ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ເຊ​ເລັນ​ສ​ກີ ເວົ້າ ​ກ່ຽວ​ກັບ ​ຄວາມ​ຈຳ​ເປັນ​ ທີ່​ຕ້ອງ​ຊະ​ນະ​ການ​ຕໍ່​ສູ້ ​ເພື່ອ​ເມືອງ ບາກ​ມຸດ


ທະ​ຫານ ຢູ​ເຄ​ຣນ ສຳຫຼວດ​ອ້ອມ​ຮອບ​ຢູ່​ຕຳ​ແໜ່ງ​ແນວ​ໜ້າ​ໃກ້​ກັບ​ເມືອງ ບາກ​ມຸດ, ທ່າມ​ກາງ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ, ພາກ​ພື້ນ ໂດ​ເນັດ​ສ໌, ຢູ​ເຄ​ຣນ, 16 ມີ​ນາ 2023.
ທະ​ຫານ ຢູ​ເຄ​ຣນ ສຳຫຼວດ​ອ້ອມ​ຮອບ​ຢູ່​ຕຳ​ແໜ່ງ​ແນວ​ໜ້າ​ໃກ້​ກັບ​ເມືອງ ບາກ​ມຸດ, ທ່າມ​ກາງ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ, ພາກ​ພື້ນ ໂດ​ເນັດ​ສ໌, ຢູ​ເຄ​ຣນ, 16 ມີ​ນາ 2023.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຕໍ່​ສູ້​ສຳ​ລັບ​ເມືອງ ບາກ​ມຸດ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​, ໂດຍ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AP ເມື່ອ​ວັນ​ອັງ​ຄານ​ວານນີ້​ວ່າ ການ​ເສຍ​ໄຊ​ຂອງ ຢູ​ເຄ​ຣນ ຢູ່​ທີ່​ນັ້ນ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ກົດ​ດັນ​ຈາກ​ປະ​ຊາ​ຄົມ​ສາ​ກົນ ແລະ ຄົນ​ຈຳ​ນວນ​ນຶ່ງ​ໃນ ຢູ​ເຄ​ຣນ ເພື່ອ​ທຳ​ການ​ປະ​ນີ​ປະ​ນອມ​ກັບ ຣັດ​ເຊຍ.

ທ່ານ ເຊ​ເລັ​ນ​ສ​ກີ ໄດ້​ກ່າວ​ວ່າ ຢູ​ເຄ​ຣນ ຈະ​ບໍ່​ພົວ​ພັນ​ໃນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກັບ ຣັດ​ເຊຍ ຈົນ​ກວ່າກອງ​ກຳ​ລັງ ຣັດ​ເຊຍ ໄດ້​ຖອນ​ອອກ​ຈາກ​ເຂດ​ແດນ​ຂອງ ຢູ​ເຄ​ຣນ ທັງ​ໝົດ. ນັບ​ຕັ້ງ​ແຕ່​ໄດ້​ເປີດ​ການ​ບຸກ​ລຸກ​ເຕັມ​ອັດ​ຕາ​ເມື່ອ​ປີ​ກາຍນີ້, ຣັດ​ເຊຍ ໄດ້​ອ້າງວ່າ​ຕົນ​ຄວບ​ຄຸມ​ສີ່​ຂົງ​ເຂດ​ໃນ ຢູ​ເຄ​ຣນ ໃນ​ການ​ເຄື່ອນ​ໄຫວ​ທີ່​ຖືກ​ກ່າວ​ປະ​ນາມ​ຢ່າງ​ຖ້ວມ​ລົ້ນ​ວ່າ​ຜິດ​ກົດ​ໝາຍ ​ໂດຍ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ.

ບັນ​ດາ​ພັນ​ທະ​ມິດ​ປະ​ເທດ​ຕາ​ເວັນ​ຕົກ ​ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ ກ່ຽວ​ກັບ ເມືອງ ບາກ​ມຸດ, ໂດຍ​ເວົ້າ​ວ່າ​ການ​ຜ່າຍ​ແພ້​ຂອງ ຢູ​ເຄ​ຣນ ຢູ່​ທີ່​ນັ້ນ​ຈະ​ບໍ່ມີ​ຜົນ​ຕາ​ມ​ມາ​ໃນ​ຄວາ​ມ​ຂັດ​ແຍ້ງ​ໂດຍ​ລວມ.

ແຕ່​ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AP ວ່າ​ທຸກໆ​ຊິ້ນ​ສ່ວນ​ຂອງ​ການ​ຕໍ່​ສູ້​ແມ່ນ​ສຳ​ຄັນ.

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ບໍ່​ສາ​ມາດ​ສູນ​ເສຍ​ບາດ​ກ້າວ​ໃດໆ​ຍ້ອນ​ສົງ​ຄາມ​ແມ່ນ​ຊີ້ນ​ສ່ວນ​ຂອງ​ໄຊ​ຊະ​ນະ​ຕ່າງໆ. ໄຊ​ຊະ​ນະ​ຂະ​ໜາດ​ນ້ອຍ, ບາດ​ກ້າວ​ນ້ອຍໆ​ຕ່າງໆ.”

ທ່ານ ເຊ​ເລັນ​ສ​ກີ ໄດ້​ລົມ​ກັບ​ອົງ​ການ​ຂ່າວ AP ໃນ​ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ດ້ວຍ​ລົດ​ໄຟ​ໄປຫຼາຍ​ພາກ​ສ່ວນ​ຢູ່​ຕາມ​ແນວ​ໜ້າ, ລວມ​ທັງ​ພາກ​ພື້ນ ຊູ​ມີ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ຢູ​ເຄ​ຣນ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ທາງວິ​ດີ​ໂອ​ປະ​ຈຳ​ທຸກ​ຄືນ​ຂອງ​ທ່ານ​ວ່າ “ພາກ​ພື້ນ​ດັ່ງ​ກ່າວ​ແມ່ນ​ຢູ່​ຕິດ​ກັບ​ພວກ​ສັດ​ຕູ. ໄພ​ຂົ່ມ​ຂູ່​ແມ່ນ​ຄົງ​ທີ່. ການ​ລະ​ດົມ​ຍິງ​ເຂດ​ຊາ​ຍ​ແດນ​ຂອງ​ພວກ​ເຮົາ​ແມ່ນ​ບໍ່​ມີ​ການ​ປ່ຽນ​ແປງ. ແຕ່​ຊີ​ວິດ, ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ແມ່ນ​ແຂງ​ແກ່ນກວ່າ​ຄວາມ​ຢ້ານ​ກົວ​ໃດໆ​ຢ່າງ​ເຫັນ​ໄດ້​ຊັດ.”

ທ່ານ ເຊ​ເລັນ​ສ​ກີ ໄດ້​ລົມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ເມືອງ ແລະ ປະ​ຊາ​ຊົນ​ໃນ​ເມືອງ ອົກ​ເຕຍ​ກາ ແລະ ທ​ຣອ​ສ​ເຕຍ​ເນັດ​ສ໌, ທີ່​ໄດ້​ມີ​ການ​ຕໍ່​ສູ້​ກັນ​ຢ່າງ​ໜັກ. ເມືອງ ທ​ຣອ​ສ​ເຕຍ​ເນັດ​ສ໌ ແມ່ນ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ ຣັດ​ເຊຍ ບໍ່​ດົນຫຼັງ​ຈາກ​ການ​ບຸກ​ລຸກ ແຕ່​ຖືກ​ປົດ​ປ່ອຍ ​ໂດຍກອງ​ກຳ​ລັງ ຢູ​ເຄ​ຣນ ໃນ​ວັນ​ທີ 26 ມີ​ນາ 2022, ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AP.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG