ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮຸນແຮງ ໃນເມືອງ ຊິຄາໂກ ຄັ້ງຫຼ້າສຸດ ເຮັດໃຫ້ມີຄົນ ເສຍຊີວິດ 2 ຄົນ


Chicago Shooting
please wait
Embed

No media source currently available

0:00 0:01:01 0:00

ກະລຸນາຊົມວິດີໂອ ກ່ຽວກັບ ຂ່າວນີ້

ຕຳຫຼວດນະຄອນ Chicago ໄດ້ຍິງນັກຮຽນຜູ້ຊາຍ ອາຍຸ 19 ປີ ແລະ ແມ່ຍິງອາຍຸ 55 ປີ ທີ່ມີລູກເຕົ້າ 5 ຄົນ ຕາຍໃນວັນເສົາວານ ນີ້. ຜູ້ເຄາະຮ້າຍທັງສອງ ເປັນຊາວອາເມຣິກັນ ເຊື້ອສາຍອາຟຣິກາ.

ການຍິງສັງຫານ ແມ່ນເປັນເຫດການຫຼ້າສຸດ ຢູ່ໃນເມືອງ ທີ່ຢູ່ພາຍ ໃຕ້ການສືບສວນສອບສວນ ຂອງກະຊວງຍຸດຕິທຳ ສະຫະລັດ ຢູ່ ແລ້ວ ສຳລັບການຍິງສັງຫານອັນໂຫດຫ້ຽມ ຊາຍໜຸ່ມ ອາເມຣິກັນ ເຊື້ອສາຍອາຟຣິກາ ອາຍຸ 17 ປີ ເມື່ອປີກາຍນີ້ ໂດຍເຈົ້າໜ້າທີ່ຕຳ ຫຼວດຜິວຂາວຄົນໜຶ່ງ.

ເຊື້ອສາຍຂອງພວກຕຳຫຼວດທີ່ກ່ຽວຂ້ອງ ໃນເຫດການວັນເສົາ ວານນີ້ທີ່ໄດ້ອອກໄປກວດກາເບິ່ງ ເຫດການຄວາມບໍ່ສະຫງົບພາຍໃນຄອບຄົວນັ້ນ ຍັງບໍ່ໄດ້ຖືກ ເປີດເຜີຍເທື່ອ.

ກົມຕຳຫຼວດ ກ່າວວ່າ ໃນເວລາພວກເຈົ້າໜ້າທີ່ຂອງຕົນ ໄດ້ໄປເຖິງຈຸດເກີດເຫດ ພວກເຂົາເຈົ້າ ໄດ້ “ປະເຊີນໜ້າກັບ ຜູ້ຕ້ອງຫາຄົນໜຶ່ງ ທີ່ສະແດງອາການຕໍ່ສູ້ ຊຶ່ງເປັນຜົນເຮັດໃຫ້ເຈົ້າໜ້າທີ່ ໃຊ້ອາວຸດຍິງ ແລະ ເຮັດໃຫ້ສອງຄົນບາດເຈັບສາຫັດ.”

ຖະແຫລງການຂອງຕຳຫຼວດສະບັບໜຶ່ງ ກ່າວວ່າ ແມ່ຍິງຄົນໜຶ່ງ ຊື່ວ່າ ນາງ Bettie Jones “ໄດ້ຖືກຍິງໂດຍບັງເອີນ ແລະ ເປັນການເສຍຊີວິດ ທີ່ເສົ້າສະຫລົດໃຈ.”

XS
SM
MD
LG