ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ຂ່າວຫຼ້າ​ສຸດກ່ຽວ​ກັບຢູ​ເຄ​ຣນ: ທ່ານເຊເລນສ໌ກີ ຈະ​ພົບ​ປະ​ກັບ ​ຜູ້​ນຳ​ຂອງ​ປະ​ເທດ ໃນກຸ່ມ ຈີ 7 ທີ່ ປະ​ຊຸມ​ກັນ​ຢູ່​ຍີ່​ປຸ່ນ


ປະທານາທິບໍດີ​ຢູ​ເຄຣນ ທ່ານໂວ​ໂລ​ດິ​ເມຍ ເຊ​ເລນ​ສ໌​ກີ ກ່າວ​ຜ່ານ​ທາງວີ​ດິ​ໂອ ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ສຸດຍອດ​ຂອງ​ສະ​ພາ​ຢູ​ໂຣບ ໃນ​ນະ​ຄອນຫລວງ​ເຣ​ຈາ​ວິ​ຄ ຂອງ​ປະ​ເທດ​ໄອ​ສຊ໌ແລນ, ວັນ​ທີ 16 ພຶດ​ສະ​ພາ, 2023
ປະທານາທິບໍດີ​ຢູ​ເຄຣນ ທ່ານໂວ​ໂລ​ດິ​ເມຍ ເຊ​ເລນ​ສ໌​ກີ ກ່າວ​ຜ່ານ​ທາງວີ​ດິ​ໂອ ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ສຸດຍອດ​ຂອງ​ສະ​ພາ​ຢູ​ໂຣບ ໃນ​ນະ​ຄອນຫລວງ​ເຣ​ຈາ​ວິ​ຄ ຂອງ​ປະ​ເທດ​ໄອ​ສຊ໌ແລນ, ວັນ​ທີ 16 ພຶດ​ສະ​ພາ, 2023

ກຸ່ມ​ຜູ້ນຳ 7 ປະ​ເທດ ຫລື G-7 ທີ່​ຈະ​ຈັດ​ກອງ​ປະຊຸມ​ຢູ່​ນະຄອນຮີ​ໂຣ​ຊິມາ, ປະ​ເທດ​ຍີ່ ປຸ່ນໃນ​ທ້າຍ​ອາທິດ​ນີ້ ມີ​ກຳນົດທີ່​ຈະທຳ​ການໂອ້​ລົມ​ກັບ​ປະທານາທິບໍດີ​ຢູ​ເຄຣນ ທ່ານໂວ​ໂລ​ດິ​ເມຍ ເຊ​ເລນ​ສ໌​ກີ, ອີງ​ຕາມທຳນຽບຂາວ​.

“ພວກ​ເຮົາ​ຄາດ​ວ່າ ຈະ​ມີ​ການ​ໂອ້​ລົມ​ກັນ​ແບບ​ໃດ​ແບບ​ນຶ່ງລະ​ຫວ່າງ​ຜູ້​ນຳ​ຂອງປະ​ເທດ​ໃນກຸ່ມ G-7 ແລະ​ປະ​ທາ​ນາ​ທິ​ບໍ​ດີເຊ​ເລນ​ສ໌​ກີ” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານເຈກ​ ຊູ​ລີ​ວານ, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທີ່ກ່າວຕໍ່ບັນດານັກຂ່າວຢູ່ເທິງເຮືອບິນປະ​ຈຳ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ Air Force One ໃນຂະ​ນະ​ທີ່ເດີນທາງໄປຍັງ​ນະ​ຄອນແອນ​ໂຊ​ເຣກຈ໌ (Anchorage), ລັດອາ​ລາສ​ກາ ຊຶ່ງ​ເປັນ​ເສັ້ນ​ທາງບິນໄປຍັງຍີ່ປຸ່ນ. ທ່ານ​ກ່າວ​ອີກວ່າ "ຂອບ​ເຂດຂອງການ​ສົນ​ທະ​ນາ​ນັ້ນ ຍັງກຳ​ລັງຖືກພິ​ຈາ​ລະ​ນາຢູ່."

​ພາຍຫຼັງທີ່​ຣັດ​ເຊຍ​ບຸກ​ລຸກ​ຢູເຄ​ຣນ​ມາ​ໄດ້​ນານກວ່າ 1 ປີ ກອງ​ປະ​ຊຸມ G-7 ຈະ​ສຸມ​ໃສ່​ການສະ​ໜັບ​ສະ​ໜູນ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ຂອງກີ​ຢິບ ແລະຊຸກຍູ້​ແຮງກົດ​ດັນ​ດ້ານ​ເສດ​ຖະ​ກິດ​ຕໍ່​ຣັດ​ເຊຍ. ທ່ານຊູ​ລີ​ວານກ່າວ​ວ່າ ກອງ​ປະ​ຊຸມ​ສຸດຍອດ​ຈະ​ສຸມ​ໃສ່​ການ​ຈັດ​ຕັ້ງປະ​ຕິ​ບັດ ແລະ​ການ​ບັງ​ຄັບ​ໃຊ້ມາດ​ຕະ​ການ​ລົງ​ໂທດ, ປິດ​ເຄືອ​ຂ່າຍໃນ​ການຫລົບຫລີກ ແລະ ​ປິດບ່ອນທີ່​ເປັນ​ຊ່ອງ​ຫວ່າງ.

ທ່ານກ່າວວ່າ "ສະຫະລັດຈະມີຊຸດມາດ​ຕະ​ການລົງໂທດ ທີ່ກ່ຽວຂ້ອງກັບຖະແຫຼງ ການຂອງ G-7 ທີ່ຈະເນັ້ນໃສ່ບັນຫາການບັງຄັບໃຊ້ມາດ​ຕະ​ການ​ລົງ​ໂທດນີ້."

ຊາຍ​ຄົນ​ນຶ່ງ​ປູກ​ຕົ້ນ​ດອກ​ຕາ​ເວັນຢູ່​ສວນ​ຂອງ​ລາວ​ທີ່​ຢູ່​ໃກ້​ກັບລົດ​ຖັງ​ຣັດ​ເຊຍທີ່​ຖືກ​ທຳ​ລາຍ ໃນ​ບ້ານ Velyka Dymerka, ຂົງ​ເຂດ​ນະ​ຄອນ​ຫລວງ​ກີ​ຢິບຂອງ​ຢູ​ເຄ​ຣນ, ວັນ​ທີ 17 ພຶດ​ສະ​ພາ, 2023.
ຊາຍ​ຄົນ​ນຶ່ງ​ປູກ​ຕົ້ນ​ດອກ​ຕາ​ເວັນຢູ່​ສວນ​ຂອງ​ລາວ​ທີ່​ຢູ່​ໃກ້​ກັບລົດ​ຖັງ​ຣັດ​ເຊຍທີ່​ຖືກ​ທຳ​ລາຍ ໃນ​ບ້ານ Velyka Dymerka, ຂົງ​ເຂດ​ນະ​ຄອນ​ຫລວງ​ກີ​ຢິບຂອງ​ຢູ​ເຄ​ຣນ, ວັນ​ທີ 17 ພຶດ​ສະ​ພາ, 2023.

ບັນດາ​ເຈົ້າ​ໜ້າ​ທີ່​ຢູ​ເຄຣນ​ລາຍ​ງານ​ວ່າ ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງຣັດ​ເຊຍ ​ໃນ​ວັນ​ພະຫັດ​ມື້​ນີ້ ​ແນ​ໃສ່​ນະຄອນຫຼວງກີ​ຢິບ ​ແລະ​ເຂດໂອ​ເດ​ຊາ​ໃນ​ພາກ​ໃຕ້​ຂອງ​ຢູ​ເຄຣນ.

ທ່ານເຊີ​ຮີວ ແບ​ຣດ​ຊຸກ (Serhiy Bratchuk), ໂຄສົກຂອງຄະນະບໍລິຫານ​ດ້ານການທະຫານຢູ່​ໂອ​ເດຊາ ກ່າວໃນສື່​ສັງ​ຄົມ​ອອນ​ລາຍ Telegram ວ່າ ການປ້ອງກັນທາງອາກາດຂອງຢູເຄຣນ ໄດ້ຍິງລູກສອນໄຟຂອງຣັດເຊຍຕົກເກືອບ​ໝົດ​ທຸກ​ລູກ, ແຕ່ກໍ​ເວົ້າວ່າ ມີ​ລູກ​ນຶ່ງ ທີ່ຍິງຖືກໂຮງງານອຸດສາຫະກຳແຫ່ງນຶ່ງ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະບາດເຈັບ 2 ຄົນ.

ທີ່​ນະຄອນຫຼວງກີ​ຢິບນັ້ນ ຫົວໜ້າ​ບໍລິຫານດ້ານການ​ທະຫານ​ຂອງກີ​ຢິບ, ທ່ານເຊີ​ຮີວ ພອບ​ໂກ (Popko) ກ່າວ​ວ່າ ​ກຳລັງທະ​ຫານ​ຢູ​ເຄຣນ ​ໄດ້​ຍິງ​ລູກ​ສອນ​ໄຟ​ຂອງຣັດ​ເຊຍ ທຸກລູກ​ຕົກ ​ທີ່​ແນ​ໃສ່​ເຂດ​ດັ່ງກ່າວ. ທ່ານພອບ​ໂກກ່າວ​ວ່າ ຊິ້ນ​ສ່ວນ​ທີ່​ຕົກ ​ໄດ້​ເຮັດ​ໃຫ້​ເກີດ​ໄຟ​ໄໝ້​ຢູ່ໃນ​ຫລາຍ​ເຂດທີ່​ຢູ່​ອ້ອມ​ແອ້ມ​ກີ​ຢິບ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG