ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລນສ໌ກີ ໄດ້ກ່າວໃນວັນອັງຄານ ມືິ້ນີ້ວ່່າ ທ່ານໄດ້ໄປຢ້ຽມຢາມກຳລັງທະຫານຢູ່ເຂດແນວໜ້າ.
ໂດຍບໍ່ໄດ້ບອກໃຫ້ຮູ້ ເຖິງສະຖານທີ່ສະເພາະເຈາະຈົງ ທ່ານເຊເລນສ໌ກີໄດ້ເຜິຍ ແຜ່ຢູ່ໜ້າເຕເລກຣາມ ຕິດຕາມດ້ວຍບັນດາຮູບພາບ ຢືນຄຽງຂ້າງກັບບັນດາສະ ມາຊິກທະຫານ.
“ພວກປ້ອງກັນຂອງເຮົາ. ຢູ່ແນວໜ້າ. ມື້ນີີ້ ຂ້າພະເຈົ້າມາຢູ່ທີ່ນີ້ເພື່ອສັນລະເສີນ ພວກນັກລົບຂອງເຮົາ ໃນວັນ ນາວິກໂຍທິນຂອງຢູເຄຣນ” ທີ່ທ່ານເຊເລນສ໌ກີ ໄດ້ກ່າວ.
“ໃນການກັບຄືນມາຈາກການຢ້ຽມຢາມຕ່າງປະເທດ ປະທານາທິບໍດີ ໂວໂລດີເມຍ ເຊີເລນສ໌ກີ ໄດ້ໄປຢ້ຽມຢາມທີ່ຕັ້ງຫຼາຍໆບ່ອນຢູ່ເຂດແນວໜ້າຂອງກຳລັງທະຫານຢູເຄຣນ ຢູ່ເສັ້ນປ້ອງກັນໃນເມືອງວຸກເລີດາ-ມາຢິງກາ ຂົງເຂດໂດແນັດ” ທີ່ປະທານາທິບໍດີໄດ້ກ່າວຢູ່ໃນຖະແຫລງການ.
ຜູ້ນຳຢູເຄຣນ ໄດ້ເດີນທາງຫລາຍຄັ້ງໄປຢ້ຽມເຂດແນວໜ້າ ນັບແຕ່ຣັດເຊຍໄດ້ເລີ້ມຮຸກຮານຢ່າງເຕັມທີ່ໃນປີກາຍກນີ້. ຫວ່າງບໍ່ເທົ່າໃດອາທິດທີ່ຜ່ານມາ ການເດີນທາງຂອງທ່ານໄດ້ໄປຢ້ຽມຢາມບັນດານະຄອນຫລວງຂອງຢູໂຣບ ເພື່ອໃຫ້
ໄດ້ຮັບຄຳໝັ້ນສັນຍາໃນການຊ່ວເຫລືອທາງທະຫານ ແລະໄດ້ຮ້ອງຂໍໃຫ້ບັນດາພັນທະມິດສົ່ງເຮືອບິນລົບສະໄໝໃໝ່ ເພື່ອຊ່ວຍກຳລັງຢູເຄຣນ.
ລັດຖະມົນຕີກອງທັບອາກາດສະຫະລັດ ທ່ານແຟຣງ ເຄັນດອລ ໄດ້ກ່າວວ່າ “ຈະໄຊ້ເວລາຫລາຍເດືອນຢ່າງສຸດຂີດ” ທີ່ຈະຕັດສິີນໃຈສະໜອງເຮືອບິນລົບ F-16 ໃຫ້ແກ່ຢູເຄຣນ.
ໃນການກ່າວຕໍ່ບັນດານັກຂ່າວ ກັບພວກນັກຂຽນດ້ານປ້ອງກັນປະເທດ ໃນວໍຊິງຕັນ ໃນວັນຈັນວານນີ້ ທ່ານເຄັນດອລ ກ່າວວ່າ ເຮືອບິນລົບ F-16s “ຈະຊ່ວຍໃຫ້ຢູເຄຣນມີຄວາມສາມາດເພີ້ມຂຶ້ນ ທີ່ເຂົາເຈົ້າບໍ່ມີໃນປັດຈຸບັນ ແຕ່ວ່າຈະບໍ່ເປັນເກມປ່ຽນແປງຢ່າງໄວ” ທີ່ທ່ານໄດ້ກ່າວ “ອຳນາດທາງອາກາດບໍ່ໄດ້ເປັນຄວາມຈິງທີ່ແນ່ນອນ ເທົ່າທີ່ຜ່ານມາ” ໂດຍໃຫ້ຂໍ້ສັງເກດເຖິງຄວາມແມ້ນຢໍາຂອງ ລະ ບົບປ້ອງກັນໄພທາງພາກພື້ນດິນ. F-16s ຈະຊ່ວຍຊາວຢູເຄຣນ ແຕ່ຈະບໍ່ປ່ຽນ ແປງເຖິງພືີ້ນຖານຂອງສົມມະການ” ທ່ານໄດ້ກ່າວ.