ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວຫລ້າສຸດໃນຢູເຄຣນ: ເຢຍຣະມັນ ຂະຫຍາຍເວ​ລາ​ການ​ສົ່ງລະບົບລູກ​ສອນ​ໄຟ​ປ້ອງກັນ Patriot ໃນໂປແລນ


ລະບົບລູກສອນໄຟປາຕຣີອົດ ຈາກກອງພັນທີ 5 ກອງອັບສະຫະລັດ ໜ່ວຍປ້ອງກັນທາງອາກາດ ທີ 7 ຕຽມພ້ອມທີ່ໂປແລນວັນທີ 10 ເດືອນເມສາ 2022
ລະບົບລູກສອນໄຟປາຕຣີອົດ ຈາກກອງພັນທີ 5 ກອງອັບສະຫະລັດ ໜ່ວຍປ້ອງກັນທາງອາກາດ ທີ 7 ຕຽມພ້ອມທີ່ໂປແລນວັນທີ 10 ເດືອນເມສາ 2022

ເຢຍຣະມັນໄດ້ສະເໜີທີ່​ຈະ​ຂະ​ຫຍາຍການນໍາສົ່ງລະບົບປ້ອງ​ກັນລູກສອນໄຟ Patriot ໄປໂປແລນ ຈົນຮອດທ້າຍປີ, ອີງ​ຕາມ​ການ​ກ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດໃນຖະແຫລງການທີ່​ຖືກເຜີຍແຜ່ໃນວັນອັງຄານວານນີ້.

ເບີລິນ ໄດ້ສົ່ງລະບົບລູກສອນໄຟ Patriot ສາມຊຸດໄປພາກຕາເວັນອອກ ຂອງ ໂປແລນ ໃນເດືອນມັງກອນທີ່​ຜ່ານ​ມາ ຫລັງຈາກເກີດລະເບີດທີ່ຮ້າຍແຮງ ໃນ​ໝູ່ບ້ານແຫ່ງ​ນຶ່​ງ​ຂອງ ໂປແລນ ໃນທ້າຍປີ 2022. ການໂຈມຕີດັ່ງ​ກ່າວເຊື່ອ ວ່າໄດ້ມາຈາກລູກສອນໄຟປ້ອງກັນທາງອາກາດທີ່ຫລົງຍິງໄປຂອງຢູເຄຣນ.

ດັ້ງ​ເດີມ​ແລ້ວ, ການສົ່ງລະບົບປ້ອງ​ກັນ​ລູກ​ສອນ​ໄຟທີ່ເຮັດຢູ່ໃນ ສະຫະລັດ ດັ່ງ​ກ່າວ​ແມ່ນ​ຈະ​ເປັນ​ເວ​ລາຫົກເດືອນ. ແຕ່ກະຊວງປ້ອງກັນປະເທດກ່່າວວ່າ ເຂົາ​ເຈົ້າ​ໄດ້ໄດ້ສະເໜີໃຫ້ ໂປແລນ ເກັບຮັກສາລະບົບນັ້ນໄວ້” ກາຍລະດູຮ້ອນ, ແລະ ມີ​ຄວາມ​ເປັນ​ໄປ​ໄດ້ເຖິງທ້າຍປີ.”

ເຖິງຢ່າງໃດກໍ່​ຕາມ, ເລີ້ມຕົ້ນໃນປີ 2024, ລະບົບດັ່ງ​ກ່າວຈະເປັນ “ການ​ປະ​ກອບ​ສ່ວນທີ່ສຳຄັນ” ຕໍ່​ກອງກຳລັງຕອບໂຕ້ວ່ອງ​ໄວຂອງອົງການ NATO ອີງ​ຕາມ​ການ​ກ່າວ​ຂອງກະຊວງ, ໂດຍ​ກ່າວ​ຕື່ມ​ວ່າມັນ​ຈະ​ບໍ່​ມີ​ການ ຕໍ່ເວ​ລາກາຍປີ 2023 ສຳລັບໂປແລນ.

ໂປແລນ ທຳ​ອິດ​ໄດ້​ປະ​ຕິ​ເສດ​ຂໍ້​ສະ​ເໜີ​ຂອງ ເຢຍຣະມັນ ກ່ຽວ​ກັບ ລູກສອນໄຟ Patriot, ແຕ່​ກົງ​ກັນ​ຂ້າມ​ໄດ້​ຮຽກ​ຮ້ອງໃຫ້​ລັດ​ຖະ​ບານ ເບີລິນ ສົ່ງອາວຸດໄປໃຫ້ ຢູເຄຣນ. ເຢຍຣະມັນ ຊຶ່ງໄດ້ເປັນຜູ້ປະ​ກອບ​ສ່ວນ​ດ້ານ​ອາ​ວຸດທີ່ສຳຄັນ ໃຫ້ແກ່ ກີຢິບ ນັ້ນ, ຕໍ່ມາໄດ້ສົ່ງລະບົບ Patriot ໄປໃຫ້ຢູເຄຣນເຊັ່ນກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG