ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ໂຈມ​ຕີ​ສະ​ຖານ​ທີ່​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ໃນ​ພາກ​ພື້ນ ໂອ​ເດ​ຊາ ຂອງ ຢູ​ເຄ​ຣນ


​ໃນ​ພາບ​ນີ້​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ​ຜູ້​ປົກ​ຄອງ​ພາກ​ພື້ນ ທ່ານ ໂອ​ເລ ຄີ​ເປີ, ສະ​ແດງ​ໃຫ້​ເຫັນ​ພະ​ນັກ​ງານ​ກູ້​ໄພ​ຢູ່​ສະ​ຖານ​ທີ່​ເກີດ​ເຫດ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ ໃນ​ພາກ​ພື້ນ ໂອ​ເດ​ຊາ, ຢູ​ເຄ​ຣນ, 2 ສິງ​ຫາ 2023. (Telegram Channel of Odesa Region Governor Oleh Kiper via AP)
​ໃນ​ພາບ​ນີ້​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ​ຜູ້​ປົກ​ຄອງ​ພາກ​ພື້ນ ທ່ານ ໂອ​ເລ ຄີ​ເປີ, ສະ​ແດງ​ໃຫ້​ເຫັນ​ພະ​ນັກ​ງານ​ກູ້​ໄພ​ຢູ່​ສະ​ຖານ​ທີ່​ເກີດ​ເຫດ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ ໃນ​ພາກ​ພື້ນ ໂອ​ເດ​ຊາ, ຢູ​ເຄ​ຣນ, 2 ສິງ​ຫາ 2023. (Telegram Channel of Odesa Region Governor Oleh Kiper via AP)

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ພຸດມື້ນີ້​ວ່າການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຂອງ ຣັດ​ເຊຍ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ສະ​ຖານ​ທີ່​ຕ່າງໆ​ຢູ່​ທ່າ​ເຮືອ​ໃນ​ພາກ​ພື້ນ ໂອ​ເດ​ຊາ ໃນ​ພາກ​ໃຕ້​ຂອງ ຢູ​ເຄຣນ, ໃນ​ຂະ​ນະ​ທີ່​ໂດ​ຣນ​ທີ່​ຖືກ​ປ່ອຍ​ອອກ​ມາ​ໂດຍ ຣັດ​ເຊຍ ກໍ​ໄດ້​ແນ​ເປົ້າ​ໃສ່​ນະ​ຄອນຫຼວງ​ຂອງ ຢູ​ເຄ​ຣນ ເຊັ່ນ​ກັນ.

ກອງ​ທັບ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ເຄື່ອງ​ຍົກ​ອາ​ຫານ​ປະ​ເພດ​ເມັດ ແລະ ກໍ່​ໃຫ້​ເກີດ​ໄຟ​ໄໝ້​ຢູ່​ສະ​ຖານ​ທີ່​ອຸດ​ສາ​ຫະ​ກຳ​ຕ່າງໆ ແລະ ທ່າ​ເຮືອ.

ທ່ານ ໂອ​ເລ ຄີ​ເປີ, ຜູ້​ປົກ​ຄອງ​ພາກ​ພື້ນ ໂອ​ເດ​ຊາ ໄດ້​ກ່າວ​ໃນ Telegram ວ່າ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ແຕ່ບໍ່​ມີ​ລາຍ​ງານ ກ່ຽວ​ກັບ ການ​ບາດ​ເຈັບ.

ທ່ານ ຄີ​ເປີ ໄດ້​ກ່າວ​ວ່າ “ພວກ​ກໍ່​ການ​ຮ້າຍ ຣັດ​ເຊຍ ໄດ້​ໂຈມ​ຕີ​ທ່າ​ເຮືອ​, ອາ​ຫານ​ປະ​ເພດ​ເມັດ ແລະ ຄວາມ​ໝັ້ນ​ຄົງ​ດ້ານ​ອາ​ຫານ​ໂລກ​ອີກ​ຄັ້ງ​ນຶ່ງ.”

ນັບ​ຕັ້ງ​ແຕ່​ໄດ້​ຖອນ​ຕົວ​ອອກ​ຈາກ​ໂຄງ​ການ​ລິ​ເລີ່ມ​ອາ​ຫານ​ປະ​ເພດ​ເມັດ​ທະ​ເລ​ດຳໃນ​ເດືອນ​ແລ້ວນີ້, ຣັດ​ເຊຍ ໄດ້​ໂຈມ​ຕີ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຫານ​ປະ​ເພດ​ເມັດ​ຂອງ ຢູ​ເຄ​ຣນ ໃນ​ພາກ​ພື້ນ ໂອ​ເດ​ຊາ ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ.

ກ່ອນ​ອອກ​ຈາກ​ຂໍ້​ຕົກ​ລົງ​ທີ່​ໄດ້​ອະ​ນຸ​ຍາດ​ສຳ​ລັບ​ການ​ເດີນ​ທາງ​ທີ່​ປອດ​ໄພ​ຂອງ​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ ຢູ​ເຄ​ຣນ ຜ່ານ​ທະ​ເລ​ດຳ​ນັ້ນ, ຣັດ​ເຊຍ ໄດ້​ຕຳ​ໜິ​ວ່າ​ຂໍ້​ຕົກ​ລົງ​ທີ່​ຄ້າຍ​ຄື​ກັນ​ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ ແລະ ປຸຍ​ຂອງ​ເຂົາ​ເຈົ້າ​ເອງແມ່ນບໍ່​ໄດ້​ຖືກ​ບັນ​ລຸ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG