ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວາແຫຼວຮ້ອນ ພຸ້ງຂຶ້ນເຖິງ 100 ແມັດ ຄ້າຍຄືກັບນ້ຳພຸ ຈາກພູໄຟ ຄີໂລເວອາ


ເຮລີຄັອບເຕີ້ ບິນຜ່ານເທິງພູໄຟ ຄີໂລເວອາ ເຊິ່ງເປັນເຂດຮອຍ
ແຕກຍະ ຢູ່ທາງກຳ້ຕາເວັນອອກ ໃນລັດຮາວາຍ, ວັນທີ 19 ພຶດສະພາ 2018.
ເຮລີຄັອບເຕີ້ ບິນຜ່ານເທິງພູໄຟ ຄີໂລເວອາ ເຊິ່ງເປັນເຂດຮອຍ ແຕກຍະ ຢູ່ທາງກຳ້ຕາເວັນອອກ ໃນລັດຮາວາຍ, ວັນທີ 19 ພຶດສະພາ 2018.

ສາຍລາວາຮ້ອນແຫຼວ ທີ່ຫລັ່ງໄຫລອອກມາຈາກພູໄຟ ຄີໂລເວອາ ໃນລັດຮາວາຍ ກຳລັງ
ເປັນໄພ ຂົ່ມຂູ່ ທີ່ຈະກີດຂວາງທາງຫຼວງເສັ້ນຫລັກຂອງລັດ ເຊິ່ງເປັນເສັ້ນທາງນຳໃຊ້ ເພື່ອ
ຫລົບໜີ ສຳລັບພວກພົນລະເມືອງ ທີ່ອາໄສຢູ່ ທາງແຄມຝັ່ງທະເລ ໃນຂະນະທີ່ຮອຍແຕກ
ແຫງ 2 ແຫ່ງ ໃນຈຳນວນ 22 ແຫ່ງ ແມ່ນໄດ້ຈຸເຂົ້າກັນແລ້ວ.

ພາບຖ່າຍທາງອາກາດ ຈາກອົງການສຳຫຼວດທໍລະນີສາດ ສະຫະລັດ ຫຼື USGS ທີ່ໄດ້
ຖ່າຍເອົາພາບໄວ້ ໃນວັນເສົາມື້ວານນີ້ ທີ່ໄດ້ສະແດງໃຫ້ເຫັນ ຮອຍສາຍລາວາແຫຼວ ທີ່
ກວ້າງໃຫຍ່ ເຄື່ອນໄຫວຢ່າງວ່ອງໄວ ໄປຍັງທິດຕາເວັນອອກສຽງໃຕ້ ດ້ວຍລະດັບຄວາມ
ໄວ ຫຼາຍກວ່າ 270 ແມັດຕໍ່ຊົ່ວໂມງ. ສາຍລາວາຮ້ອນແຫຼວ ຢູ່ຫ່າງຈາກທະເລ ເກືອບ
2.4 ກິໂລແມັດເທົ່ານັ້ນ ອີງຕາມການກ່າວຂອງພວກນັກວິທະຍາສາດ.

ລາວາ ນ້ຳພຸ ຈາກຮອຍແຕກແຫງ 20 ແຫ່ງ ໃນພື້ນທີ່ລຸ່ມ ຂອງພູໄຟ ຄີໂລເວອາ ທີ່ເອີ້ນວ່າ ເຂດຮອຍແຍກກ້ຳຕາເວັນອອກ (East Rift Zone) ໃນລັດຮາຍວາຍ, ວັນທີ 19 ພຶດສະພາ 2018.
ລາວາ ນ້ຳພຸ ຈາກຮອຍແຕກແຫງ 20 ແຫ່ງ ໃນພື້ນທີ່ລຸ່ມ ຂອງພູໄຟ ຄີໂລເວອາ ທີ່ເອີ້ນວ່າ ເຂດຮອຍແຍກກ້ຳຕາເວັນອອກ (East Rift Zone) ໃນລັດຮາຍວາຍ, ວັນທີ 19 ພຶດສະພາ 2018.

ພາບດັ່ງກ່າວ ຍັງໄດ້ສະແດງໃຫ້ເຫັນ ລາວາຮ້ອນແຫຼວ ປຽບຄືກັບນ້ຳພຸ ພຸ້ງຂຶ້ນສູ່ທ້ອງຟ້າ
ສູງປະມານ 100 ແມັດ ຢູ່ໃນບ່ອນນຶ່ງ ຂອງຮອຍແຕກແຫງ.

ໃນຂະນະທີ່ ຫີນພູໄພ ຫຼື ແມັກມາ ໄດ້ທຳລາຍ ເຮືອນອີກສີ່ຫລັງໄປແລ້ວ ຄາດກັນວ່າ ມັນ
ກໍຈະໄຫລເຂົ້າໄປຫາທາງຫລວງເສັ້ນເລກທີ 137 ໃນເວລາຂ້າມຄືນ ຖ້າວ່າ ມັນຍັງເຄື່ອນ
ໄຫວ ໃນລະດັບ ແລະທິດທາງຂອງການໄຫລ ແມ່ນຍັງຢູ່ຄືເກົ່າ ອີງຕາມການກ່າວຂອງ
ໜ່ວຍງານ ອົງການປ້ອງກັນພົນລະເຮືອນຂອງເມືອງ ໃນລັດຮາວາຍ.

ລາວາແຫຼວຮ້ອນ ໄຫລເຂົ້າຫາເຮືອນຫຼັງນຶ່ງ ຢູ່ນອກເມືອງປາຮົວ ໃນລະຫວ່າງ ການລະເບີດຂຶ້ນ ຂອງພູໄຟ ຄີໂລເວອາ ໃນລັດຮາວາຍ, ວັນທີ 19 ພຶດສະພາ 2018.
ລາວາແຫຼວຮ້ອນ ໄຫລເຂົ້າຫາເຮືອນຫຼັງນຶ່ງ ຢູ່ນອກເມືອງປາຮົວ ໃນລະຫວ່າງ ການລະເບີດຂຶ້ນ ຂອງພູໄຟ ຄີໂລເວອາ ໃນລັດຮາວາຍ, ວັນທີ 19 ພຶດສະພາ 2018.

ສ່ວນກຳລັງພິທັກຊາດ ຂອງລັດຮາວາຍ ໄດ້ເຕືອນເຖິງການບັງຄັບໃຫ້ ປະຊາຊົນຍົກຍ້າຍ
ອອກຈາກພື້ນທີ່ ຍ້ອນວ່າ ເສັນທາງອີກຫຼາຍສາຍ ຈະຖືກກີດຂວາງ.

ສອງຄຸມບ້ານ ທີ່ມີປະຊາຊົນ ເກືອບ 2 ພັນຄົນ ໄດ້ຖືກບັງຄັບໃຫ້ຍົກຍ້າຍອອກ ໃນຂະນະ
ທີ່ລາວາແຫຼວ ໄດ້ທຳລາຍ ສິ່ງປຸກສ້າງ 40 ແຫ່ງໄປແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG