ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວຫລ້າສຸດ: ໂດຣນຣັດເຊຍ ແນເປົ້າໝາຍການໂຈມຕີ ໃສ່ກິຢິບ ເປັນເວລາສາມຄືນຕິດຕໍ່ກັນ


ພວກເຈົ້າໜ້າທີ່ ຢູ່ໃນນະຄອນຫລວງຂອງຢູເຄຣນ ກ່າວໃນວັນພະຫັດມື້ນີ້ວ່າ ຢ່າງໜ້ອຍນຶ່ງຄົນ ໄດ້ເສຍຊີວິດ ຫລັງຈາກຄືຶ້ນຟອງການໂຈມຕີດ້ວຍໂດຣນຂອງຣັດເຊຍ ຢູ່ນະຄອນກີຢິບ.

ໜ່ວຍປ້ອງກັນໄພທາງອາກາດ ໄດ້ຍິງໂດຣນຢ່າງໜ້ອຍ 10 ລຳຕົກ ພວກເຈົ້າໜ້າທີ່ໄດ້ກ່າວ ແຕ່ວ່າ​ມີຊາກຫັກພັງທີ່ຕົກລົງມາໃສ່ບ້ານເຮືອນຕ່າງໆຢູ່ໃນຫຼາຍເຂດຂອງກິຢິບ. ຊາກຫັກພັງໄດ້ທຳລາຍອາຄານຕ່າງໆ ກໍ່ໃຫ້ໄດ້ເກີດໄຟໄໝ້ ແລະໄດ້ຮັບບາດເຈັບສາມຄົນ.

“ມື້ແລງນີ້ ການໂຈມຕີຄັ້ງໃຫຍ່ ໂດຍໂດຣນຂອງອີຣ່ານໄດ້ເກີດຂຶ້ນ” ກອງທັບ​ທີ່​ນະ​ຄອນ​ຫຼວງກິຢິບ ໄດ້​ກ່າວ​ໃນເຕເລກຣາມ.

ຣັດເຊຍໄດ້ມັກແນເປົ້າໝາຍໃສ່ບັນດາເມືອງຕ່າງໆຂອງຢູເຄຣນ ດ້ວຍການໂຈມຕີທາງອາກາດໂດຍໂດຣນ Shahed ​ທີ່ສ້າງໂດຍອີຣ່ານ.

ຄື້ນຟອງຫລ້າສຸດ ແມ່ນເປັນຄືນທີສາມຕິດຕໍ່ກັນ ທີ່​ໄດ້​ໃຊ້ໂດຣນໂຈມຕີກິຢິບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG