ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຄວບ​ຄຸມ ໄມ​ໂຄ​ຣ​ຊ​ິບ ຄັ້ງຫຼ້າ​ສຸດ​ຂອງ ສະ​ຫະ​ລັດ ຈຳ​ກັດ​ການ​ພັດ​ທະ​ນາ AI ຂອງ ຈີນ


ພະ​ນັກ​ງາ​ນ​ຄົນ​ນຶ່ງ​ສະ​ແດງວິ​ທີ​ການ​ຖ່າຍ​ທອດ​ສົດ​ທາງ​ອິນ​ເຕີ​ແນັດ ຢູ່​ບູດ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ສາ​ກົນ ຈີນ ໃນ​ນະ​ຄອນຫຼວງ ປັກ​ກິ່ງ, 2 ກັນ​ຍາ 2022.
ພະ​ນັກ​ງາ​ນ​ຄົນ​ນຶ່ງ​ສະ​ແດງວິ​ທີ​ການ​ຖ່າຍ​ທອດ​ສົດ​ທາງ​ອິນ​ເຕີ​ແນັດ ຢູ່​ບູດ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ສາ​ກົນ ຈີນ ໃນ​ນະ​ຄອນຫຼວງ ປັກ​ກິ່ງ, 2 ກັນ​ຍາ 2022.

ການ​ຂະ​ຫຍາຍ​ການ​ຄວບ​ຄຸມ​ການ​ສົ່ງ​ອອກ​ໄມ​ໂຄ​ຣ​ຊິບ​ທີ່​ທັນ​ສະ​ໄໝ​ຄັ້ງຫຼ້າ​ສຸດ​ຂອງ ສະ​ຫະ​ລັດ, ລວມ​ທັງ​ອັນ​ທີ່​ຖືກ​ໃຊ້​ສຳ​ລັບ​ປັນ​ຍາ​ປະ​ດິດ, ພ້ອມ​ກັບ​ເຄື່ອງ​ມື​ຜະ​ລິດ​ໄມ​ໂຄ​ຣ​ຊິບ ຈະ​ເຮັດ​ໃຫ້​ມັນ​ຍາກ​ສຳ​ລັບ ຈີນ ທີ່​ຈະ​ພັດ​ທະ​ນາ​ໃນ​ຝ່າຍ​ນັ້ນ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ນັກ​ວິ​ເຄາະ.

ທ່ານ​ນາງ ເອ​ມີ​ລີ ເບັນ​ສັນ, ຜູ້​ອຳ​ນວຍ​ການ​ໂຄງ​ການ​ການ​ຄ້າ ແລະ ເທັກ​ໂນ​ໂລ​ຈີ ຢູ່​ສະ​ຖາ​ບັນ​ນັກ​ວິ​ໄຈ CSIS ຂອງ ສະ​ຫະ​ລັດ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ພະ​ແນກ​ພາ​ສາ​ຈີນ​ກາງວ່າ ຈີນ ບໍ່​ຄວນ​ຕົກ​ໃຈຫຼາຍ​ກັບ​ກົດ​ລະ​ບຽບ​ທີ່​ຖືກ​ປະ​ກາດ​ໃນ​ອາ​ທິດ​ນີ້​ເພາະ​ວ່າ​ເຂົາ​ເຈົ້າ​ບໍ່​ແມ່ນ​ຈຸດ​ໝາຍ​ປາຍ​ທາງ​ທີ່​ສຳ​ຄັນ​ຈາກ​ຂໍ້​ສະ​ເໜີ​ເມື່ອ​ເດືອນ​ຕຸ​ລາ​ທີ່​ຜ່ານ​ມາ. ທ່ານນ​າງ​ໄດ້​ກ່າວ​ວ່າ​ກົດ​ລະ​ບຽບ​ໃໝ່​ຈະ​ຮັບ​ປະ​ກັນ​ຄວາມ​ກະ​ຈ່າງ​ແຈ້ງ ກ່ຽວ​ກັບ ເປົ້າ​ໝາຍ​ຂອງ​ກົດ​ລະ​ບຽບ​ດັ້ງ​ເດີມ ແລະ ການ​ຫ້າມ​ໄມ​ໂຄ​ຣ​ຊິບ ແມ່ນ​ບັນ​ຫາ​ທີ່​ມີ​ມາ​ດົນ​ນານ.

ໃນ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ, ບັນ​ດາ​ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ​ບໍ​ລິ​ສັດ​ຜະ​ລິດ​ໄມ​ໂຄ​ຣ​ຊິບ ສະ​ຫະ​ລັດ ລວມ​ມີ Intel, Qualcomm ແລະ Nvidia ໄດ້​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ເພື່ອ​ຮຽກ​ຮ້ອງ​ໃຫ້​ຢຸດຕໍ່ການ​ຄວບ​ຄຸມ​ຕໍ່​ການ​ສົ່ງ​ອອກ​ໄມ​ໂຄ​ຣ​ຊິບ​ໄປ​ຈີນຫຼາຍ​ຂຶ້ນ. ການ​ພົບ​ປະ​ກັນ​ໄດ້​ມີ​ຂຶ້ນຫຼັງ​ຈາກ ຈີນ ໄດ້​ປະ​ກາດ​ຂໍ້​ຈຳ​ກັດ​ຕໍ່​ການ​ສົ່ງ​ວັດ​ຖຸ​ຕ່າງໆ​ທີ່​ຖືກ​ໃຊ້​ເພື່ອ​ສ້າງ​ໄມ​ໂຄ​ຣ​ຊິບ, ເຊິ່ງ​ເປັນ​ການ​ຕອບ​ໂຕ້​ຕໍ່​ຄວາມ​ພະ​ຍາ​ຍາມ​ທີ່​ຮຸນ​ແຮງ​ຂຶ້ນ​ໂດຍ ວໍ​ຊິ​ງ​ຕັນ ເພື່ອຫຼຸດ​ຜ່ອນ​ຄວາມ​ກ້າວ​ໜ້າ​ທາງ​ເທັກ​ໂນ​ໂລ​ຈີ​ຂອງ ຈີນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG