ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂ່າວຫຼ້າ​ສຸດ: ຣັດ​ເຊຍ​ອ້າງວ່າ ຢູ​ເຄ​ຣນ ​ສົ່ງເຮືອບິນ ບໍ່ມີຄົນຂັບ ເລັງ​ໄປ​ໂຈມ​ຕີ ​ທ່ານ​ປູຕິນໃນ​ວັງ​ເຄ​ຣມ​ລິນ


ພາບ​ຂອງວັງ​ເຄ​ຣມ​ລິນ​ໃນ​ນະ​ຄອນ​ຫລວງ​ມົ​ສ​ກູຂອງ​ຣັດ​ເຊຍ, ວັນ​ທີ 3 ພຶດ​ສະ​ພາ, 2023.
ພາບ​ຂອງວັງ​ເຄ​ຣມ​ລິນ​ໃນ​ນະ​ຄອນ​ຫລວງ​ມົ​ສ​ກູຂອງ​ຣັດ​ເຊຍ, ວັນ​ທີ 3 ພຶດ​ສະ​ພາ, 2023.

ວັງເຄ​ຣມ​ລິນກ່າວອ້າງໃນວັນພຸດວານນີ້ວ່າ ຢູເຄຣນໄດ້​ສົ່ງເຮືອບິນບໍ່ມີຄົນຂັບ ​ຫລື ໂດ​ຣນ 2 ລຳ ເລັງໄປໃສ່ເຮືອນພັກຂອງປະທານາທິບໍດີຣັດເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ ໃນຕອນ ກາງຄືນແຕ່ກໍ​ເວົ້າວ່າ ໜ່ວຍບໍລິການດ້ານຄວາມ ປອດໄພໄດ້ເຮັດ​ໃຫ້ເຄື່ອງ​ຄວບ​ຄຸມ​ມັນ​ຢູ່​ທາງ​ໃນ​ບໍ່​ສາ​ມາດໃຊ້ການ​ໄດ້, ແລະຜູ້ນຳຣັດເຊຍບໍ່ໄດ້ຮັບບາດເຈັບ.

ການກ່າວ​ອ້າງຂອງຣັດເຊຍບໍ່ສາມາດກວດສອບໄດ້ໃນທັນທີ, ແລະເຈົ້າໜ້າທີ່ຢູ ເຄຣນກ່າວວ່າ ລັດຖະບານກີຢິບບໍ່ມີຫຍັງກ່ຽວຂ້ອງກັບການໂຈມຕີດ້ວຍເຮືອບິນ ບໍ່ມີຄົນຂັບ ທີ່ຖືກກ່າວຫາວ່າ​ແນໃສ່ວັງເຄ​ຣມ​ລິນນັ້ນ.

ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ນັ້ນ ​ມົສກູກ່າວ​ວ່າ ​ມີ​ຊາກ​ຫັກ​ພັງ​ຈຳນວນ​ນຶ່ງ​ຈາກ​ການ​ຍິງ​ໂດ​ຣນໄດ້​ຕົກ​ຢູ່​ໃນ​ບໍລິ​ເວນ​ວັງເຄ​ຣມ​ລິນ ​ແຕ່​ບໍ່​ມີ​ຜູ້​ເສຍ​ຊີວິດ.

ວັງເຄ​ຣມ​ລິນກ່າວ​ວ່າ ຕົນ “ຖື​ວ່າການ​ກະ​ທຳ​ເຫຼົ່າ​ນີ້​ເປັນ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ໄດ້​ວາງ​ແຜນ​ໄວ້ແລ້ວ ແລະ​ເປັນ​ຄວາມ​ພະ​ຍາ​ຍາມສັງ​ຫານ​ຕໍ່​ທ່ານປະ​ທາ​ນາ​ທິ​ບໍ​ດີ” ແລະ​ໄດ້​ຂໍຮັກ​ສາ​ສິດ​ທີ່​ຈະ​ແກ້​ແຄ້ນຄືນ. ຖະ​ແຫລງ​ການນີ້ກ່າວວ່າ "ການກະ ທຳທີ່ທັນເວລາໂດຍທະຫານ ແລະໜ່ວຍຮັກ​ສາ​ຄວາມ​ປອດ​ໄພພິເສດ" ໄດ້ປິດ ການໃຊ້ງານຂອງໂດ​ຣນ​ໄວ້.

ທ່ານປູ​ຕິນບໍ່ໄດ້ຢູ່ໃນວັງເຄ​ຣມ​ລິນ ໃນເວລາທີ່ເກີດເຫດ, ອີງຕາມທ່ານດ​ມິດ​ຕ​ຣີ ເພ​ສ​ຄອ​ຟ (Dmitry Peskov) ໂຄສົກຂອງທ່ານ​ປູ​ຕິນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານແອນ​ໂທ​ນີ ບ​ລິງ​ເຄັນກ່າວ​ວ່າ ທ່ານ​ບໍ່​ສາ​ມາດ​ກວດ​ສອບ​ລາຍ​ງານ​ຂອງ​ວັງເຄ​ຣມ​ລິນໄດ້. ທ່ານກ່າວວ່າ "ຂ້າ​ພະ​ເຈົ້າ​ຈະ​ບໍ່​ເຊື່ອອັນໃດກໍ​ຢ່າ​ທີ່​ເປັນ​ຄຳ​ເວົ້າອອກມາຈາກວັງເຄ​ຣມ​ລິນທີ່​ມີ ເຄື່ອງປັ່ນຂ່າວຂະໜາດໃຫຍ່."

ທີ່ປຶກສາປະທານາທິບໍດີ ຢູເຄຣນ ທ່ານມິ​ຄາຍ​ອິນ ໂພ​ໂດ​ລິ​ຢັກ (Mykhailo Podolyak) ກ່າວໃນຄໍາເຫັນທີ່ສົ່ງຫາອົງການຂ່າວຣອຍ​ເຕີ​ສ໌ (Reuters) ວ່າ ການກ່າວຫາວ່າ ກີ​ຢິບເປັນຜູ້ຢູ່ເບື້ອງຫຼັງການໂຈມຕີ, ແລະການຈັບກຸມຂອງ ຣັດເຊຍຕໍ່ຜູ້ກໍ່ເຫດຮ້າຍຂອງຢູເຄຣນ ໃນແຫລມ​ໄຄ​ຣ​ເມຍນັ້ນ ສາມາດສົ່ງສັນ ຍານໃຫ້​ຮູ້ວ່າມົ​ສ​ກູກໍາລັງວາງແຜນໂຈມຕີແບບ "ກໍ່ການຮ້າຍ" ຂະໜາດໃຫຍ່ ຕໍ່ຢູເຄຣນໃນບໍ່​ເທົ່​າ​ໃດມື້ຂ້າງຫນ້າ​ນີ້.

"ແນ່ນອນ, ຢູເຄຣນບໍ່ມີຫຍັງກ່ຽວຂ້ອງກັບການໂຈມຕີໂດຍໂດ​ຣນຕໍ່ວັງເຄ​ຣມ​ລິນ. ພວກເຮົາບໍ່ໄດ້ໂຈມຕີວັງເຄ​ຣມ​ລິນ ເພາະວ່າ, ກ່ອນອື່ນໝົດ, ມັນບໍ່ໄດ້ແກ້ໄຂບັນ ຫາທາງການທະຫານແຕ່​ຢ່າງໃດ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ໂພ​ໂດ​ລິ​ຢັກ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG