ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈໍານວນຄົນເຜົາໂຕຕາຍ ໃນທິເບດ ເພີ່ມຂື້ນເປັນ 54 ຄົນ


ແຜນທີ່ເມືອງ ແລະໂຕເລກ ທີ່ຊາວທິເບດ ໄດ້ເຜົາໂຕເອງຕາຍ ມາຮອດວັນທີ 4 ຕຸລາ 2012 ນີ້.
ແຜນທີ່ເມືອງ ແລະໂຕເລກ ທີ່ຊາວທິເບດ ໄດ້ເຜົາໂຕເອງຕາຍ ມາຮອດວັນທີ 4 ຕຸລາ 2012 ນີ້.
ລາຍ​ງານ​ຈາກ ທິ​ເບ​ດ ກ່າວວ່າ ​ຜູ້​ປະ​ທ້ວງ​ອີກ​ຄົນ​ນຶ່ງ ທີ່ຮຽກ
ຮ້ອງເອົາອິດສ​ະລະ ​ພາບ​ໃຫ້ຊາວ​ທິ​ເບດ ​ໄດ້​ເຜົາໂຕເອງ​ຕາຍ
ຊຶ່ງ​ເຮັດ​ໃຫ້​ໂຕ​ເລກ​ຂອງ ຊາວ​ທິ​ເບ​ດ ທີ່​ຮູ້​ວ່າ​ໄດ້​ເຜົາ​ໂຕ​ຕາຍ
ນັ້ນ ​ເພີ່ມ​ຂື້ນ​ມາ​ເປັນ 54 ຄົນ.

​ແຫ​ລ່ງຂ່າວ ທິ​ເບ​ດ ກ່າວ​ວ່າ ຊາຍ​ຄົນ​ດັ່ງກ່າວ ທີ່​ມີ ​ອາຍຸ 27 ປີ​ ​ແລະມີ​ລູກ​ສອງ​ຄົນນັ້ນ ​ຊື່ວ່າ Sangay Gyatso ​ໄດ້​ເຜົາ​ໂຕເອງ​ ​ໃນ​ວັນ​ເສົາວານ​ນີ້ ຢູ່​ພາກ​ຕາ​ເວັນ​ອອກຂອງ​ທິ​ເບ​ດ ໃກ້​ກັບວັດ Dokar. ​ເປັນ​ທີ່​ເຊື່ອ​ກັນວ່າ ຜູ້ກ່ຽວ ໄດ້ເສຍ​ຊີວິດ​ໄປ​ແລ້ວ.

​ໃນ​ວັນພະຫັດອາທິດ​ແລ້ວ​ນີ້ ນັກ​ປະພັນທິ​ເບ​ດ ຄົນ​ນຶ່ງ​ຊື່ວ່າ Gudrup ກໍ​ໄດ້​ເສຍ​ຊີວິດ​ ຍ້ອນ​ເຜົາ​ໂຕ​ເອງ​ ທີ່​ເມືອງ Nagchu.

​ແລະ​ໃນ​ມື້​ວັນ​ສຸກ ຜູ້​ນໍາ​ຂອງ​ລັດ​ຖະ​ບານ​ຜັດ​ຖິ່ນທິ​ເບ​ດ ນາຍົກລັດຖະມົນ​ຕີ Lobsang Sangay ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ ​ເຕັມ​ໃຈທີ່​ຈະ​ທໍາການ​ເຈລະຈາ​ກັບລັດຖະບານ​ຈີນ ກ່ຽວ​ກັບ​ເລື້ອງການ​ປົກຄອງ​ຕົນ​ເອງຂອງ​ຊາວທິ​ເບ​ດນັ້ນ ​ທຸກ​ເວລາ. ​ແຕ່​ທ່ານກໍ​ກ່າວ​ຕື່ມວ່າ ທ່ານ​ບໍ່​ຄາດ​ວ່າ ຈະ​ມີ​ຮ່ອງຮອຍ​ທີ່​ແຈ້ງ​ຂາວໃດໆ ປາກົດ​ອອກ​ມາ​ໃຫ້​ເຫັນວ່າ ​ຈີນຈະຈັດການ
​ແນວ​ໃດ​ກັບ​ເລື້ອງທິ​ເບ​ດ​ນັ້ນ ຈົນ​ກວ່າ​ຫລັງ​ຈາກ​ມີ​ການ​ປ່ຽນ​ແປງ​ຄະນະ​ນໍາພາ​ຈີນ ໃນ​ທ້າຍ​ປີ​ນີ້. ​

ກ່ຽວຂ້ອງກັນ

XS
SM
MD
LG