ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂດລາຕິນ ອາເມຣິກາ ແລະ ຄາຣິບຽນ ກຽມພ້ອມ ສຳລັບລະດູການໄຂ້ເລືອດອອກ ທີ່ຮ້າຍແຮງທີ່ສຸດ


ຍຸງລາຍກຳລັງດູດເລືອດຢູ່ແຂນຂອງຄົນນຶ່ງໃນຫ້ອງທົດລອງ, ນະຄອນຫຼວງ ບູເອນອສ ແອເຮັສ໌, ອາເຈັນຕີນາ, 26 ມີນາ 2024.
ຍຸງລາຍກຳລັງດູດເລືອດຢູ່ແຂນຂອງຄົນນຶ່ງໃນຫ້ອງທົດລອງ, ນະຄອນຫຼວງ ບູເອນອສ ແອເຮັສ໌, ອາເຈັນຕີນາ, 26 ມີນາ 2024.

ເຂດອາເມຣິກາ ລາຕິນ ແລະ ທະເລຄາຣິບຽນ ຄວນກະກຽມສຳລັບລະດູການ ໄຂ້ເລືອດອອກ ທີ່ຮ້າຍແຮງທີ່ສຸດຂອງເຂົາເຈົ້າເທົ່າທີ່ເຄີຍມີມາ, ໃນຂະນະທີ່
ພາວະໂລກຮ້ອນ ແລະ ປາກົດການສະພາບອາກາດ ແອລ ນິນໂຍ ໄດ້ກະຕຸ້ນ ໂຣກລະບາດທີ່ກຳເນີດມາຈາກຍຸງນັ້ນ, ອົງການສາທາລະນະສຸກຂອງສະຫະປະ ຊາຊາດ ໄດ້ເຕືອນໃນວັນພະຫັດວານນີ້, ອີງຕາມອົງການຂ່າວ AFP.

ໃນເວລາບໍ່ຮອດ 3 ເດືອນ ໃນປີ 2024, ບັນດາເຈົ້າໜ້າທີ່ສາທາລະນະສຸກຂອງພາກພື້ນ ແມ່ນໄດ້ຮັບມືກັບຫຼາຍກວ່າ 3​ ລ້ານ 5 ແສນກໍລະນີແລ້ວ ແລະ ຫຼາຍພັນຄົນໄດ້ເສຍຊີວິດຍ້ອນໄວຣັສດັ່ງກ່າວ, ເຊິ່ງແພ່ລາມໂດຍການຖືກໂຕຍຸງກັດ.

ທ່ານ ຈາບາສ ບາໂບຊາ, ຜູ້ອຳນວຍການອົງການອານາໄມ ທະວີບເອເມຣິກາ ເໜືອ ແລະ ໃຕ້ ກ່າວວ່າ “ຄົງຈະເປັນລະດູການໄຂ້ເລືອດອອກທີ່ຮ້າຍແຮງທີ່ ສຸດ.”

3 ລ້ານ 5 ແສນກໍລະນີແມ່ນໄດ້ຖືກບັນທຶກໃນປັດຈຸນີ້ ກໍສູງກວ່າການຕິດເຊື້ອເຖິງສາມເທົ່າ ໃນຈຸດນີ້ ຂອງປີ 2023, ແລະ ເປັນປີສະຖິຕິ ທີ່ມີ 4 ລ້ານ 5 ແສນກໍລະນີ, ອີງຕາມການກ່າວຂອງທ່ານ ບາໂບຊາ.

ໄຂ້ເລືອດອອກ, ເຊິ່ງສາມາດກໍ່ໃຫ້ເກີດໄຂ້ສູງໃນທັນທີ, ເຊິ່ງມີຢູ່ທົ່ວໄປໃນປະ ເທດທີ່ຮ້ອນ ແລະ ຈະເກີດຂຶ້ນສ່ວນໃຫຍ່ໃນເຂດຕົວເມືອງ ແລະ ເຄິ່ງຕົວ ເມືອງ.

ມັນໄດ້ຕິດແປດໃສ່ປະມານ 100 ລ້ານ ຫາ 400 ລ້ານຄົນໃນແຕ່ລະປີ, ເຖິງແມ່ນວ່າ ກໍລະນີສ່ວນໃຫຍ່ແມ່ນບໍ່ແຮງຫຼາຍ ຫຼື ບໍ່ສະແດງອາການກໍຕາມ, ອີງຕາມການກ່າວຂອງອົງການອະນາໄມໂລກ.

ການເພີ່ມຂຶ້ນໃນຕົວເລກຂອງການຕິດເຊື້ອ ແມ່ນຖືກພົບເຫັນໃນທຸກປະເທດໃນ ເຂດ ອາເມຣິກາ ລາຕິນ ແລະ ທະເລ ຄາຣິບຽນ, ແຕ່ໂດຍສະເພາະໃນປະ ເທດ ບຣາຊິລ, ປາຣາກວາຍ ແລະ ອາເຈັນຕິນາ, ເຊິ່ງປະກອບເປັນ 92 ເປີເຊັນຂອງກໍລະນີທັງໝົດ ແລະ 87 ເປີເຊັນຂອງການເສຍຊີວິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG