ກອງປະຊຸມສຸດຍອດ ເຈດດາ (Jeddah summit) ກ່ຽວກັບການຢຸດຕິສົງຄາມຂອງຣັດເຊຍກັບຢູເຄຣນ ໄດ້ສິ້ນສຸດລົງໃນວັນອາທິດຜ່ານມາ, ໂດຍຜູ້ເຂົ້າຮ່ວມໄດ້ເຫັນດີສືບຕໍ່ປຶກສາຫາລືກັນເພື່ອສັນຕິພາບ, ອີງຕາມຖະແຫຼງການທີ່ເຜີຍແຜ່ ໂດຍເຈົ້າພາບ ຊາອຸດີ ອາຣະເບຍ.
ເຈົ້າໜ້າທີ່ອາວຸໂສຈາກ 42 ປະເທດໄດ້ເຂົ້າຮ່ວມກອງປະຊຸມສຸດຍອດສັນຕິພາບ ເຈດດາ ທີ່ດຳເນີນເປັນເວລາ 2 ວັນ, ແຕ່ບໍ່ມີເຈົ້າໜ້າທີ່ຈາກລັດເຊຍເຂົ້າຮ່ວມ.
ຫົວໜ້າທີ່ປຶກສາຂອງປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ (Volodymyr Zelenskyy), ທ່ານ ແອນດຣີ ເຢີມາກ (Andriy Yermak), ໃນວັນອາທິດວານນີ້ ໄດ້ເອີ້ນການເຈລະຈາທີ່ຈັດຂຶ້ນຢູ່ນະຄອນເຈດດາ (Jeddah) ວ່າ “ມີປະສິດທິຜົນຫຼາຍ,” ໃນຂະນະທີ່ມົສກູ ເອີ້ນກອງປະຊຸມດັ່ງ ກ່າວວ່າ ເປັນຄວາມພະຍາຍາມທີ່ສິ້ນຫວັງທີ່ຈະໂນ້ມນ້າວຟາກໃຕ້ຂອງໂລກ ໃຫ້ໄປສະໜັບສະໜຸນ ກີຢິບ (Kyiv).
ການເຈລະຈາລະດັບສູງມີຄະນະຜູ້ແທນທີ່ມາຈາກລະບົບເສດຖະກິດໂລກຂອງກຸ່ມ BRICS, ທີ່ປະກອບມີ ບຣາຊິລ, ອິນເດຍ, ຈີນ ແລະ ອາຟຣິກາໃຕ້.
ທ່ານ ເຊລໂຊ ອໂມຣິມ (Celso Amorim), ຫົວໜ້າຄະນະຜູ້ແທນຂອງ ບຣາຊິລ, ທີ່ປຶກສາດ້ານນະໂຍບາຍການຕ່າງປະເທດ ໄດ້ເນັ້ນໜັກວ່າ, ແນວໃດ ກໍ່ຕາມ, “ການເຈລະຈາທີ່ແທ້ຈິງອັນໃດ ກໍ່ຈະຕ້ອງມີທຸກຝ່າຍ”, ລວມທັງ ຣັດເຊຍ, ອີງຕາມສຳເນົາຂອງຖະແຫຼງການຂອງທ່ານທີ່ແບ່ງປັນກັບ ອົງການຂ່າວ AFP.
ທ່ານກ່າວວ່າ "ເຖິງແມ່ນວ່າຢູເຄຣນແມ່ນຜູ້ຖືກເຄາະຮ້າຍທີ່ໃຫຍ່ທີ່ສຸດ, ຖ້າພວກ ເຮົາຕ້ອງການສັນຕິພາບຢ່າງແທ້ຈິງ, ພວກເຮົາຕ້ອງໃຫ້ ມົສກູ (Moscow) ມີສ່ວນຮ່ວມໃນຂະບວນການນີ້ໃນບາງຮູບແບບໃດຮູບແບບນຶ່ງ."
ເຈົ້າໜ້າທີ່ອາວຸໂສຂອງທຳນຽບຂາວ ໄດ້ກ່າວວ່າ ທີ່ປຶກສາດ້ານຄວາມໝັ້ນຄົງ ແຫ່ງຊາດຂອງສະຫະລັດ ທ່ານ ເຈກ ຊູລລີວານ (Jake Sullivan) ໄດ້ນຳ ພາຄະນະຜູ້ແທນຂອງວໍຊິງຕັນ ຢູ່ທີ່ນະຄອນເຈດດາ (Jeddah).
ບັນດາເຈົ້າໜ້າທີ່ ແລະນັກວິເຄາະຂອງຊາດຕາເວັນຕົກ ກ່າວວ່າ ການທູດຂອງຊາອຸດີ ມີຄວາມສຳຄັນໃນການຮັບປະກັນການມີໜ້າຂອງຈີນໃນການເຈລະຈານີ້.