ກອງທັບຂອງຢູເຄຣນກ່າວໃນວັນຈັນມື້ນີ້ວ່າ ກອງກໍາລັງຂອງຕົນ ໄດ້ຍິງທຳລາຍ ລູກສອນໄຟນໍາວິຖີສອງໃນສາມລູກ ທີ່ຣັດເຊຍຍິງອອກມາຈາກທະເລດໍາ ເຊັ່ນດຽວກັບເຮືອບິນບໍ່ມີຄົນຂັບ ຊາເຮັດ ທີ່ຜະລິດໂດຍອີຣ່ານ 7 ໃນ 8 ລຳ ທີ່ສົ່ງ
ມາໂດຍຣັດເຊຍ.
ການໂຈມຕີທາງອາກາດດັ່ງກ່າວ ເປັນສ່ວນນຶ່ງຂອງການຮຸກຮານຢູເຄຣນ ຂອງ ຣັດເຊຍ, ເຊິ່ງເຈົ້າໜ້າທີ່ຂອງຢູເຄຣນ ພາກັນຮ້ອງໂຮດີໃຈກ່ຽວກັບຜົນຂອງການ
ຕໍ່ຕ້ານ ໃນການດໍາເນີນງານປ້ອງກັນທາງອາກາດຄັ້ງນີ້.
ປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວວ່າ ທ່ານເນັ້ນຢໍ້າໃນຄຳປາໄສຂອງທ່ານໃນຄືນວັນອາທິດວານນີ້ ລຸນຫຼັງທີ່ທ່ານລົມໂທ ລະສັບກັບປະທານາທິບໍດີຂອງສະຫະລັດ ທ່ານໂຈ ໄບເດັນ ວ່າ ທ່ານມີ “ຄວາມສໍານຶກໃນບຸນຄຸນເປັນພິເສດ” ຕໍ່ສະຫະລັດ ສໍາລັບຄວາມເປັນໄປໄດ້ຂອງຈະຫຼວດ Patriot ທີ່ເປັນແຮງຂັບເຄື່ອນການປ້ອງກັນທາງອາກາດ.
ທ່ານໄບເດັນ ໃຫ້ການຢືນຢັນຊໍ້າແລ້ວຊໍ້າອີກວ່າ ສະຫະລັດ ຈະໃຫ້ການສະໜັບສະໜຸນຢູເຄຣນ ບໍ່ປ່ຽນແປງ, ພ້ອມທັງໃຫ້ຄວາມຊ່ວຍເຫຼືອທາງດ້ານຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ໃຫ້ການຊ່ວຍເຫຼືອທາງດ້ານມະນຸດສະທໍາຢ່າງຕໍ່ເນື່ອງ, ອີງຕາມລາຍງານຈາກຖະແຫຼງການຂອງທໍານຽບຂາວ.
ທ່ານເຊເລັນສກີ ກ່າວວ່າ ທ່ານຍັງໄດ້ຫາລືກ່ຽວກັບການຕໍ່ສູ້ຢູ່ໃນເຂດແນວໜ້າ ແລະການເສີມສ້າງຄວາມເຂັ້ມແຂງຂອງກອງທັບຢູເຄຣນ ໃນລະຫວ່າງລົມໂທ ລະສັບກັບທ່ານໄບເດັນ ແລະການສົນທະຍາໃນຫົວຂໍ້ທີ່ຄ້າຍຄືກັນໃນວັນອາທິດວານນີ້ ກັບນາຍົກລັດຖະມົນຕີຂອງການາດາ ທ່ານຈັສຕິນ ທຣູໂດ (Justin Trudeau) ແລະປະທານາທິບໍດີຂອງໂປແລນ ທ່ານແອນເດຣຈ ດູດາ (Andrzej Duda).
ຮອງລັດຖະມົນຕີກະຊວງປ້ອງກັນປະເທດຂອງຢູເຄຣນ ທ່ານນາງຮານນາ ມາເລຍອາ (Hanna Maliar) ກ່າວໃນວັນຈັນມື້ນີ້ວ່າ ກອງກໍາລັງຂອງຢູເຄຣນ ຢຶດໄດ້ສ້າງຄວາມຄືບໜ້າທາງທິດຕາເວັນອອກຂອງປະເທດໃນອາທິດແລ້ວນີ້, ແລະຍັງມີການສູ້ລົບກັນຢ່າງໜັກຢູ່ໃນເມືອງ ລີມານ (Lyman), ບາກມຸດທ໌ (Bakhmut), ອະດິບກາ (Avdiivka) ແລະເຂດມາຢິນກາ (Maryinka).
ທ່ານນາງມາເລຍອາ ຍັງໄດ້ກ່າວວ່າ ໃນລະຫວ່າງ “ທີ່ສະຖານະການຢູ່ໃນພາກໃຕ້ຍັງບໍ່ມີການປ່ຽນແປງທີ່ສໍາຄັນໃດໆໃນຊ່ວງອາທິດທີ່ຜ່ານມາ,” ໂດຍລວມແລ້ວ, ກອງກໍາລັງຂອງຢູເຄຣນ ປົດປ່ອຍໄປແລ້ວ 130 ກິໂລແມັດມົນທົນ ນັບຕັ້ງແຕ່ພວກເຂົາເຈົ້າເລີ້ມຕົ້ນການຕອບໂຕ້ຄືນໃນຊ່ວງຕົ້ນເດືອນນີ້.
ຄວາມທ້າທາຍທີ່ບໍ່ເຄີຍມີມາກ່ອນ ຕໍ່ປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ ໂດຍພວກນັກລົບຈາກກອງກໍາລັງຮັບຈ້າງ Wagner ໄດ້ເປີດເຜີຍຄວາມແຕກແຍກກ່ຽວກັບຄວາມເຂັ້ມແຂງ ໃນການເປັນຜູ້ນໍາຂອງປູຕິນ ທີ່ອາດຈະໃຊ້ເວລາຫຼາຍອາທິດ ຫຼືຫຼາຍເດືອນໃນການດໍາເນີນງານ, ລັດຖະມົນຕີການຕ່າງປະ ເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວໃນວັນອາທິດວານນີ້ ໃນການໃຫ້ສໍາພາດລາຍການ “Meet the Press” ຂອງອົງການຂ່າວ NBC.
ທ່ານບລິງເກັນ ໄດ້ອະທິບາຍກ່ຽວກັບການກໍ່ກະບົດຂອງກຸ່ມເວັກເນີ ແລະ ວິກິດການທີ່ຕິດຕາມມາ ວ່າເປັນ “ເລື້ອງພາຍໃນ” ຂອງຣັດເຊຍ.