ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນໃນ ອາເມຣິກາລາຕິນ ປະທ້ວງ ການລະເມີດ ສິດທິມະນຸດ ໃນເວເນຊູເອລາ (ວີດີໂອ)


ພວກປະທ້ວງຕໍ່ຕ້ານລັດຖະບານ ແລ່ນໜີປືນນ້ຳ ທີ່ທະຫານຍິງ ມາໃສ່ ພວກປະທ້ວງຢູ່ຈະຕຸລັດ Altamira ໃນນະຄອນຫລວງ ກາຣາກັສ, ວັນທີ 14 ມີນາ 2014.
ພວກປະທ້ວງຕໍ່ຕ້ານລັດຖະບານ ແລ່ນໜີປືນນ້ຳ ທີ່ທະຫານຍິງ ມາໃສ່ ພວກປະທ້ວງຢູ່ຈະຕຸລັດ Altamira ໃນນະຄອນຫລວງ ກາຣາກັສ, ວັນທີ 14 ມີນາ 2014.
ມີການ​ໄຕ້​ທຽນ​ໄຂ​ປະ​ທ້ວງ ຢູ່​ໃນ​ຫລາຍ​ປະ​ເທດ​ ໃນ​ຂົງ​ເຂດ​ອາ​
ເມຣິກາ​ລາ​ຕິນ ເມື່ອ​ຄ່ຳຄືນ​ວັນ​ເສົາ​ວານ​ນີ້ ​ເພື່ອ​ປະ​ທ້ວງ​ຕໍ່​ການ
ລະເມິ​ດສິດທິ​ມະນຸດ ຢູ່​ໃນ​ເວ​ເນ​ຊູ​ເອລາ ຕາມ​ທີ່​ມີກ່າວ​ຫາ​ກັນ​ນັ້ນ

ພວກ​ປະ​ທ້ວງ​ຫລາຍ​ຮ້ອຍ​ຄົນ ໃນ​ປະ​ເທດ​ອາ​ເຈັນ​ທີ​ນາ ພາກັນ
​ຖື​ທຽນ​ໄຂ ຢູ່​ຂັ້ນ​ໄດ​ຂອງ​ມະຫາວິທະຍາ​ໄລ ບວຍ​ໂນ​ສ ​ແອ​ແຣສ
(Buenos Aires) ​ເຮັດ​ເປັນ​ຮູບ ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລື​ອສຸກ​ເສີນ ຫລື SOS.

ທີ່​ເມັກ​ຊິ​ໂກ ພວກ​ປະ​ທ້ວງ​ພາກັນ​ກາງ​ທຸງຊາດ​ຂອງ​ເວ​ເນ​ຊູ​ເອລາ ພ້ອມ​ກັນ​ຮຽກຮ້ອງໃຫ້​ມີ​
ການ​ຍຸດຕິ​ຄວາມ​ຮຸນ​ແຮງ ​ໃນ​ປະ​ເທດ​ດັ່ງກ່າວ.

ຂະນະ​ດຽວ​ກັນ ຢູ່ນະຄອນຫລວງ​ກາຣາກັສ ຂອງ​ເວ​ເນ​ຊູ​ເອລາ​ນັ້ນ ກໍ​ຍັງ​ມີ​ການ​ປະ​ເຊີນ​ໜ້າ​ກັນ
​ຢູ່​ຕໍ່​ມາ ລະຫວ່າງພວກ​ປະ​ທ້ວງກັບ​ຕຳຫລວດ ​ໃນ​ວັນ​ເສົາ​ວານ​ນີ້. ມີ​ຢ່າງ​ໜ້ອຍ 25 ຄົນແລ້ວ
ເສຍ​ຊີວິດ ນັບ​ແຕ່​ເດືອນ​ແລ້ວ​ນີ້​ມາ ​ໃນ​ລະຫວ່າງ​ການ​ປະ​ທ້ວງ​ຫລາຍໆບັ້ນ. ປະທານາທິບໍດີ
Nicolas Maduro ​ໄດ້ອອກ​ມາ​ຮຽກຮ້ອງ​ໃຫ້​ພວກສະໜັບສະໜຸນທ່ານ ​ໃຊ້​ສື່​ສັງຄົມ ເພື່ອ
​ແກ້ຄຳກ່າວ​ຫາຕໍ່​ລັດຖະບານ​ຂອງ​ທ່ານ ​ແລະ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ນັ້ນ.

ພວກ​ປະ​ທ້ວງ​ພາກັນ​ຈົ່ມ​ວ່າ ວ່າ​ລັດຖະບານ​ບໍ່​ດຳເນີນ​ການ​ຢ່າງ​ພຽງພໍ ​ເພື່ອ​ແກ້​ໄຂບັນຫາ​
ອາ​ຊະ​ຍາ​ກໍາ​ຳ ເງິນ​ເຟີ້ ແລະການ​ຂາ​ດ​ແຄນ​ອາຫານ ທັ້ງໆ​ທີ່​ເວ​ເນ​ຊູ​ລາ​ ກໍ​ເປັນປະ​ເທດ​ທີ່ອຸດົມ
ຮັ່ງມີ​ໄປດ້ວຍ​ນ້ຳມັນນັ້ນ.

LATAM Venezuela
please wait
Embed

No media source currently available

0:00 0:00:37 0:00

Vigils protesting alleged human rights violations in Venezuela stretched across several Latin American countries Saturday night.

Hundreds of demonstrators in Argentina held candles on the steps of Buenos Aires University, forming the SOS distress signal.

Demonstrators in Mexico unveiled a Venezuelan flag while calling for an end to the violence in Venezuela.

Meantime, in Caracas, the confrontations between protesters and police continued Saturday. At least 25 people have died since last month during the on-and-off demonstrations.

President Nicolas Maduro has called on supporters to use social media to defend accusations against his government and the security forces.

Demonstrators complain the government is not doing enough to address food shortages, crime and inflation in Venezuela.
XS
SM
MD
LG