ບັນດາເຈົ້າໜ້າທີ່ອະວຸໂສຈາກສະຫະລັດ ການາດາ ແລະເມັກຊິໂກ ໄດ້ເສັດສິ້ນການ
ເຈລະຈາຮອບຫຼ້າສຸດ ກ່ຽວກັບຂໍ້ຕົກລົງການຄ້າເສລີໃນອາເມຣິກາເໜືອຫຼື NAFTA
ໂດຍປາດສະຈາກຄວາມກ້າວໜ້າ ທີ່ສຳຄັນໃດໆ ກ່ຽວກັບວ່າ ຈະເຈລະຈາຂໍ້ຕົກລົງ
ດັ່ງກ່າວຄືນໃໝ່ຢ່າງໃດ.
ຜູ້ຕາງໜ້າທາງດ້ານການຄ້າຂອງສະຫະລັດ ທ່ານໂຣເບີດ ໄລໄທເຊີ ກ່າວໃນວັນສຸກ
ວານນີ້ ຫຼັງຈາກການເຈລະຈາເປັນເວລານຶ່ງອາທິດ ໃນນະຄອນຫຼວງວໍ ຊິງຕັນວ່າ
ສະຫະລັດຈະສືບຕໍ່ເຮັດວຽກຮ່ວມກັບພາຄີຂອງຕົນ ເພື່ອທົບທວນຂໍ້ຕົກລົງປີ 1994.
ທ່ານກ່າວວ່າ "ສະຫະລັດພ້ອມແລ້ວທີ່ຈະສືບຕໍ່ເຮັດວຽກກັບເມັກຊິໂກ ແລະການາດາ
ເພື່ອໃຫ້ບັນລຸຄວາມກ້າວໜ້າທີ່ຈຳເປັນ ກ່ຽວກັບເປົ້າໝາຍເຫຼົ່ານີ້.”
ການໂອ້ລົມຮອບຫລ້າສຸດ ແມ່ນເປັນເທື່ອທຳອິດທີ່ໄດ້ພົວພັນກັບບັນດາເຈົ້າໜ້າທີ່ສູງ
ສຸດຂອງທັງສາມຝ່າຍ ໃນການເຈລະ NAFTA ຄືທ່ານໄລໄທເຊີ ລັດຖະ ມົນຕີຕ່າງ
ປະເທດການາດາ ທ່ານນາງຄຣິສເຕຍ ຟຣີແລນ ແລະລັດຖະມົນຕີເສດຖະກິດເມັກຊິ
ໂກ ທ່ານອີລເດຟອນໂຊ ກົວຈາໂດ.
ການເຈລະຈາແມ່ນໄດ້ຮັບຄວາມກົດດັນເພີ້ມຂຶ້ນ ເພື່ອໃຫ້ບັນລຸການຕົກລົງໂດຍໄວ
ຫຼັງຈາກປະທານສະພາຕໍ່າສະຫະລັດ ທ່ານພອນ ຣາຍອັນ ໄດ້ກ່າວໃນອາ ທິດນີ້ວ່າ ຕ້ອງແຈ້ງໃຫ້ທ່ານຮູ້ກ່ຽວກັບຂໍ້ຕົກລົງໃໝ່ພາຍໃນວັນທີ 17 ພຶດສະພາ ເພື່ອໃຫ້ລັດ
ຖະສະພາຊຸດປັດຈຸບັນມີໂອກາດໄດ້ຮັບຮອງເອົາໃນປີນີ້.
ທ່ານກົວຈາໂດ ກ່າວໃນວັນສຸກວານນີ້ວ່າ ການດັດແປງຂໍ້ຕົກລົງຈະໃຊ້ເວລາ. ທ່ານ
ກ່າວວ່າ “ພວກເຮົາຈະບໍ່ເສຍສະຫຼະຄຸນນະພາບຂອງຂໍ້ຕົກລົງ ເພາະຄວາມກົດດັນ
ດ້ານເວລາ. ພວກເຮົາຈະສືບຕໍ່ຫາລືກັນ.”
ທ່ານນາງຟຣິີແລນກໍໄດ້ສະທ້ອນການໃຫ້ຄວາມເຫັນດັ່ງກ່າວໂດຍເວົ້າວ່າ “ການຕໍ່
ເຈລະຈາຈະໃຊ້ເວລາ ນານເທົ່າທີ່ຈະໃຊ້ ເພື່ອໃຫ້ໄດ້ຂໍ້ຕົກລົງທີ່ດີ.”
ທ່ານນາງໄດ້ກ່າວຕໍ່ບັນດານັກຂ່າວວ່າ ມີຫຼາຍສິ່ງຫຼາຍຢ່າງທີ່ຈະຕ້ອງ “ໄດ້ເຮັດ” ຢ່າງ
ຍືດຍາວ ເພື່ອຈະເສັດສິ້ນການເຈລະຈາກ່ຽວກັບຂໍ້ຕົກລົງ NAFTA ແຕ່ວ່າ ການໂອ້ລົມກັນແມ່ນໄດ້ມີຄວາມກ້າວໜ້າ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ອີກຄັ້ງນຶ່ງໄດ້ເພີ້ມການຕິຕຽນຕໍ່ຂໍ້ຕົກ
ລົງ NAFTA ລະຫວ່າງກອງປະຊຸມໃນວັນສຸກວານນີ້ຢູ່ທີ່ທຳນຽບຂາວກັບບັນດາຜູ້ບໍ
ລິຫານ ຂອງບໍລິສັດສ້າງລົດ. ທ່ານກ່າວວ່າ “ຂໍ້ຕົກລົງ NAFTA ຂີ້ ຮ້າຍ ຂີ້ຮ້າຍຫຼາຍ
ສຳລັບປະເທດນີ້. ແລະພວກເຮົາຈະເຫັນວ່າ ພວກເຮົາຈະສາ ມາດເຮັດໃຫ້ມັນມີເຫດ
ຜົນຫຼືບໍ່.”