ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວຫລ້າສຸດ: ​ການ​ໂຈມ​ຕີ​ຂອງຣັດເຊຍ ​ໄດ້ສັງຫານພົລະເຮືອນຢູເຄຣນ 3 ຄົນ ແລະ​ອີກ 38 ໄດ້ຮັບບາດເຈັບ


ຮູບພາບການລະເບີດໃນກິຢິບ ຈາກການໂຈມຕີດ້ວຍໂດນຂອງຣັດເຊຍ ໃ​ນ​ວັນ​ທີ 13 ກໍລະກົດ 2023
ຮູບພາບການລະເບີດໃນກິຢິບ ຈາກການໂຈມຕີດ້ວຍໂດນຂອງຣັດເຊຍ ໃ​ນ​ວັນ​ທີ 13 ກໍລະກົດ 2023

ການ​ໂຈມ​ຕີ​ຂອງຣັດເຊຍ ​ໄດ້ສັງຫານພົນລະເຮືອນຢູເຄຣນຢ່າງໜ້ອຍສາມຄົນ ແລະໄດ້ຮັບບາດເຈັບອີກ 38 ຄົນ ໃນມື້ທີ່ຜ່ານມາ ​ທຳ​ນຽບປະທານາທິບໍດີຢູເຄຣນ ໄດ້ກ່າວໃນວັນພະຫັດວານນີ້.

ລັດຖະບານກິຢິບ ໄດ້ກ່າວວ່າກຳລັງຣັດເຊຍ ໄດ້ແນເປົ້າໝາຍໃສ່ 13 ໂຕເມືອງ ແລະບັນດາໝູ່ບ້ານ ຢູ່ໃນເຂດໂດ​ແນັດ ​ທີ່​ຣັດ​ເຊຍຄວບຄຸມເປັນ​ບາງ​ສ່ວນ ທາງພາກຕາເວັນອອກຂອງປະ​ເທດດ້ວຍການໂຈມຕີທາງອາກາດ ລູກສອນໄຟແລະ ປືນໃຫຍ່.

ຢູ່ໃນເຂດຊາໂປຣິສເຊຍ ​ທີ່​ຣັດ​ເຊຍ​ຄວບ​ຄຸມ​ເປັນ​ບາງສ່ວນ​ເຊັ່ນ​ດຽວ​ກັນ ຢູ​ເຄ​ຣນ​ກ່າວ​ວ່າ ມີ 21 ຄົນ ໄດ້ຮັບບາດເຈັບຈາກສິ້ນສ່ວນຂອງໂດຣນໃນວັນພຸດທີ່ຜ່ານມາ ແລະເກີດໄຟໄໝ້ຢູ່ເມືອງເຄີຊອນ ຫລັງຈາກຣັດເຊຍໄດ້ຍິງຖະຫລົ່ມ.

ໃນຂະນະດຽວກັນ ພວກເຈົ້າໜ້າທີ່ຢູເຄຣນກ່າວວ່າ ການປ້ອງກັນ​ໄພທາງອາ ກາດເຂົາເຈົ້າ ໄດ້ຍິງໂດຣນທີ່ເຮັດຢູ່ອີຣ່ານຕົກ 20 ລໍາ ທີ່ສົ່ງມາ​ໂຈມ​ຕີ​ໂດຍຣັດເຊຍທີ່ໄດ້ແນເປົ້າໝາຍໃສ່ຂົງເຂດກິຢິບ. ແຕ່ເຂົາເຈົ້າກ່າວວ່າ ຊາກຂອງໂດຣນ ຕົກລົງໃສ່ສີ່ເຂດ ຂອງນະຄອນຫລວງ ໃນຕອນເຊົ້າວັນພະຫັດວານນີ້ ເຮັດໃຫ້ສອງຄົນໄດ້ເຂົ້າໂຮງໝໍດ້ວຍບາດແຜ ແລະທຳລາຍເຮືອນຫລາຍຫລັງ.

ກະຊວງພາຍໃນກ່າວວ່າ ພວກດັບເພີງໄດ້ມອດໄຟຢູ່ຕຶກອາຄານ 16 ຊັ້ນ ແລະໄຟໄໝ້ອີກແຫ່ງນຶ່ງທີ່ບໍ່ແມ່ນຕຶກບ່ອນພັກເຊົາ. ຊາກຫັກພັງຍັງໄດ້ຕົກ​ໃສ່ໜ້າຕຶກອາຄານ 25 ຊັ້ນ.

ຄື້ນຟອງຫລ້າສຸດແມ່ນ​ເປັນຄຳຄືນທີສາມຕິດຕໍ່ກັນ ທີ່ມີ​ການ​ໃຊ້ໂດຣນໃນການໂຈມຕີກິຢິບ.

ຢູ່ແຫ່ງອື່ນໆ ຢູເຄຣນກ່າວວ່າ ນຶ່ງ​ໃນຈຳນວນລູກສອນໄຟເຂົາເຈົ້າ ໄດ້ສັງຫານເຈົ້າໜ້າທີ່ອະວຸໂສຣັດເຊຍຄົນນຶ່ງ ພົນໂທໂອເລັກ ໂຊກັອຟ ຜູ້ທີ່ນຳພາກຳລັງມົສກູໃນການຕໍ່ສູ້ ກັບ​ການ​ບຸກ​ໂຈມ​ຕີ​ຕອບ​ໂຕ້​ຄືນ​ຂອງກິຢິບຫວ່າງມໍ່ໆມານີ້ ຢູ່ທາງພາກໃຕ້ຢູເຄຣນ.

ຢູເຄຣນກ່າວວ່າ ນາຍພົນໂຊກັອຟ ໄດ້ຖືກສັງຫານເວລາທະຫານຢູເຄຣນ ໄດ້ໂຈມຕີເມືອງເບີດແວງ ໃນວັນອັງຄານທີ່ຜ່ານມາ ດ້ວຍລູກສອນໄຟ Storm Shadow ທີ່ອັງກິດສະໜອງໃຫ້. ກະຊວງປ້ອງກັນປະເທດຣັດເຊຍ ຍັງບໍ່ໄດ້ລາຍງານ ການເສຍຊີວິດຂອງນາຍພົນໂຊກັອຟ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG