ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວາ ຂອງພູໄຟ ຄີໂລເວອາ ເຮັດໃຫ້ຄົນຜູ້ນຶ່ງ ໄດ້ຮັບບາດເຈັບໜັກ ເປັນຄັ້ງທຳອິດ


ລາວາແຫຼວຮ້ອນ ໄຫລເຂົ້າໄປໃນເຮືອນຫຼັງນຶ່ງ ຢູ່ນອກເມືອງປາຮົວ ໃນລະຫວ່າງ ການລະເບີດຂຶ້ນ ຂອງພູໄຟ ຄີໂລເວອາ ໃນລັດຮາວາຍ, ວັນທີ 19 ພຶດສະພາ 2018.
ລາວາແຫຼວຮ້ອນ ໄຫລເຂົ້າໄປໃນເຮືອນຫຼັງນຶ່ງ ຢູ່ນອກເມືອງປາຮົວ ໃນລະຫວ່າງ ການລະເບີດຂຶ້ນ ຂອງພູໄຟ ຄີໂລເວອາ ໃນລັດຮາວາຍ, ວັນທີ 19 ພຶດສະພາ 2018.

ຊາຍຄົນນຶ່ງ ໄດ້ຮັບບາດເຈັບສາຫັດ ໃນເວລາທີ່ ລາວ ຖືກກະທົບ ດ້ວຍລາວາຮ້ອນ ທີ່ຟົ້ງ
ອອກມາໃສ່ ໃນຂະນະທີ່ຢືນຢູ່ລະບຽງຊັ້ນທີສາມ ຢູ່ນັ້ນ ເຊິ່ງເປັນການບາດເຈັບທີ່ຮູ້ຈັກກັນ
ເປັນຄັ້ງທຳອິດ ທີ່ກ່ຽວພັນກັບການລະເບີດຂອງພູໄຟ ຄີໂລເວອາ ຂອງລັດຮາວາຍ ທີ່ໄດ້
ເລີ້ມຂຶ້ນຕັ້ງແຕ່ວັນທີ 3 ພຶດສະພາ ເປັນຕົ້ນມາ.

ລາວາ “ຖືກໜ້າແຂ່ງຂອງລາວ ແລະເຮັດໃຫ້ກະດູກຂາບ່ອນຫັ້ນແຕກ” ທ່ານນາງ
ແຈນເນັດ ສໄນເດີ ໂຄສົກຂອງຜູ້ປົກຄອງເມືອງ ລັດຮາວາຍ ໄດ້ບອກສະຖານີ
ໂທລະພາບ ລາຍການ News Now ຂອງລັດຮາວາຍ.

ລາວາ ທີ່ລະເບີດອອກມາ ຈາກຮອຍແຕກແຫງຕ່າງໆ ຢູ່ໃນພື້ນໂລກ ສາມາດມີນ້ຳໜັກ
ຫຼາຍເທົ່າ ກັບຕູ້ເຢັນ ແລະ ແມ່ນກະທັ່ງລາວາໜ່ວຍນ້ອຍໆ ກໍສາມາດເປັນໄພອັນຕະ
ລາຍ ກໍເປັນໄດ້ ອີງຕາມການກ່າວຂອງພວກເຈົ້າໜ້າທີ່.

New Eruptions Injure Man in Hawaii
please wait

No media source currently available

0:00 0:01:54 0:00

ພວກເຈົ້າໜ້າທີ່ ບໍ່ໄດ້ເປີດເຜີຍຂໍ້ມູນໃດໆຕື່ມອີກ ກ່ຽວກັບ ຊາຍຄົນດັ່ງກ່າວ ຫຼື ສະພາບ
ການຂອງຜູ້ກ່ຽວ.

ລາວາສອງສາຍ ໄດ້ໄຫລເຂົ້າສູ່ທະເລ ໂດຍຈະສົ່ງຄວັນນໍ້ກົດ ໄຮໂດຣຄລອຣິກ
(hydrochloric acid) ແລະອາຍຮ້ອນພ້ອມດ້ວຍຝຸ່ນສານແກ້ວ ເຂົ້າສູ່ອາກາດ ເຊິ່ງ
ສາມາດນຳໄປສູ່ການທຳລາຍປອດຄົນໄດ້ ແລະ ເຮັດໃຫ້ຕາ ແລະຜິວໜັງ ຄັນຄາຍ
ອີງຕາມການກ່າວ ຂອງອົງການປ້ອງກັນພົນລະເຮືອນ ຂອງລັດຮາວາຍ.

ພາບນີ້ສາມາດເຫັນໄດ້ວ່າ ລາວາ ກຳລັງໄຫລຜ່ານເສັ້ນທາງສາຍນຶ່ງ ໃນເມືອງປາຮົວ ລັດຮາວາຍ, ວັນທີ 18 ພຶດສະພາ 2018.
ພາບນີ້ສາມາດເຫັນໄດ້ວ່າ ລາວາ ກຳລັງໄຫລຜ່ານເສັ້ນທາງສາຍນຶ່ງ ໃນເມືອງປາຮົວ ລັດຮາວາຍ, ວັນທີ 18 ພຶດສະພາ 2018.

ລາວາສາຍນຶ່ງ ໄດ້ກີດຂວາງ ຖະໜົນຫຼວງເສັ້ນຫຼັກ ຂອງລັດຮາວາຍ ທີ່ຖືກນຳໃຊ້ເປັນ
ເສັ້ນທາງ ເພື່ອການຫລົບໜີ ສຳລັບພວກພົນລະເມືອງ ທີ່ອາໄສຢູ່ຕາມແຄມຝັ່ງທະເລ
ໃນຂະນະທີ່ ຮອຍແຕກແຫງ 2 ແຫ່ງ ໃນຈຳນວນ 22 ແຫ່ງ ໄດ້ຈອດເຂົ້າຫາກັນຄືນ.

ຫີນພູໄຟ ຫຼື ແມັກມາ ໄດ້ທຳລາຍເຮືອນອີກສີ່ຫລັງ ໃນຂະນະດຽວກັນ ກຳລັງພິທັກຊາດ
ຂອງລັດຮາວາຍ ກໍໄດ້ເຕືອນ ເຖິງການບັງຄັບໃຫ້ ປະຊາຊົນຍົກຍ້າຍອອກຈາກພື້ນທີ່
ຍ້ອນວ່າ ເສັນທາງອີກຫຼາຍສາຍນຶ່ງ ຈະຖືກກີດຂວາງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG