ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຂ່າວຫຼ້າ​ສຸດ: ທ່ານ ເຊເລັນສ໌ກີ ໄດ້ເນັ້ນໜັກ ເຖິງຄວາມສຳຄັນ ຂອງການຕໍ່ສູ້ ເພື່ອປົກປ້ອງ ເມືອງບັກມຸດໄວ້

​ລົດ​ຖັງ​ຖືກ​ແກ່ໄປ​ຕາມ​ຫົນ​ທາງ​ໄປ ທ່າມ​ກາງ​ການ​ບຸກ​ລຸກ​ຢູ​ເຄ​ຣນ​ຂອງ​ຣັດ​ເຊຍຢູ່​ໃກ້​ກັບ​ເມືອງ​ບັກ​ມຸດ​ໃນ​ເຂດດອນ​ເນດ ຢູ່ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ, ວັນ​ທີ 29 ມີ​ນາ, 2023
​ລົດ​ຖັງ​ຖືກ​ແກ່ໄປ​ຕາມ​ຫົນ​ທາງ​ໄປ ທ່າມ​ກາງ​ການ​ບຸກ​ລຸກ​ຢູ​ເຄ​ຣນ​ຂອງ​ຣັດ​ເຊຍຢູ່​ໃກ້​ກັບ​ເມືອງ​ບັກ​ມຸດ​ໃນ​ເຂດດອນ​ເນດ ຢູ່ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ, ວັນ​ທີ 29 ມີ​ນາ, 2023

ປະທານາທິບໍດີ​ຢູ​ເຄຣນ, ທ່ານ​ໂວ​ໂລ​ດິ​ເມຍ ເຊ​ເລັນ​ສ໌​ກີ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຕໍ່ສູ້ເພື່ອ​ປົກ​ປ້ອງເມືອງບັກ​ມຸດ ຢູ່ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນໄວ້ ​ໂດຍ​ກ່າວ​ວ່າ ການ​ເສຍ​ໄຊຂອງ​ຢູ​ເຄຣນທີ່​ນັ້ນ ຈະ​ນຳ​ເອົາ​ຄວາມ​ກົດ​ດັນ​ຈາກ​ປະຊາ​ຄົມ​ໂລກ ​ແລະ​ບາງ​ຄົນ​ໃນ​ຢູ​ເຄຣນ ​ໃຫ້ທຳການສົມ​ຍອມແບບ​ທີ່​ບໍ່​ສາມາດຮັບເອົາ​ໄດ້ກັບຣັດ​ເຊຍ.

ທ່ານເຊ​ເລັນ​ສ໌​ກີ ກ່າວວ່າ ຢູເຄຣນ ຈະບໍ່ເຂົ້າຮ່ວມການເຈລະຈາສັນຕິພາບກັບມົສກູ ຈົນກວ່າວ່າ ກຳລັງທະ​ຫານຂອງຣັດເຊຍ ຈະຖອນອອກຈາກດິນແດນທັງໝົດຂອງ ຢູເຄຣນ ລວມທັງແຫຼມໄຄ​ຣ​ເມຍ ທີ່ປະ​ເທດນັ້ນໄດ້ເຂົ້າຍຶດຄອງຢ່າງຜິດກົດໝາຍ ໃນ ປີ 2014. ນັບຕັ້ງແຕ່ໄດ້ເປີດການບຸກໂຈມຕີຢ່າງເຕັມຮູບແບບໃນປີກາຍນີ້ມາ ຣັດເຊຍ ອ້າງວ່າ ໄ​ດ້​ປະ​ກາດ​ຮວມເອົາ 4 ເຂດຂອງ​ຢູ​ເຄ​ຣນ ​ເຂົ້າ​ເປັນ​ຂອງ​ຕົນ ໃນ​ການ​ເຄື່ອນ​ໄຫວທີ່ຖືກ​ປະ​ນາມ​ຢ່າງຖ້ວມ​ລົ້ນ​ວ່າ ​ເປັນ​ການເຮັດ​ຜິດ​ກົດ​ໝາຍ​ໂດຍ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ.

ປະ​ເທດພັນທະມິດຕາເວັນຕົກ ບໍ່ໄດ້ໃຫ້ຄວາມສໍາຄັນຂອງບັກ​ມຸດປານໃດ ໂດຍກ່າວ ວ່າ ການເສຍໄຊຂອງຢູ​ເຄ​ຣນຢູ່ທີ່ນັ້ນ ຈະບໍ່ມີຜົນກະທົບອັນໃຫຍ່ຫຼວງຕໍ່ຄວາມ ຂັດແຍ້ງໂດຍລວມ.

ທ່ານເຊ​ເລັນ​ສ໌​ກີ ກ່າວຕໍ່ອົງການຂ່າວເອ​ພີ (AP) ໃນວັນອັງຄານຜ່ານ​ມາວ່າ ທຸກໆ ການຕໍ່ສູ້ ແມ່ນມີຄວາມສໍາຄັນ.

“ພວກ​ເຮົາ​ບໍ່​ສາ​ມາດ​ສູນ​ເສຍບາດ​ກ້າວ​ຕ່າງໆ​ ນັ້ນ​ໄດ້ ​ເນື່ອງ​ຈາກ​ວ່າ​ສົງ​ຄາມ​ແມ່ນເປັນ​ແຜ່ນ - ເປັນ​ປ່ຽງ​ຂອງ​ໄຊ​ຊະ​ນະຫລາຍ​ອັນ, ໄຊ​ຊະ​ນະ​ປ່ຽງນ້ອຍໆ, ບາດກ້າວນ້ອຍໆ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານເຊ​ເລັນ​ສ໌​ກີ ໂດຍ​ກ່າວຕື່ມວ່າ ໄຊຊະນະ ຂອງຣັດເຊຍ ຈະເປັນ​ການ​ເອົາອາວຸດທາງດ້ານການເມືອງ ໃຫ້ແກ່ປະທານາທິບໍດີ ຣັດເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ "ເພື່ອເອົາໄຊຊະນະອັນນີ້ ໄປ​ຂາຍໃຫ້ປະ​ເທດຕາ ເວັນຕົກ, ຂາຍໃຫ້ສັງຄົມຂອງລາວ, ຂາຍໃຫ້ຈີນ, ຂາຍໃຫ້ອີຣ່ານ."

ປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລັນສ໌ກີ ໂບກ​ມື​ລາ​ຫລັງ​ຈາກ​ໃຫ້​ານກ​ສຳ​ພາດ​ກັບ​ນັກ​ຂ່າວ​ຂອງ ອົງ​ການ​ຂ່າວ Associated Press ຢູ່​ເທິງ​ລົດ​ໄຟຈາກ​ເຂດ​ Sumy ໄປ​ຫາ​ກີ​ຢິບ, ນະ​ຄອນ​ຫລວງ​ຂອງ​ຢູ​ເຄ​ຣນ, ວັນ​ທີ 28 ມີ​ນາ, 2023

"ຖ້າຫາກລາວຮູ້ສຶກວ່າມີເລືອດ - ມີກິ່ນສົ່ງ​ອອກ​ມາ ​ວ່າພວກເຮົາອ່ອນແອ - ລາວກໍ ຈະຍູ້, ຍູ້, ແລ້ວ​ກໍຍູ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານເຊ​ເລັນ​ສ໌​ກີ.

ຜູ້ນຳຢູ​ເຄ​ຣນ​ຍັງ​ກ່າວຕື່ມ​ວ່າ ການ​ສູນ​ເສຍ​ເມືອງບັກ​ມຸດ ຈະ​ເຮັດ​ໃຫ້​ສາທາລະນະຊົນ​ຢູ​ເຄຣນເສຍກຳ​ລັງ​ໃຈ. "ສັງຄົມຂອງພວກເຮົາຈະຮູ້ສຶກອິດເມື່ອຍ." "ສັງຄົມຂອງພວກ ເຮົາຈະຜັກ​ດັນ ໃຫ້ຂ້າ​ພະ​ເຈົ້າທຳການປະນີປະນອມກັບພວກເຂົາ," ນັ້ນ​ຄື​ຄຳ​ເວົ້າຂອງ​ທ່ານເຊ​ເລັນ​ສ໌​ກີ.

ຫົວ​ໜ້າອົງ​ການ​ປະ​ລາ​ມະ​ນູ​ສາ​ກົນ, ທ່ານ​ຣັ​ຟາ​ແອ​ລ ກ​ຣອ​ຊ​ຊີ ໂອ້ລົມ​ກັບປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລັນສ໌ກີ ຢູ່​ເມືອງ Zaporizhzhia, ວັນ​ທີ 27 ມີ​ນາ, 2023. (ພາບ​ສະ​ໜອງ​ໃຫ້​ໂດຍ​ຫ້ອງ​ຂ່າວ ປະທານາທິບໍດີຢູເຄຣນ/ຜ່ານ​ອົງ​ການ​ຂ່າວ Reuters)

ທ່ານເຊ​ເລັນ​ສ໌​ກີ ກ່າວຕໍ່ອົງການຂ່າວ AP ໃນຂະນະທີ່ທ່ານເດີນທາງດ້ວຍລົດໄຟ ໄປຫາຫຼາຍພາກສ່ວນຕາມເຂດແນວໜ້າ, ລວມທັງເຂດຊູມ​ມີ ໃນພາກຕາເວັນອອກ ສຽງເໜືອຂອງຢູເຄຣນອີກ​ດ້ວຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG