ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວ​ຫຼ້າ​ສຸດ: ສະ​ຫະ​ລັດຄາດ​ວ່າ ​ຈະ​ປະ​ກາດສົ່ງ​ກະ​ສຸນ​ລູກ​ຫວ່ານ ໄປ​ໃຫ້​ຢູ​ເຄ​ຣນ


​ພວກ​ກູ້​ໄພ​ຊັ່ງ​ຊ​າ​ເບິ່ງ​ຄວາມ​ເສ​ຍ​ຫາຍ ຈາກ​ລູກ​ສອນ​ໄຟ​ຣັດ​ເຊຍ ທີ່​ຕົກ​ໃສ່​ຕຶກ​ອາ​ພາດ​ເມັນ​ທີ່​ເມືອງ​ລີ​ວິບ ເມື່ອ​ວັນ​ທີ 6 ກໍ​ລະ​ກົດ 2023 ທີ​່​ເຮັດ​ໃຫ້​ຢ່າງ​ໜ້ອຍ 4 ຄົນ​ເສຍ​ຊີ​ວິດ.
​ພວກ​ກູ້​ໄພ​ຊັ່ງ​ຊ​າ​ເບິ່ງ​ຄວາມ​ເສ​ຍ​ຫາຍ ຈາກ​ລູກ​ສອນ​ໄຟ​ຣັດ​ເຊຍ ທີ່​ຕົກ​ໃສ່​ຕຶກ​ອາ​ພາດ​ເມັນ​ທີ່​ເມືອງ​ລີ​ວິບ ເມື່ອ​ວັນ​ທີ 6 ກໍ​ລະ​ກົດ 2023 ທີ​່​ເຮັດ​ໃຫ້​ຢ່າງ​ໜ້ອຍ 4 ຄົນ​ເສຍ​ຊີ​ວິດ.

ລັດ​ຖະ​ບານ​ທ່ານ​ໄບ​ເດັນ ກຳ​ລັງ​ພິ​ຈ​າ​ລະ​ນາ​ທີ່​ຈະ​ສົ່ງ​ກະ​ສຸນ​ລູກ​ຫວ່ານ​ ໄປ​ຍັງ​ຢູ​ເຄ​ຣນ ເພື່ອ​ຊ່ວຍ​ປະ​ເທດ​ດັ່ງ​ກ່າວ​ໃນ​ການ​ເຮັດ​ສົງ​ຄາມ​ຕ້ານ​ຣັດ​ເຊຍ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ໃນ​ການ​ເຄື່ອນ​ໄຫວ​ທີ່ມີ​ທ່າ​ທາງວ່າ​ຈະ​ສ້າງ​ຄວາມ​ໂກດ​ແຄ້ນ​ ໃຫ້​ແກ່​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ.

​ລູ​ກ​ກະ​ສຸນ​ທີ່​ເປັນ​ບັນ​ຫາ​ໂຕ້​ແຍ້ງ​ດັ່ງ​ກ່າວ ຈະ​ຍິງ​ຈາກ​ປືນ​ໃຫຍ່​ແລະ​ຫຼັງ​ຈາກນັ້ນ​ກໍ​ຈະ​ຫວ່ານ​ລະ​ເບີດ​ຫຼາຍໆ​ສິບ​ລູກ​ໄປ​ທົ່ວ​ບໍ​ລິ​ເວນກວ້າງ. ມັນ​ສາ​ມາດ​ເປັນ​ອັນ​ຕະ​ລາຍ​ໃນ​ໄລ​ຍະ​ຍາວ​ຫຼັງ​ຈາກ​ການ​ສູ້​ລົບ​ຈົບ​ສິ້ນ​ລົງ​ແລ້ວ. ກະ​ສຸນ​ລູກ​ຫວ່າ​ນໄດ້​ຖືກ​ຫ້າມ​ໂດຍ 123 ປະ​ເທດຍ້ອນ​ມີ​ຄວາມ​ສ່ຽງ​ທີ່​ຈະ​ເປັນ​ອັນ​ຕະ​ລາຍ​ຕໍ່​ພົນ​ລະ​ເຮືອນ ແຕ່​ສະ​ຫະ​ລັດ ຢູ​ເຄ​ຣນ ແລະ​ຣັດ​ເຊຍ​ບໍ່​ໄດ້​ຫ້າມ​ໃຊ້​ອາ​ວຸດ​ເຫຼົ່າ​ນີ້.

ກະ​ສຸນ​ລູກ​ຫວ່ານ ແມ່ນ​ຄາດ​ກັນ​ວ່າ ຈະ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຊ່ວຍ​ເຫຼືອ​ຮອບ​ໃໝ່​ຂອງ​ສະ​ຫະ​ລັດ​ຕໍ່​ຢູ​ເຄ​ຣນ ຊຶ່ງ​ຈະ​ມີ​ການ​ປະ​ກາດ​ໃນ​ວັນ​ສຸກມື້ນີ້.

ການ​ຈັດ​ຫາ​ກະ​ສຸນ​ລູກ​ຫວ່ານ ໃຫ້​ແກ່ຢູ​ເຄ​ຣນ “ແມ່ນ​ສິ່ງ​ທີ່​ກຳ​ລັງຢູ່​ໃນການ​ພິ​ຈາ​ລະ​ນາ” ໂຄ​ສົກ​ຂອງ​ທຳ​ນຽບ​ຫ້າ​ແຈ ນາຍ​ພົນ​ຈັດ​ຕະ​ວາ​ແພ​ຕ​ຣິກ ຣາຍ​ເດີ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້.

ຢູ​ເຄ​ຣນ​ແລະ​ຣັດ​ເຊຍ ​ໄດ້​ໃຊ້​ກະ​ສຸນ​ລູກ​ຫວ່ານຂອງ​ພວກ​ເຂົາ​ເຈົ້າ​ເອງ ​ຢູ່​ໃນ​ສະ​ໜາມ​ລົບ ແຕ່​ກີ​ຢິບ​ໄດ້​ຮ້ອງ​ຂໍ​ໃຫ້​ວໍ​ຊິງ​ຕັນ​ສົ່ງ​ກະ​ສຸນ​ລູກ​ຫວ່ານ​ໄປ​ໃຫ້​ຍ້ອນ​ກຳ​ລັງ​ຂອງ​ຕົນ​ມີ​ກະ​ສຸນ​ສຳ​ຮອງ​ໜ້ອຍ​ລົງ. ມາ​ຈົນຮອດດຽວນີ້ ສະ​ຫະ​ລັດ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ການ​ຮ້ອງ​ຂໍ​ໃຫ້​ສະ​ໜອງ​ກະ​ສຸນ​ລູກ​ຫວ່ານ ຍ້ອນ​ມີ​ຄວາມ​ສ່ຽງ​ຕໍ່​ພົນ​ລະ​ເຮືອນ.

ແຕ່​ໃນ​ເວ​ລານີ້ ມີ​ລາຍ​ງານ ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດເຊື່ອ​ວ່າ ກະ​ສຸນ​ລູກ​ຫວ່ານ​ອາດ​ເປັນ​ປະ​ໂຫຍດ​ໃນ​ການ​ສູ້​ລົບ​ຕ້ານ​ຣັດ​ເຊຍ. ທ່ານ​ນາງ​ລໍ​ຣາ ຄູບ​ເປີ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ເມື່ອ​ໄວໆ​ມານີ້ໃຫ້​ການ​ຕໍ່​ສະ​ພາ​ວ່າ​ກະ​ສຸນ​ເຫຼົ່າ​ນີ້ ອາດ​ຊ່ວຍ​ກີ​ຢິບ​ໃນ​ການ​ບຸກ​ໂຈມ​ຕີ​ທີ່​ໝັ້ນ​ຂອງ​ຣັດ​ເຊຍ ທີ່​ຕັ້ງຢູ່​ໃນ​ຂຸມ​ສະ​ໜາມ​ລົບ.

​ຂໍ້​ບັງ​ຄັບ​ຂອງກົດ​ໝາຍສະ​ຫະ​ລັດ ໃຫ້​ການ​ຍົກ​ເວັ້ນ ​ຕໍ່​ການ​ສົ່ງ​ອອກ ກະ​ສຸນ​ລູກ​ຫວ່ານຂອງ​ປະ​ທາ​ນາ​ທິ​ບໍ​ດີ ຖ້າ​ຫາກວ່າ​ຫຼາຍກວ່ານຶ່ງ​ເປີ​ເຊັນ ​ຂອງລູກ​ລະ​ເບີດທີ່​ບັນ​ຈຸ​ຢູ່ນັ້ນ​ຫາກ​ບໍ່​ລະ​ເບີດ. ໂຕ​ເລກ​ແມ່ນ​ຍັງ​ບໍ່​ທັນ​ເປັນ​ທີ່​ຮູ້​ກັນ ໃນ​ຖາ​ນະ​ທີ່​ເປັນ​ອັດ​ຕາ​ບໍ່​ລະ​ເບີດ​ຫຼື “dud rate.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG