ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ເຊ​ເລນ​ສ໌ກີ ​​ໄປ​ຢ້ຽມຢາມ​ ໂປ​ແລນ ຊຶ່ງ​ເປັນປະ​ເທດ​ເພື່ອນ​ບ້ານ​


ນາ​ຍົກ ໂປແລນ, ທ່ານ Mateusz Morawiecki ຕ້ອນ​ຮັບ​ທ່ານ​ ໂວ​ໂລ​ດິ​ເມຍ ເຊ​ເລນ​ສ໌​ກີ, ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ຂະ​ນະ​ທີ່​ພວກ​ເພິ່ນ​ພົບ​ປະ​ກັນ​ໃນ​ນະ​ຄອນ​ຫລວງ ວໍ​ຊໍ​ຂອງ​ໂປ​ແລນ, ວັນ​ທີ 5 ເມ​ສາ, 2023
ນາ​ຍົກ ໂປແລນ, ທ່ານ Mateusz Morawiecki ຕ້ອນ​ຮັບ​ທ່ານ​ ໂວ​ໂລ​ດິ​ເມຍ ເຊ​ເລນ​ສ໌​ກີ, ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ຂະ​ນະ​ທີ່​ພວກ​ເພິ່ນ​ພົບ​ປະ​ກັນ​ໃນ​ນະ​ຄອນ​ຫລວງ ວໍ​ຊໍ​ຂອງ​ໂປ​ແລນ, ວັນ​ທີ 5 ເມ​ສາ, 2023

ປະທານາທິບໍດີ​ຢູ​ເຄຣນ ທ່ານໂວ​ໂລ​ດິ​ເມຍ ເຊ​ເລນ​ສ໌ກີ ​ໄດ້​ໄປ​ຢ້ຽມຢາມ​ ໂປ​ແລນ ຊຶ່ງ​ເປັນປະ​ເທດ​ເພື່ອນ​ບ້ານ​ຂອງຕົນນັ້ນ​ ​ໃນ​ວັນ​ພຸດ​ວານ​ນີ້ ​ໂດຍໄດ້​ໄປ​ແຈ້ງ​ຂໍ້​ມູນ​ທີ່​ທັນ​ກັບ​ເຫດ​ການ ​ໃຫ້ແ​ກ່ພວກ​ຜູ້​ນໍາຢູ່​ທີ່​ນັ້ນຊາບ​ ກ່ຽວ​ກັບ​ສົງຄາມ​ໃນ​ຢູ​ເຄຣນ ​ແລະ​ໄດ້​ພົບກັບ​ພວກ​ອົບ​ພະຍົບຊາວຢູ​ເຄຣນ ທີ່​ຫລົບໜີ​ ໄປຢູ່ປະ​ເທດນັ້ນ ຫລັງ​ຈາກຣັດ​ເຊຍ​ເລີ້ມ​ບຸກ​ລຸກ​ຢູ​ເຄຣນຢ່າງ​ເຕັມສ່ວນ.

ທ່ານເຊ​ເລນ​ສ໌ກີ ກ່າວ​ວ່າ ສະຖານະ​ການ​ຂອງ​ກຳລັງທະ​ຫານ​ຢູ​ເຄຣນ ຢູ​ໃນ​ເມືອງບັກ​ມຸດ ທາງ​ພາກ​ຕາ​ເວັນ​ອອກຂອງ​ປະ​ເທດ ​ຍັງ​ຫຍຸ້ງຍາກຢູ່ ​ແລະ ຈະ​ຕ້ອງ​ໄດ້ມີ "ການ​ຕັດສິນ​ໃຈ​ທີ່​ສອດຄ່ອງ​ກັບ​ສະ​ພາບການ" ຖ້າ​ຫາກ​ທະຫານ​ຂອງກີ​ຢິບ ມີຄວາມສ່ຽງ​ທີ່​ຈະ​ຖືກ​ປິດ​ລ້ອມໂ​ດຍ​ກຳລັງ​ທະ​ຫານຣັດ​ເຊຍ.

ທ່ານເຊ​ເລນ​ສ໌ກີ ໄດ້ປຶກສາຫາລືກ່ຽວກັບສະພາບສົງຄາມກັບປະທານາທິບໍດີ ໂປແລນ, ທ່ານ​ອານ​ເດ​ຣ​ຊ ດູ​ດາ (Andrzej Duda) ແລະນາຍົກລັດຖະມົນຕີ ແມັດ​ເຕີ​ສ໌ ມໍ​ຣາ​ວຽກ​ກີ (Mateusz Morawiecki) ຕະ​ຫລອດທັງການສະຫນັບສະຫນູນ ແລະ ການຮ່ວມມືຂອງສາກົນສໍາລັບຢູເຄ​ຣນ. ທ່ານເຊ​ເລນ​ສ໌ກີ ກ່າວຂອບ​ໃຈ​ໂປ​ແລນ ​ສໍາ​ລັບ​ສິ່ງ​ທີ່​ທ່ານ​ເຫັນວ່າ ​ເປັນ​ການ​ຊ່ວຍ​ເຫຼືອ ຢ່າງ​ເປັນ​ປະ​ຫວັດ​ສາດ​ຂອງປະ​ເທດດັ່ງ​ກ່າວ ​ຕໍ່​ລັດ​ຖະ​ບານກີ​ຢິບ​.

ຜູ້​ຄົນ​ພາ​ກັນ​ຍົກ​ທຸງ​ໂປ​ແລນ ແລະ​ທຸງ​ຢູ​ເຄ​ຣນ​ຂຶ້ນ​ໃນ​ຂະ​ນະ​ທີ່​ລໍ​ຖ້າ ຕ້ອ​ນ​ຮັບ ທ່ານໂວ​ໂລ​ດິ​ເມຍ ເຊ​ເລນ​ສ໌ກີ, ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນທີ່​ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫລວງວໍ​ຊໍຂອງ​ໂປ​ແລນ, ວັນ​ທີ 5 ເມ​ສາ, 2023
ຜູ້​ຄົນ​ພາ​ກັນ​ຍົກ​ທຸງ​ໂປ​ແລນ ແລະ​ທຸງ​ຢູ​ເຄ​ຣນ​ຂຶ້ນ​ໃນ​ຂະ​ນະ​ທີ່​ລໍ​ຖ້າ ຕ້ອ​ນ​ຮັບ ທ່ານໂວ​ໂລ​ດິ​ເມຍ ເຊ​ເລນ​ສ໌ກີ, ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນທີ່​ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫລວງວໍ​ຊໍຂອງ​ໂປ​ແລນ, ວັນ​ທີ 5 ເມ​ສາ, 2023

ທ່ານດູ​ດາ ກ່າວ​ວ່າ ຣັດ​ເຊຍ​ໄດ້​ກະ​ທໍາ​ອາ​ຊະ​ຍາ​ກໍາ​ສົງ​ຄາມ ​ຢູ່​ໃນຢູ​ເຄ​ຣນ ທີ່ຈະ​ຕ້ອງ​ໄດ້​ຮັບ​ການ​ລົງ​ໂທດ.

"ມື້ນີ້ພວກເຮົາພະຍາຍາມ ທີ່​ຈະ​ເຮັດໃຫ້ຢູ​ເຄ​ຣນ ... ໄດ້ຮັບການ​ຮັບປະກັນ, ການຄໍ້າປະກັນຄວາມປອດໄພເພີ້ມ​ອີກ ໃນ​ການເສີມສ້າງທ່າແຮງທາງ​ດ້ານການທະຫານຂອງຢູ​ເຄ​ຣນ," ນັ້ນ​ຄື​ຄຳ​ເວົ້າ​ ຂອງປະທານາ​ທິ​ບໍ​ດີໂປແລນ.

ໂປ​ແລນ​ ເປັນ​ພັນທະ​ມິດ​ທີ່​ສຳຄັນ​ຂອງ​ຢູ​ເຄຣນ. ອົງ​ການ​ອົບ​ພະ​ຍົບ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ ​ມີ​ຊາວ​ອົບ​ພະ​ຍົບຢູ​ເຄ​ຣນ 1.5 ລ້ານ​ຄົນ​ ທີ່​ໄດ້​ລົງ​ທະ​ບຽນ ​ຂໍ​ສະ​ຖາ​ນະ​ພາບ​ການ​ປົກ​ປ້ອງ​ຊົ່ວ​ຄາວ​ຢູ່ໃນ​ໂປ​ແລນ​.

ໂປ​ແລນ ​ຍັງ​ໄດ້​ເປັນ​ສູນ​ກາງ​ສໍາ​ລັບປະ​ເທດ​ຄູ່​ຮ່ວມພາ​ຄີ​ອື່ນໆ ​ຂອງ​ຢູ​ເຄ​ຣນ​ທີ່​ຈະ​ສົ່ງເຄື່ອງ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ ແລະ​ມະ​ນຸດ​ສະ​ທໍາໃຫ້​ຢູ​ເຄ​ຣນ​.

​ສ່ວນຢູ່ໃນແນວ​ໜ້າ​ຂອງສົງຄາມນັ້ນ ເຈົ້າ​ໜ້າ​ທີ່​ປົກຄອງ​ປະ​ຈຳ​ຂົງ​ເຂດ​ ຂອງຢູ​ເຄ​ຣນ ກ່າວ​ ຢູ່​ເວັບ​ໄຊເທ​ເລ​ແກ​ຣມ (Telegram) ວ່າ ມີ 3 ຄົນ​ເສຍ​ຊີວິດ ​ແລະ ອີກ 6 ຄົນ​ໄດ້​ຮັບ​ບາດ​ເຈັບໃນ​ການ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່​ໃສ່ເມືອງ ໂອ​ເລັກ​ຊຽບ​ໂວ-ດ​ຣັ​ສ​ກິ​ຟ​ກາ (Oleksievo-Druzhkivka) ​ແລະເວ​ລິ​ກາ ໂນ​ໂວ​ຊິ​ລ​ກາ (Velyka Novosilka) ​ໃນ​ເຂດ​ໂດ​ເນດທີ່​ຄວບ​ຄຸມ​ໂດຍ​ຢູເຄ​ຣນນັ້ນ.

ອ່ານຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ​ເພີ້ມ

XS
SM
MD
LG