ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼ້າສຸດໃນຢູເຄຣນ: ຢູເຄຣນກຳລັງຊອກຫາການສະໜັບສະໜຸນຈາກທົ່ວໂລກ ໃນການປຶກສາຫາລືສັນຕິພາບ ຢູ່ທີ່ຊາອຸດີ ອາຣາເບຍເປັນເຈົ້າພາບ


ນາງ ສວິຕລານາ ຊຸຊໂກ (Svitlana Sushko), ອາຍຸ 62 ປີ, ຮ້ອງໄຫ້ໃນຂະນະໄປຢ້ຽມຢາມຫຼຸມຝັງສົບລູກຊາຍຫຼ້າຂອງນາງ ທີ່ເປັນທະຫານຢູເຄຣນ ເຊິ່ງໄດ້ຖືກສັງຫານເມື່ອປີກາຍນີ້ໃນສົງຄາມຕໍ່ຕ້ານຣັດເຊຍ ໃນນະຄອນຫຼວງກີຢິບ ຂອງຢູເຄຣນ ໃນວັນທີ 3 ເດືອນສິງຫາ ປີ 2023
ນາງ ສວິຕລານາ ຊຸຊໂກ (Svitlana Sushko), ອາຍຸ 62 ປີ, ຮ້ອງໄຫ້ໃນຂະນະໄປຢ້ຽມຢາມຫຼຸມຝັງສົບລູກຊາຍຫຼ້າຂອງນາງ ທີ່ເປັນທະຫານຢູເຄຣນ ເຊິ່ງໄດ້ຖືກສັງຫານເມື່ອປີກາຍນີ້ໃນສົງຄາມຕໍ່ຕ້ານຣັດເຊຍ ໃນນະຄອນຫຼວງກີຢິບ ຂອງຢູເຄຣນ ໃນວັນທີ 3 ເດືອນສິງຫາ ປີ 2023

ຢູເຄຣນ ແລະພັນທະມິດຂອງຕົນ ກໍາລັງກະກຽມເພື່ອລະດົມການສະຫນັບສະຫນູນຈາກທົ່ວໂລກສໍາລັບແຜນສັນຕິພາບທີ່ຈະໄດ້ຮັບການປຶກສາຫາລື ໃນລະຫວ່າງການເຈລະຈາ ຢູ່ທີ່ ຊາອຸດີ ອາຣາເບຍ (Saudi Arabia) ເປັນເຈົ້າພາບໃນທ້າຍອາທິດນີ້, ອີງຕາມອົງການຂ່າວຣອຍເຕີສ໌.

ຢູເຄຣນ ແລະບັນດານັກການທູດຕາເວັນຕົກ ຫວັງວ່າການພົບປະກັນຢູ່ເມືອງທ່າ ເຈດດາ (Jeddah) ຂອງ ຊາອຸດີ ອາຣາເບຍ (Saudi Arabia) ຈະເປັນໂອກາດໃຫ້ເຈົ້າໜ້າທີ່ໄດ້ຕົກລົງກັນ ກ່ຽວກັບຫຼັກການທີ່ສຳຄັນໃນການແຈ້ງເຖິງຂໍ້ຕົກລົງສັນຕິພາບໃດໆກໍ່ຕາມ ທີ່ຈະຍຸຕິສົງຄາມທີ່ກຳລັງດຳເນີນຢູ່ຂອງຣັດເຊຍ ໃນຢູເຄຣນ.

ມີ​ປະມານ 40 ປະ​ເທດ ​ທີ່ພ້ອມ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ​ແຕ່​ປັດຈຸ​ບັນນີ້ ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ວ່າ ​ຈີນ​ຈະ​ເຂົ້າ​ຮ່ວມ ຫຼື ບໍ່. ຈີນ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຮອບ​ກ່ອນໜ້າ​ນີ້​ ຢູ່​ທີ່ເດັນ​ມາກ ​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ ​ແຕ່​ບໍ່​ໄດ້​ເຂົ້າ​ຮ່ວມ.

ກອງປະຊຸມດັ່ງກ່າວ ຄາດວ່າ ຈະເລີ່ມຕົ້ນໃນວັນສຸກມີ້ນີ້, ແລະການສົນທະນາຫຼັກ ຈະມີຂຶ້ນໃນວັນເສົາແລະວັນອາທິດ.

ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ (Volodymyr Zelenskyy) ກ່າວ​ໃນ​ວັນ​ພຸດ​ນີ້​ວ່າ ທ່ານ​ຫວັງ​ວ່າ ການ​ເຈ​ລະ​ຈາ​ໃນ​ທ້າຍ​ອາທິດ​ນີ້ ຈະ​ນຳ​ໄປ​ສູ່ “ກອງ​ປະຊຸມ​ສຸດ​ຍອດ​ສັນຕິພາບ” ທີ່ໃຫຍ່​ຂຶ້ນ ​ຂອງ​ບັນດາ​ຜູ້ນຳ​ທົ່ວ​ໂລກ​ໃນ​ລະດູ​ໜາວນີ້.

ຣັດ​ເຊຍ​ຈະ​ບໍ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ໃນ​ທ້າຍ​ອາ​ທິດ​ນີ້ ຫຼື​ກອງ​ປະ​ຊຸມ​ສຸດຍອດ ທີ່ທ່ານ ເຊເລັນສກີ (Zelenskyy) ໄດ້​ວາງ​ແຜນ​ໄວ້​ ສຳລັບລະດູໜາວ.

ນອກ​ເໜືອ​ຈາກບັນດາຜູ້ສະໜັບສະ​ໜູນ​ຕາ​ເວັນ​ຕົກແລ້ວ, ຢູ​ເຄຣນ ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ທາງ​ການ​ທູດ​ຈາກ​ບັນ​ດາ​ປະ​ເທດ​ໃນ​ຝາກໃຕ້ຂອງ​ໂລກ​, ລວມ​ທັງ ບຣາ​ຊິລ, ອິນ​ເດຍ, ອາ​ຟ​ຣິ​ກາ​ໃຕ້ ແລະ ເທີ​ກີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG