ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະ​ຫານຢູ​ເຄ​ຣນ​ລາຍ​ງານ​ວ່າ ມີ​ການ​ຕໍ່​ສູ້​ກັນ​ຢ່າງ​ໜັກ ຂະ​ນະ​ທີ່​ກຸ່ມ​ແວັກ​ເນີ​ອ້າງວ່າ ຕົນ​ຍຶດເອົາ​ເມືອງ​ບັກ​ມຸດ​​ແລ້ວ


ກອງ​ທະ​ຫານ​ປະ​ຈຳລົດ​ຖັງຂອງ​ຢູ​ເຄ​ຣນ​ກຳ​ລັງ​ໄປ​ຫລົບ​ຢູ່ຂຸມ​ຫລົບ​ໄພ ທ່າມ​ກາງ​ການ​ບຸ​ກ​ລຸກຢູ​ເຄ​ຣນ​ຂອງ​ຣັດ​ເຊຍ ຢູ່​ໃກ້​ເມືອງ​ບັກ​ມຸດ ທີ່​ຖືກ​ໂຈມ​ຕີ​ຢ່າງ​ໜັກ​ໃນ​ເຂດດອນ​ເນັດ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ, ວັນ​ທີ 29 ມີ​ນາ, 2023
ກອງ​ທະ​ຫານ​ປະ​ຈຳລົດ​ຖັງຂອງ​ຢູ​ເຄ​ຣນ​ກຳ​ລັງ​ໄປ​ຫລົບ​ຢູ່ຂຸມ​ຫລົບ​ໄພ ທ່າມ​ກາງ​ການ​ບຸ​ກ​ລຸກຢູ​ເຄ​ຣນ​ຂອງ​ຣັດ​ເຊຍ ຢູ່​ໃກ້​ເມືອງ​ບັກ​ມຸດ ທີ່​ຖືກ​ໂຈມ​ຕີ​ຢ່າງ​ໜັກ​ໃນ​ເຂດດອນ​ເນັດ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ, ວັນ​ທີ 29 ມີ​ນາ, 2023

ກຳ​ລັງທະ​ຫານ​ຢູ​ເຄຣນ ​ແລະຣັດ​ເຊຍ ​ຕ່າງ​ກໍລາຍ​ງານ​ຂ່າ​ວ ​ໃນ​ຕອນ​ແລງ​ວັນ​ອາທິດ​ວານ​ນີ້ ກ່ຽວ​ກັບ​ສະຖານະ​ການ​ຂອງ​ເມືອງບັກ​ມຸດ ຢູ່ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ຊຶ່ງ​ເປັນ​ບ່ອນ​ເກີດ​ການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ ລະຫວ່າງ​ສອງ​ຝ່າຍມາ​ໄດ້ຫລາຍ​ເດືອນແລ້ວ.

ຫົວໜ້າ​ກຸ່ມ​ແວັກ​ເນີ ທີ່​ເປັນທະຫານຮັບ​ຈ້າງ​ຂອງຣັດ​ເຊຍ ກ່າວ​ວ່າ ​ກຳລັງ​ຂອງ​ຕົນ​ໄດ້​ຍົກ​ທຸງຣັດ​ເຊຍ​ຂຶ້ນໄປ​ຕັ້ງ​ໃສ່​ ເທິງ​ຕຶກ​ຂອງ​ອົງ​ການ​ປົກ​ຄອງ​ເມືອງບັກ​ມຸດ​ ແລະ ​ໄດ້​ເຂົ້າ​ຄວບ​ຄຸມເມືອງ​ດັ່ງ​ກ່າວ "ໃນມຸມມອງ​ທາງ​ກົດໝາຍ."

ສ່ວນກອງທັບ​ຢູ​ເຄຣນ​ກ່າວ​ວ່າ ​ກຳລັງທະ​ຫານ​ຣັດ​ເຊຍ ​ໄດ້​ສືບ​ຕໍ່​ໂຈມ​ຕີ​ເມືອງບັກ​ມຸດ ​ແຕ່​ວ່າ ​ທະຫານ​ຢູ​ເຄຣນ ​ໄດ້ “ປົກ​ປ້ອງ​ເມືອງ​ດັ່ງກ່າວໄວ້​ໄດ້ ຢ່າງ​ກ້າຫານ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າຕໍ່​ຕ້ານ​ການ​ໂຈມ​ຕີ​ຂອງ​ສັດຕູ​ໃນ​ຫລາຍໆ​ຄັ້ງ.”

ປະທານາທິບໍດີ​ຢູ​ເຄຣນ ທ່ານໂວ​ໂລ​ດິ​ເມຍ ເຊ​ເລນ​ສ໌ກີ ​ໃນ​ວັນ​ອາທິດ​ວານ​ນີ້ ກ່າວ​ໃນ​ຄຳ​ປາ​ໄສຕອນ​ກາງຄືນ​ປະ​ຈຳ​ວັນ​ອາ​ທິດຂອງ​ທ່ານ​ວ່າ ສະຖານະ​ການ​ເມືອງບັກ​ມຸດ ​ແມ່ນ “ຮ້ອນ​ແຮງ​ເປັນ​ພິ​ເສດ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານແອນ​ໂທ​ນີບ​ລິງ​ເຄັນ ໄດ້​ຮຽກ​ຮ້ອງ​ໃຫ້​ປ່ອຍ​ຕົວ​ນັກ​ຂ່າວຂອງ​ໜັງ​ສື​ພິມວອ​ລ ສ​ຕ​ຣີດ (Wall Street Journal) ທ້າວ​ອີ​ວານ ເກີ​ສ​ໂຄວິຈ (Evan Gershkovich) ທີ່​ຣັດ​ເຊຍກ່າວ​ຫາ​ວ່າ​ ເປັນ​ສອດ​ແນມນັ້ນ ໃນ​ທັນ​ທີ ​ຂະ​ນະ​ທີ່ທ່ານບ​ລິງ​ເຄັນ ​ໂອ້​ລົມ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຣັດ​ເຊຍ, ທ່ານ​ເຊີ​ເກ ລາວ​ຣັອ​ຟ ທາງ​ໂທລະສັບ​ໃນ​ວັນ​ອາທິດ​ວານ​ນີ້.

ຖະແຫຼງການສະ​ບັບ​ນຶ່ງ ຂອງຮອງໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານເວີ​ແດນ ແພັດ​ໂທ​ລ (Vedant Patel) ບໍ່ໄດ້ກ່າວເຖິງນັກຂ່າວໂດຍອອກ​ຊື່ເລີຍ.

ໃນ​ການຕອບກັບຕໍ່ທ່ານບ​ລິງ​ເຄັນນັ້ນ ທ່ານລາວ​ຣັອ​ຟ ກ່າວວ່າ ຊະຕາກໍາຂອງ ທ້າວ ເກີ​ສ​ໂຄວິຈ (Gershkovich) ຈະຖືກຕັດສິນໂດຍສານຣັດເຊຍ ແລະ ບອກທ່ານ ບ​ລິງ​ເຄັນວ່າ ມັນເປັນການຍອມຮັບເອົາບໍ່ໄດ້ທີ່ວໍຊິງຕັນ ທີ່ຈະເຮັດ​ໃຫ້ຄະດີດັ່ງ​ກ່າວ​ກາຍເປັນ​ເລື້ອງການເມືອງໄປ. ທ່ານລາວ​ຣັອ​ຟ ກ່າວ​ວ່າ ນັກ​ຂ່າວ​ຄົນ​ນີ້ ​ຖືກ​ຈັບ​ໄດ້ “ຄາ​ໜັງ​ຄາ​ເຂົາ” ​ເຖິງ​ແມ່ນ​ວ່າຣັດ​ເຊຍ ຍັງ​ບໍ່​ທັນໄດ້​ນຳ ເອົາຫຼັກ​ຖານ​ໃດໆ ມາ​ສະ​ເໜີ​ໃຫ້​ເຫັນ​ເທື່ອ​ກໍ​ຕາມ.

ຖະແຫຼງການສະ​ບັບ​ນັ້ນ ກ່າວວ່າ ທ່ານບ​ລິງ​ເຄັນຍັງໄດ້ຫາທາງ​ໃຫ້​ມີການປ່ອຍ ຕົວພົນລະເມືອງສະຫະລັດ, ທ່ານພອ​ລ ວີ​ແລນ (Paul Whelan), ຜູ້ທີ່ຖືກກັກຂັງມາ​ໄດ້ 1,553 ມື້ແລ້ວ ຫຼັງຈາກຖືກຕັດສິນໃຫ້ຈຳຄຸກ 16 ປີຢູ່ນິຄົມຄຸກຂອງ ຣັດເຊຍ ພາຍຫລັງທີ່ຖືກຕັດສິນວ່າ ​ເປັນສອດແນມນັ້ນແລ້ວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG