສູ້ກັບພວກຫົວຮຸນແຮງ IS ທີ່ກະຊວງການຕ່າງປະເທດໃນນະຄອນຫຼວງ Rome ປະເທດ ອິຕາລີ. ວັນທີ 2 ກຸມພາ 2016.

ຣັດເຊຍ ໄດ້ຖືກບັນດາປະເທດຕາເວັນຕົກກ່າວປະນາມ ສຳລັບການ​ໂຈມ​ຕີທາງອາກາດຂອງ ພວກເຂົາເຈົ້າໃນ ຊີເຣຍ, ໂດຍກ່າວວ່າ ພວກເຂົາເຈົ້າໄດ້ແນເປົ້າໃສ່ນັກຮົບຕໍ່ຕ້ານລັດຖະບານ ແທນທີ່ຈະເປັນພວກຫົວຮຸນແຮງ, ເຊິ່ງ ຣັດເຊຍ ໄດ້ກ່າວປະຕິເສດຊ້ຳແລ້ວຊ້ຳອີກ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ຮຽກຮ້ອງໃຫ້ຢຸດການໂຈມ ຕີທາງອາກາດໃນວັນອັງຄານວານນີ້ ແລະ ໄດ້ກ່າວວ່າ ການຢຸດຍິງໃນ ຊີເຣຍ ຄວນເລີ່ມຈັດ​ຕັ້ງປະຕິບັດໃນໄວໆນີ້.

ທ່ານ Kerry ໄດ້ກ່າວໃນນະຄອນຫຼວງ Rome ຂອງປະເທດ ອິຕາລີ, ເຊິ່ງເປັນບ່ອນທີ່ທ່ານໄດ້ ເຂົ້າຮ່ວມກອງປະຊຸມຂອງສະມາຊິກກຸ່ມພັນທະມິດທີ່ຕໍ່ສູ້ກັບກຸ່ມ ລັດອິສລາມ ວ່າ “ພວກເຮົາ ທຸກຄົນມີຄວາມເສົ້າສະ ຫຼົດໃຈເປັນພິເສດຕໍ່ຂໍ້ຈຳກັດຂອງຄວາມຖືກຕ້ອງ ແລະ ສາມັນສຳ ນຶກຂອງສະມາຊິກກຸ່ມຕໍ່ຕ້ານລັດຖະບານທີ່ນັ່ງຢູ່ໃນໂຕະປະຊຸມ ເມື່ອບາງຄົນຍັງສືບຕໍ່ຖິ້ມ ລະເບີດໃສ່ພວກເຂົາຢູ່.”

US Senator Bob Corker Talks to VOA About Syria Talks
please wait

No media source currently available

0:00 0:00:48 0:00

XS
SM
MD
LG