ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການ​ລະ​ດົມ​ຍິງ​ ຂອງ ຣັດ​ເຊຍ ໄດ້​ເພັ່ງ​ເລັງໃສ່​ພາກ​ຕາ​ເວັນ​ອອກ​ ຂອງ ຢູ​ເຄ​ຣນ


​ອາ​ສາ​ສະ​ໝັກກວດ​ກາ​ຊາກ​ຫັກ​ພັງ​ ຂອງ​ຕຶກ​ທີ່​ພັກ​ອາ​ໄສ​ ທີ່​ຖືກ​ໂຈມ​ຕີ​ໂດຍ​ລູກ​ສອນ​ໄຟ ຣັດ​ເຊຍ​ ໃນ​ເມືອງ ຊາ​ໂປ​ຣິ​ສ​ເຊຍ, ຢ​ູ​ເຄ​ຣນ, 9 ເມ​ສາ 2023.
​ອາ​ສາ​ສະ​ໝັກກວດ​ກາ​ຊາກ​ຫັກ​ພັງ​ ຂອງ​ຕຶກ​ທີ່​ພັກ​ອາ​ໄສ​ ທີ່​ຖືກ​ໂຈມ​ຕີ​ໂດຍ​ລູກ​ສອນ​ໄຟ ຣັດ​ເຊຍ​ ໃນ​ເມືອງ ຊາ​ໂປ​ຣິ​ສ​ເຊຍ, ຢ​ູ​ເຄ​ຣນ, 9 ເມ​ສາ 2023.

ສອງ​ແຂວງ​ຂອງ ຢູ​ເຄ​ຣນ ຄື ຄາ​ກີບ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ແລະ ຊາ​ໂປ​ຣິ​ສ​ເຊຍ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້ ຖືກ​ໂຈມ​ຕີ​ໂດຍ​ລູກ​ສອນ, ຈະຫຼວດ ແລະ ປືນ​ໃຫຍ່​ຂອງ ຣັດ​ເຊຍ ເມື່ອ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ, ອີງ​ຕາມ​ການ​ລາຍ​ງານ​ຂອງກອງ​ທັບ ຢູ​ເຄ​ຣນ ໃນ​ວັນ​ອາ​ທິດ​ວານນີ້.

ທ່ານ ໂອ​ເລັກ​ແຊນ​ເດີ ໂປ​ຣ​ຄູ​ດິນ, ຜູ້​ປົກ​ຄອງ​ພາກ​ພື້ນ ເຄີ​ສັນ, ໄດ້​ກ່າວ​ວ່າ ເຮືອ​ບິນ​ລົບ ຣັດ​ເຊຍ ໄດ້​ໂຈມ​ຕີ​ສອງ​ຊຸມ​ຊົນ​ໃນ​ແລງວັນ​ອາ​ທິດ​ວານນີ້, ແຕ່​ທ່ານ​ໄດ້​ກ່າວ​ວ່າ​ມັນ​ບໍ່​ໄດ້​ມີ​ລາຍ​ລະ​ອຽດ​ໃນ​ທັນ​ທີ ກ່ຽວ​ກັບ ຜູ້​ບາດ​ເຈັບ ແລະ ເສຍ​ຊີ​ວິດ, ອີງ​ຕາມ​ອົງ​ການ​ຂ່າວ AP.

ເຈົ້າ​ແຂວງ ຄ​າ​ກີບ ທ່ານ ໂອ​ເລ ຊີ​ນີ​ຮູບອ​ຟ ໄດ້​ກ່າວ​ວ່າ​ ການ​ລະ​ດົມ​ຍິງ​ໃນ​ເມືອງ ຄູ​ປຽນ​ສ໌, ເຊິ່ງ​ແມ່ນ​ເມືອງ​ທີ່ເຄີຍຖືກ​ຄວບ​ຄຸມ​ໂດຍ​ກອງ​ກຳ​ລັງ ຣັດ​ເຊຍ ​ກ່ອນ ຢູ​ເຄ​ຣນ ໄດ້​ຍາດ​ການ​ຄວບ​ຄຸມ​ມາ​ໄດ້​ຄືນ​ໃນ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ, ໄດ້​ເຮັດ​ໃຫ້​ຜູ້​ຊາຍ​ສອງ​ຄົນ​ເສຍ​ຊີ​ວິດ​ໃນ​ວັນ​ອາ​ທິດ​ວານນີ້. ຕໍ່​ມາ​ໃນ​ວັນ​ອາ​ທິດ​ນັ້ນ, ທ່ານ ຊີ​ນີ​ຮູບອ​ຟ ໄດ້​ກ່າວ​ໃນ​ແອັບ​ພ​ລີ​ເຄ​ຊັ້ນສົ່ງ​ຂໍ້​ຄວາມ Telegram ວ່າ​ເມືອງ​ດັ່ງ​ກ່າວ​ ຍັງ​ຄົງ​ຢູ່​ພາຍ​ໃຕ້​ການ​ໂຈມ​ຕີ, ແລະ ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ແນ​ເປົ້າ​ໃສ່​ເຂດ​ທີ່​ພັກ​ອາ​ໄສ ​ດ້ວຍ​ເຄື່ອງ​ຍິງ​ຈະຫຼວດ, ອີງ​ຕາ​ມ​ການ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AP.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ປະ​ນາມ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ຣັດ​ເຊຍ​ ທີ່​ກົງ​ກັບ​ວັນ​ອາ​ທິດສຸດ​ທ້າຍ​ກ່ອນ​ບຸນ ອີ​ສ​ເຕີ ຂອງ​ຊາວ​ຄ​ຣິ​ສ​ຕຽນ ນິ​ກາຍ​ອໍ​ໂຕ​ດັອກ​ສ໌. ປະ​ຊາ​ຊົນ​ຢູ​ເຄ​ຣນ 41 ລ້ານ​ຄົນ​ສ່ວນຫຼາຍ​ແມ່ນ​ຊາວ ຄ​ຣິ​ສ​ຕຽນ ນິ​ກາຍ ອໍ​ໂຕ​ດັອກ​ສ໌ ຜູ້​ທີ່​ຈະ​ສະ​ເຫຼີມ​ສະຫຼອງ​ບຸນ ອີ​ສ​ເຕີ ໃນ​ວັນ​ທີ 16 ເມ​ສາ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ທາງວິ​ດີ​ໂອ​ປະ​ຈຳ​ທຸກ​ຄືນ​ຂອງ​ທ່ານ​ວ່າ “ນີ້​ແມ່ນ​ວິ​ທີ​ທີ່​ລັດ​ກໍ່​ການ​ຮ້າຍ​ສະ​ເຫຼີມ​ສະ​ຫຼອງວັນ​ອາ​ທິດສຸດ​ທ້າຍ​ກ່ອນ​ບຸນ ອີ​ສ​ເຕີ. ນີ້​ແມ່ນ​ວິ​ທີ​ທີ່ ຣັດ​ເຊຍ ເຮັດ​ໃຫ້​ຕົນ​ຖືກ​ໂດ​ດ​ດ່ຽວ​ຈາກ​ໂລກ​ຍິ່ງ​ຂຶ້ນກວ່າ​ເກົ່າ.”

ທ່ານ ເຊ​ເລັນ​ສ​ກີ ຍັງ​ໄດ້​ເຂົ້າ​ຮ່ວມ​ງານ​ຮັບ​ປະ​ທານ​ອາ​ຫານ​ຄ່ຳ​ທີ່​ຖືກ​ຈັດ​ຂຶ້ນ​ໃນ​ລະ​ຫວ່າ​ງເດືອນ​ສັກ​ສິດ ຣາ​ມາ​ດານ ສຳ​ລັບ​ຊາວ ມຸ​ສ​ລິ​ມ ຫຼື ອິ​ຟ​ຕາ, ກັບ​ທະ​ຫານ ຢູ​ເຄ​ຣນ ທີ່​ເປັນ​ຊາວ​ມຸ​ສ​ລິມ, ບັນ​ດາ​ຜູ້​ນຳ​ຂອງ​ສະ​ພາ​ແຫ່ງ​ປ​ະ​ຊາ​ຊົນ ຕາ​ຕາ ໄຄ​ຣມຍ ແລະ ບັນ​ດາ​ຜູ້​ແທນ​ຂອງ​ພະມຸ​ສ​ລິມ.

ງານ​ດັ່ງ​ກ່າວ​ຖືກ​ຈັດ​ຂຶ້ນຢູ່​ດິນ​ແດນ​ຂອງ​ສູງ​ກາງວັດ​ທະ​ນະ​ທຳ ເບີ​ລິກ ຕາ​ຕາ ໄຄ​ຣ​ເມຍ ໃນ​ພາກ​ພື້ນ ຄາ​ກີບ, ອີງ​ຕາມ​ກາ​ນ​ກ່າວ ​ຂອງ​ເວັບ​ໄຊ້​ທາງ​ການ​ຂອງ​ທ່ານ.

ຜູ້​ທີ່​ຢູ່​ງານ​ຮັບ​ປະ​ທານ​ອາ​ຫານ​ຄ່ຳ ອິ​ຟ​ຕາ ໄດ້​ສະ​ແດງ​ການ​ໄວ້​ອາ​ໄລ​ໃຫ້​ບັນ​ດາ​ທະ​ຫານ​ຜູ້​ທີ່​ໄດ້​ອຸ​ທິດ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ເພື່ອ​ປ້ອງ​ກັນ​ລັດ ແລະ ປະ​ຊາ​ຊົນ ຢູ​ເຄ​ຣນ, ອີງ​ຕາມ​ການ​ກ່າ​ວ​ຂອງ​ເວັບ​ໄຊ້​ຂອງ​ທ່ານ ເຊ​ເລັນ​ສ​ກີ.

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG