ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການເລືອກຕັ້ງ ໃນປະເທດລັດເວຍ


ແມ່ຕູ້ຄົນນຶ່ງໄປປ່ອນບັດ ໃນການເລືອກຕັ້ງສະພາແຫ່ງຊາດ ທີ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນເມືອງ Jaunmarupe ປະເທດລັດເວຍ (17 ກັນຍາ 2011)
ແມ່ຕູ້ຄົນນຶ່ງໄປປ່ອນບັດ ໃນການເລືອກຕັ້ງສະພາແຫ່ງຊາດ ທີ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນເມືອງ Jaunmarupe ປະເທດລັດເວຍ (17 ກັນຍາ 2011)

ປະຊາຊົນຊາວລັດເວຍພາກັນໄປປ່ອນບັດໃນວັນເສົາມື້ນີ້ ໃນການເລືອກຕັ້ງກ່ອນກຳນົດ
ຊຶ່ງຈະຕັດສິນຊີ້ຂາດວ່າ ພັກລັດຖະບານທີ່ເປັນກາງອຽງຂວານັ້ນຈະສາມາດກຳອຳນາດ
ຕໍ່ໄປໄດ້ຫຼືບໍ່ ຢູ່ໃນປະເທດນ້ອຍໆທີ່ຕັ້ງຢູ່ໃນເຂດທະເລບາລຕິກດັ່ງກ່າວ.

ການຢັ່ງຫາງສຽງເມື່ອໄວໆມານີ້ສະແດງໃຫ້ເຫັນວ່າ ພັກສູນກາງສ້າງຄວາມກົມກຽວສາ
ມັກຄີ ທີ່ເປັນກາງອຽງຊ້າຍນິຍົມຣັດເຊຍ ມີຄະແນນສຽງນຳໜ້າ ພັກເອກກະພາບ ຂອງ
ລັດຖະບານ ທີ່ໄດ້ຮັບການໜຸນຫຼັງຈາກທຸລະກິດແລະພັກປະຕິຮູບທີ່ຕໍ່ຕ້ານການສໍ້ລາດບັງ ຫຼວງ.

ແຕ່ແນວໃດກໍຕາມ ບໍ່ຄາດວ່າຈະມີພັກໃດພັກນຶ່ງໄດ້ຮັບຄະແນນສຽງສ່ວນຫຼາຍພຽງພໍຢູ່ໃນ
ສະພາແຫ່ງຊາດ ຊຶ່ງພາໃຫ້ມີທາງເປັນໄປໄດ້ທີ່ວ່າ ອາດຈະມີການສົນທະນາຫາລືກັນກ່ຽວ
ກັບການສ້າງຕັ້ງລັດຖະປະສົມ ຂຶ້ນມາກໍໄດ້.

ພັກສູນກາງສ້າງຄວາມກົມກຽວສາມັກຄີ ຊຶ່ງຕາມປົກກະຕິແລ້ວ ແມ່ນໄດ້ຮັບການສະໜັບ
ສະໜຸນຈາກສ່ວນໃຫຍ່ຂອງຊາວຣັດເຊຍຢູ່ໃນລັດເວຍ. ພັກດັ່ງກ່າວນີ້ບໍ່ເຄີຍເຂົ້າຮ່ວມໃນລັດ
ຖະບານຊຸດໃດໆຂອງລັດເວຍ ນັບແຕ່ໄດ້ມີການສິ້ນສຸດລົງຂອງສະຫະພາບໂຊວຽດໃນປີ 1991.

ພັກເອກກະພາບແມ່ນນຳພາໂດຍນາຍົກລັດຖະມົນຕີ Valdis Dombrovskis ແລະພັກ
ປະຕິຮູບແມ່ນກໍ່ຕັ້ງ ໂດຍອະດີດປະທານາທິບໍດີ Valdis Zatlers.

ໃນຂະນະທີ່ຢູ່ໃນຕຳແໜ່ງນັ້ນ ທ່ານ Zatlers ໄດ້ສັ່ງໃຫ້ຈັດການເລືອກຕັ້ງຂຶ້ນ ຫຼັງຈາກທ່ານ
ໄດ້ຍຸບສະພາ ທີ່ບໍ່ໃຫ້ການສະໜັບສະໜຸນ ຕໍ່ການສືບສວນກ່ຽວກັບການສໍ້ລາດບັງຫຼວງຂອງ
ນັກທຸລະກິດຄົນນຶ່ງ.

ທ່ານ Zatlers ໄດ້ປະລາໄຊໃນການແຂ່ງຂັນເອົາຕຳແໜ່ງຕື່ມອີກ ແຕ່ບັນດາຜູ້ມີສິດປ່ອນ
ບັດໄດ້ໃຫ້ການສະໜັບສະໜຸນຕໍ່ການຕັດສິນໃຈຂອງທ່ານ ຈັດຕັ້ງສະພາຊຸດໃໝ່ໂດຍໄດ້
ຮັບຜ່ານການລົງປະຊາມະຕິ.

XS
SM
MD
LG