ລັດຖະສະພາສະຫະລັດ ກໍາລັງເດີນໜ້າ ໃນການປະຕິບັດງານສອງຝ່າຍ ເພື່ອເສີມຂະຫຍາຍການພົວພັນທາງດ້ານຄວາມໝັ້ນຄົງ ແລະການຄ້າກັບໄຕ້ຫວັນ, ໃນຂະນະທີ່ເກາະປົກຄອງຕົນເອງແຫ່ງນີ້ ກໍາລັງປະເຊີນກັບໄພຂົ່ມຂູ່ຈາກຈີນ.
ຄະນະກໍາມະການຄວາມສໍາພັນກັບຕ່າງປະເທດຂອງສະພາສູງສະຫະລັດ ໄດ້ອະນຸມັດຮ່າງກົດໝາຍກ່ຽວກັບໄຕ້ຫວັນໃນວັນພຸດທີ່ຜ່ານມາ, ໂດຍເປີດທາງໃຫ້ເງິນສະໜັບສະໜູນ ຈໍານວນ 6.5 ຕື້ໂດລາເພື່ອສະໜອງເງິນທຶນເສີມຂະຫຍາຍດ້ານຄວາມໝັ້ນຄົງ ໃນໄລຍະເວລາ 5 ປີ ຊຶ່ງຈະມີການລົງຄະແນນສຽງໂດຍສະພາສູງຄົບຄະນະ. ມາດຕະການດັ່ງກ່າວຍັງລະບຸວ່າ ໄຕ້ຫວັນເປັນພັນທະມິດທີ່ສໍາຄັນ ທີ່ບໍ່ແມ່ນສະມາຊິກອົງການ NATO ອີກດ້ວຍ.
“ສິ່ງສໍາຄັນຕົ້ນຕໍ ຂອງຮ່າງກົດໝາຍດັ່ງກ່າວນີ້ ທີ່ຍາມໃດກໍເປັນສິ່ງຂັດຂວາງ ແລະເພີ້ມຄວາມອາດສາມາດຂອງໄຕ້ຫວັນ. ຮ່າງກົດໝາຍທີ່ພວກເຮົາດໍາເນີນການອະນຸມັດໃນມື້ນີ້ ແມ່ນເພື່ອສະແດງໃຫ້ເຫັນໂດຍແຈ່ມແຈ້ງວ່າ ສະຫະລັດຈະບໍ່ພະຍາຍາມດໍາເນີນການເຮັດສົງຄາມ ຫຼື ເພີ້ມຄວາມເຄັ່ງຕຶງຕ່າງໆກັບລັດຖະບານປັກກິ່ງ.”
ປະທານຄະນະກໍາມະການຄວາມສໍາພັນຕ່າງປະເທດຂອງສະພາສູງ ທ່ານບັອບ ເມີເນັນເດສ (Bob Menendez) ກ່າວໃນເວລາທີ່ຄະນະກໍາມະການ ໄດ້ອະນຸມັດຮ່າງກົດໝາຍດັ່ງກ່າວວ່າ “ກົງກັນຂ້າມ, ພວກເຮົາເພີ້ມຄວາມລະ ມັດລະວັງ ແລະວາງຍຸດທະສາດຫຼຸດຜ່ອນໄພຄຸກຄາມທີ່ໄຕ້ຫວັນກໍາລັງປະເຊີນຢູ່ ໂດຍເພີ້ມຄ່າໃຊ້ຈ່າຍໃນການຢືດເອົາເກາະໄຕ້ຫວັນ ໄວ້ດ້ວຍກອງກໍາລັງທາງທະຫານ ເຊິ່ງມັນຖືເປັນຄວາມສ່ຽງທີ່ສູງ ແລະບໍ່ສາມາດຈະປະສົບຜົນສໍາເລັດໄດ້.”
ສະມາຊິກສະພາສູງ ທ່ານຈິມ ຣິຈ (Jim Risch) ຊຶ່ງເປັນສະມາຊິກຄົນສຳຄັນຂອງພັກຣີພັບບລີກັນກ່າວວ່າ ຮ່າງກົດໝາຍດັ່ງກ່າວຈະ “ເລັ່ງລັດການປະຕິຮູບແລະຂະຫຍາຍການຝຶກຊ້ອມທາງທະຫານຂອງໄຕ້ຫວັນ ເພື່ອໃຫ້ກອງກໍາລັງທະຫານຂອງໄຕ້ຫວັນ ນໍາໃຊ້ສະຖານະການແບບແທ້ຈິງ.”
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ອະນຸມັດການຂາຍອາວຸດໃນຈໍານວນ 1.1 ຕື້ໂດລາ ໃຫ້ແກ່ໄຕ້ຫວັນໃນຊ່ວງຕົ້ນເດືອນນີ້, ເຊິ່ງເປັນການດໍາເນີນງານທີ່ເຮັດໃຫ້ລັດຖະບານຈີນຕ້ອງອອກມາຕ້ອງຕິຢ່າງໄວວາ.