ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຊົນລັດເວຍເຫັນດີ ໃຫ້ຍຸບສະພາແຫ່ງຊາດ


ການລົງປະຊາມະຕິທີ່ລັດເວຍ.
ວັນທີ 24 ກໍລະກົດ 2011
ການລົງປະຊາມະຕິທີ່ລັດເວຍ. ວັນທີ 24 ກໍລະກົດ 2011




















ປະຊາຊົນ​ລັດ​ເວ​ຍ​ໄດ້ພາກັນລົງຄະ​ແນນ​ສຽງເຫັນ​ດີ​ຢ່າງ​ຖ້ວມ​ລົ້ນ​ ​ໃຫ້ ຍຸບສະພາ ໃນ​ການ​ລົງ​ປະຊາ​ມະຕິ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ທີ່​ມີ​ວັດ​ຖຸປະສົງ​ເພື່ອ​ກໍາຈັດ​ການສໍ້​ລາດ​ບັງ​ຫລວງ ​ແລະ​ອັນ​ທີ່​ມີ​ການ​ຖື​ກັນ​ຢ່າງ​ກວ້າງ ຂວາງ​ວັດທະນະ​ທໍາ​ແຫ່ງ​ການ​ໃຫ້​ສິນ​ບົນ​ ລະຫວ່າງ​ພວກ​ຜູ້​ນໍາລັດຖະ ບານ​ແລະທຸລະ​ກິດ​ນັ້ນ.

ຄະນະ​ກໍາມະການ​ສູນ​ກາງ​ການ​ເລືອກ​ຕັ້ງກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ຜົນ​ການ​ລົງ​ປະຊາ​ມະຕິ​ຂັ້ນ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ ປະຊາຊົນ​ທີ່​ໄປ​ລົງ​ປະຊາຊົນເກືອບ 95​ເປີ​ເຊັນ​ ສະໜັບສະໜຸນ​ໃຫ້​ຍຸບ​ສະພາ​ນິຕິບັນຍັດ​.

ນາຍົກລັດຖະມົນຕີ Valdis Dombrovski ກ່າວ​ວ່າ ທ່ານ​ໄດ້​ລົງມະຕິ ​ໃຫ້ຍຸບ​ສະພາ ​ໂດຍ​ເວົ້າ​ວ່າ ມັນ​ຈະ​ເປັນ​ໂອກາດ​ອັນ​ນຶ່ງ​ເພື່ອ​ຮັບປະກັນ​ວ່າ ​ພວກ​ກໍາລັງ​ທີ່ສະໜັບສະໜຸນ​ຕົວ​ບົດ​ກົດໝາຍ ມີ​ສຽງ​ຂ້າງ​ຫລາຍ​ໃນ​ສະພາ​ນິຕິບັນຍັດ​ຊຸດ​ໃໝ່​ນີ້.

ອະດີດ​ປະທານາທິບໍດີ Valdis Zatlers ​ໄດ້​ຮຽກຮ້ອງ​ໃຫ້​ຈັດການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​
ການ​ຍຸບ​ສະພາຂຶ້ນໃນ​ເດືອນ​ພຶດ​ສະພາ​ຜ່ານ​ມາ ຫລັງ​ຈາກ​ພວກ​ສະມາຊິກ​ສະພາ​ນິຕິບັນຍັດ
ບາງ​ຄົນ​ພາກັນ​ຂັດຂວາງ​ການ​ສືບສວນ​ສອບ​ສວນ​ການ​ສໍ້​ລາດ​ບັງ​ຫລວງ​ເພື່ອນ​ສະມາຊິກຄົນ
ນຶ່ງ​ ໃນ​ສະພາ​ນັ້ນ.

ທ່ານ Zatlers ກ່າວ​ວ່າ ທ່ານ​ຮູ້ສຶກ​ໂຕ​ວ່າ ​ໂອ​ກາດ​ໃນ​ການ​ທີ່​ຈະ​ຖືກເລືອກ​ຕັ້ງ​ໃໝ່​ຂອງ​ທ່ານ
ຈະ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ແຕ່​ທ່ານ​ຮູ້ສຶກ​ວ່າ​ທ່ານ​ຈໍາ​ເປັນ​ຕ້ອງ​ໄດ້​ຫາ​ທາງ​ຍຸດຕິ​ການ​ສໍ້​ລາດ​
ບັງ​ຫລວງ ຊຶ່ງ​ຕໍ່​ມາ​ທ່ານ​ກໍ​ໄດ້​ປາ​ໄຊ​ໃນ​ການ​ເລືອກ​ຕັ້ງ​ຄືນ​ໃໝ່ ​ແຕ່ບັດ​ນີ້​ທ່ານ​ໄດ້​ຈັດ​ຕັ້ງ​ພັກ​
ການ​ເມືອງ​ຂອງ​ທ່ານເອງ ຂຶ້ນ​ມາ​ແລ້ວ.

ການ​ເລືອກ​ຕັ້ງ​ໃໝ່​ກໍານົດ​ຈະ​ມີຂຶ້ນ​ໃນ​ເດືອນ​ກັນຍາ​ປີ​ນີ້.

XS
SM
MD
LG