ເຈົ້າໜ້າທີ່ຢູເຄຣນ ໄດ້ເລັ່ງຂົນເອົານ້ຳດື່ມໄປຍັງພາກໃຕ້ຂອງປະເທດໃນວັນພຸດວານນີ້ ເພື່ອຊ່ວຍເຫລືອຫລາຍພັນຄົນທີ່ຕິດຄ້າງຢູ່ ຫຼືຫລົບໜີອອກຈາກຂົງເຂດນັ້ນ ນຶ່ງມື້ ຫຼັງຈາກເຂື່ອນຄາກອຟກາ (Kakhovka) ແຕກ.
ປະທານາທິບໍດີໂວໂລດິເມຍ ເຊເລນສ໌ກີ ກ່າວວ່າ ປະຊາຊົນຫຼາຍແສນຄົນ "ບໍ່ມີນ້ໍາ ດື່ມຢ່າງເປັນປົກກະຕິ." ທ່ານໄດ້ຂຽນລົງໃນທວີດເຕີ ວ່າການທໍາລາຍເຂື່ອນຢູ່ສະຖານີໄຟຟ້ານ້ໍາຕົກທີ່ເຊົາໃຊ້ງານແລ້ວ ແມ່ນການກະທຳ "ໂດຍເຈດຕະນາແທ້ໆ" ໂດຍໄດ້ຕໍາໜິກໍາລັງທະຫານຣັດເຊຍ ແລະ ຍັງກ່າວຫາມົສກູອີກວ່າ ບໍ່ໄດ້ໃຫ້ການຊ່ວຍເຫຼືອຜູ້ທີ່ອາໄສຢູ່ໃນເຂດທີ່ຢູ່ພາຍໃຕ້ການຄວບຄຸມຂອງຣັດເຊຍ ທີ່ດຽວນີ້ກໍາລັງຮັບມືກັບຜົນກະທົບຂອງນ້ໍາຖ້ວມ.
ເຈົ້າໜ້າທີ່ຢູເຄຣນ ກ່າວວ່າ ມີຫລາຍກວ່າ 17,000 ຄົນໄດ້ຖືກຍົກຍ້າຍອອກໄປຈາກພື້ນທີ່ ທີ່ຢູ່ລຽບຕາມແມ່ນ້ຳເດິນິບໂປຣ (Dnipro) ທີ່ມີເມືອງ ແລະບ້ານຢູ່ປະມານ 40 ແຫ່ງຖືກນ້ຳຖ້ວມ ຢູ່ໃນເຂດທີ່ຢູ່ພາຍໃຕ້ການຄວບຄຸມຂອງຢູເຄຣນ. ຫຼາຍກວ່າ 900 ຄົນ ໄດ້ຖືກຍົກຍ້າຍອອກໄປຈາກເຂດທີ່ຣັດເຊຍຍຶດຄອງ.
ແຕ່ຂອບເຂດທີ່ແທ້ຈິງຂອງໄພພິບັດສໍາລັບເຂດພື້ນທີ່ທີ່ມີປະຊາຊົນ 60,000 ຄົນແຫ່ງນີ້ ຍັງບໍ່ທັນມີໃຜຮູ້ເທື່ອ.
ກະຊວງປ້ອງກັນປະເທດຂອງອັງກິດກ່າວໃນການປະເມີນປະຈຳວັນຂອງຕົນ ໃນວັນພຸດວານນີ້ວ່າ "ໂຄງສ້າງຂອງເຂື່ອນມີທ່າທາງຈະຊຸດໂຊມລົງຕື່ມອີກ ໃນສອງສາມມື້ຂ້າງໜ້ານີ້ ຊຶ່ງຈະພາໃຫ້ເກີດໄພນ້ຳຖ້ວມຕື່ມອີກ."
ຢູເຄຣນ ແລະ ຣັດເຊຍ ໄດ້ຖິ້ມໂທດໃສ່ກັນວ່າທຳລາຍເຂື່ອນທີ່ຕັ້ງຢູ່ຫ່າງຈາກເມືອງເຄີຊັນປະມານ 70 ກິໂລແມັດ ໄປທາງທິດຕາເວັນອອກຊຶ່ງຢູ່ໃນສ່ວນນຶ່ງຂອງຢູເຄຣນ ທີ່ຣັດເຊຍໄດ້ຄວບຄຸມມາເປັນເວລານານກວ່າ 1 ປີ.
ຢູເຄຣນຄວບຄຸມຝັ່ງຕາເວັນຕົກຂອງແມ່ນ້ຳເດິນິຟໂປຣ ໃນຂະນະທີ່ຣັດເຊຍຍຶດເອົາອານາເຂດພາກຕາເວັນອອກທີ່ຕ່ຳກວ່າ ແລະສ່ຽງຕໍ່ການຖືກນ້ຳຖ້ວມຫລາຍກວ່າ. ໃນເຂດທີ່ຍຶດຄອງໂດຍຣັດເຊຍໃນຂະນະທີ່ນ້ຳຍື່ງຂຶ້ນຢູ່ນັ້ນຊາວເມືອງບາງຄົນໄດ້ລໍຖ້າການຊ່ວຍເຫຼືອຢູ່ເທິງຫລັງຄາເຮືອນຂອງເຂົາເຈົ້າ.