ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນດາເຈົ້າໜ້າທີ່ ສຫລ ວ່າ ແຜນການກໍ່ກວນ ຄັ້ງຫຼ້າສຸດ ຂອງອີຣ່ານ ເປັນເລື້ອງໜ້າເປັນຫ່ວງ ແຕ່ບໍ່ແປກໃຈເລີຍ


ທຸງຊາດຂອງອີຣ່ານ ພັດສະບັດ ໃນຂະນະທີ່ ສາມາດ ແນມເຫັນຫລັກເສົາໂທລະຄົມມະນາຄົມ ມີາລາດ ແລະຕຶກອາຄານຕ່າງໆ ຢູ່ໃນນະຄອນຫຼວງ ເຕຫະຣ່ານ ຂອງອີຣ່ານ, ວັນອັງຄານ ທີ 31 ມີນາ 2020.
ທຸງຊາດຂອງອີຣ່ານ ພັດສະບັດ ໃນຂະນະທີ່ ສາມາດ ແນມເຫັນຫລັກເສົາໂທລະຄົມມະນາຄົມ ມີາລາດ ແລະຕຶກອາຄານຕ່າງໆ ຢູ່ໃນນະຄອນຫຼວງ ເຕຫະຣ່ານ ຂອງອີຣ່ານ, ວັນອັງຄານ ທີ 31 ມີນາ 2020.

ເມື່ອບໍ່ນານມານີ້ ອົງການສືບລັບສະເໜີແນະວ່າ ກອງກຳລັງທີ່ໜູນຫລັງໂດຍອີຣານຢູ່
ໃນອີຣັກ ກຳລັງເຄື່ອນໄຫວວາງແຜນທີ່ຈະໂຈມຕີ ທະຫານສະຫະລັດ ຊຶ່ງອາດຈະກໍ່ໃຫ້ ເກີດສົງຄາມດ້ານຖ້ອຍຄຳຂຶ້ນໃໝ່ ລະຫວ່າງ ວໍຊິງຕັນ ກັບເຕຫະຣ່ານ ທາງສື່ສັງຄົມ
ແຕ່ມັນກໍບໍ່ໄດ້ເຮັດໃຫ້ບັນດາເຈົ້າໜ້າທີ່ປ້ອງກັນປະເທດຂອງສະຫະລັດ ແປກປະຫລາດ
ໃຈເລີຍ.

ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ໃນເບື້ອງຕົ້ນ ໄດ້ນຳເອົາເລື້ອງສືບລັບຄັ້ງ
ຫລ້າສຸດນີ້ ມາເວົ້າສູ່ຟັງທາງທວີດເຕີ້ເມື່ອວັນພຸດວານນີ້ ໂດຍໄດ້ເຕືອນໃຫ້ລະວັງ
“ການລອບໂຈມຕີ.”

ໃນເວລາຕໍ່ມາ ທ່ານໄດ້ກ່າວຢູ່ທີ່ທຳນຽບຂາວ ຕໍ່ບັນດານັກຂ່າວ ວ່າ ອົງການສືບລັບ
ແມ່ນ “ດີເລີດ” ແລະວ່າ ພວກຜູ້ນຳຂອງອີຣ່ານ ຄວນຖືກແນະນຳໃຫ້ເອົາໃຈໃສ່ກັບ
ຄຳເຕືອນຂອງສະຫະລັດ.

ທ່ານທຣຳເວົ້າວ່າ “ພວກເຮົາພຽງແຕ່ຢາກເຕືອນວ່າ ‘ຢ່າເຮັດນ່າ. ຢ່າເຮັດເລີຍ.’ ມັນຈະ
ເປັນສິ່ງທີ່ບໍ່ດີສຳລັບພວກເຂົາ ຖ້າຫາກພວກເຮົາເຮັດມັນ.”

ໃນຂະນະທີ່ບໍ່ໄດ້ຄຳເຫັນໂດຍສະເພາະເຈາະຈົງຕໍ່ຂ່າວລັບ ທີ່ພາໃຫ້ທ່ານທຣຳ ໄດ້ຂຽນ
ລົງໃນທວີດເຕີ້ດັ່ງກ່າວ ຊຶ່ງທັງບັນດາເຈົ້າໜ້າທີ່ສະຫະລັດ ຄົນປັດຈຸບັນແລະໃນອະດີດ ກໍພາກັນກ່າວວ່າ ແນວຄິດທີ່ວ່າ ເຕຫະຣ່ານ ຈະໃຊ້ພວກກອງກຳລັງທີ່ເປັນຕົວແທນ
ເພື່ອຫາເລື້ອງເກາະຜິດໃນຊ່ວງເວລານີ້ນັ້ນ ກໍສອດຄ້ອງກັບແຜນການຂອງລະບອບ
ການປົກຄອງຂອງອີຣ່ານ.

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ສະຫະລັດ ທ່ານນຶ່ງ ກ່າວຕໍ່ວີໂອເອ ກ່ຽວກັບເລື້ອງນີ້
ໂດຍຂໍສະຫງວນຊື່ ວ່າ ເຈົ້າໜ້າທີ່ກອງທັບຂອງອີຣ່ານ ຄົນນຶ່ງ ໄດ້ເປັນສິ່ງ “ສະກັດກັ້ນ
ທີ່ມີປະສິດທິພາບດີ” ໂດຍການຊີ້ໃຫ້ເຫັນເຖິງການເກ້ຍກ່ອມ ໃນເລື້ອງການເປີດສາກ
ໂຈມຕີດ້ວຍລູກສອນໄຟ ຈາກດິນແດນຂອງອີຣ່ານ ແລະຈົນເຖິງເລື້ອງການຕັດສິນໃຈ
ຂອງເຕຫະຣ່ານ ໃຫ້ຍຸຕິການຮາວີ ກຳປັ່ນທັງຫຼາຍທີ່ແລ່ນຜ່ານຊ່ອງແຄບ ຮໍມູສ.

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທ່ານນີ້ ຍັງໄດ້ເຕືອນວ່າ ການໂຈມຕີຂອງສະຫະລັດ ຕໍ່
ພວກທະຫານບ້ານຢູ່ໃນອີຣັກ ທີ່ໜູນຫຼັງໂດຍອີຣ່ານ ເຊັ່ນກຸ່ມ ກາຕາອິບ ເຫສໂບລາ
(Kataib Hezbolla) ນັ້ນ ກໍບໍ່ໄດ້ຫລຸດຜ່ອນ “ໄພຂົ່ມຂູ່ທີ່ລັ່ງໄຫລມາ” ຈາກພວກທະ
ຫານບ້ານທີ່ອີຣ່ານ ໃຫ້ການໜູນຫລັງ ແຕ່ນ້ອຍເລີຍ ຊຶ່ງໄດ້ເພີ້ມສູງຂຶ້ນເປັນເວລາຫຼາຍ
ອາທິດມາແລ້ວ.

ນາຍພົນ ເຄັນເນັດ ເມັກເຄັນຊີ ຜູ້ບັນຊາການສູນບັນຊາການກຳລັງສະຫະລັດ ໃນພາກ
ຕາເວັນອອກກາງ ກ່າວຕໍ່ບັນດານັກຂ່າວ ຫຼັງຈາກມີການໂຈມຕີທາງອາກາດຢ່າງແມ່ນ
ຢຳຂອງສະຫະລັດຫຼາຍບັ້ນຕິດຕໍ່ກັນ ເມື່ອເດືອນແລ້ວນີ້ ຕໍ່ຄັງຕ່າງໆຂອງພວກທະຫານ
ບ້ານທີ່ໃຊ້ເປັນບ່ອນເກັບອາວຸດທັນສະໄໝຂອງອີຣ່ານນັ້ນ ໂດຍເວົ້າວ່າ ໄພຂົ່ມຂູ່ແມ່ນ
ຍັງມີສູງຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG