ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວຫຼ້​າ​ສຸດ: ຣັດ​ເຊຍ​ໂຈມ​ຕີ​ອາ​ພາດ​ເມັນ​ຫລັງ​ນຶ່ງ ໃນ​ເມືອງລີ​​ວີບ ເຮັດ​ໃຫ້ 4 ຄົນ​ເສຍ​ຊີ​ວິດ


​ພວກ​ກູ້​ໄພ​ປະ​ເມີນ​ຄ​ງາມ​ເສຍ​ຫາຍ​ທີ່​ເກີດ​ຈາກ​ການ​ໂຈມ​ຕີດ​້ວຍ​ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ​ໃສ່​ອາ​ພາ​ດ​ເມັນຫລັງ​ນຶ່ງ​ໃນ​ເມືອງ Lviv ຂອງ​ຢູ​ເຄ​ຣນ, ວັນ​ທີ 6 ກໍ​ລະ​ກົດ, 2023.
​ພວກ​ກູ້​ໄພ​ປະ​ເມີນ​ຄ​ງາມ​ເສຍ​ຫາຍ​ທີ່​ເກີດ​ຈາກ​ການ​ໂຈມ​ຕີດ​້ວຍ​ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ​ໃສ່​ອາ​ພາ​ດ​ເມັນຫລັງ​ນຶ່ງ​ໃນ​ເມືອງ Lviv ຂອງ​ຢູ​ເຄ​ຣນ, ວັນ​ທີ 6 ກໍ​ລະ​ກົດ, 2023.

ລູກ​ສອນ​ໄຟ​ຣັດ​ເຊຍ​ໄດ້​ຕົກ​ໃສ່​ຕຶກ​ອາ​ພາດ​ເມັນ​ຫຼັງ​ນຶ່ງ ທີ່​ເມືອງ​ລີ​ວິບ ໃນ​ວັນ​ພະ​ຫັດ​ມື້ນີ້ ເຮັດ​ໃຫ້​ຢ່າງ​ໜ້ອຍ 8 ຄົນ​ເສຍ​ຊີ​ວິດ ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ 9 ຄົນ.​

ເຈົ້າ​ເມືອງ​ລີ​ວິບ ທ່ານ​ແອນດ​ຣີ ຊາ​ດັອບ​ຢີ ກ່າວ​ວ່າ ລູກ​ສອນ​ໄຟ​ຍັງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ອາ​ພາດ​ເມັນ 60 ຫ້ອງ ແລະ​ລົດ​ອີກ 50 ຄົນ. ທ່ານຊາ​ດັອບ​ຢີ ກ່າວ​ເຖິງ​ການ​ໂຈມ​ຕີ​ວ່າ ໃຫຍ່​ສຸດ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ທາງ​ດ້ານ​ພົນ​ລະ​ເຮືອນ ນັບ​ແຕ່​ຣັດ​ເຊຍ​ເລີ້ມ​ທຳ​ການ​ຮຸກ​ຮານ​ໃນ​ປີ​ກາຍ.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ກ່າວ​ຕໍ່​ເຕ​ເລກ​ຣາ​ວ່າ “ແນ່ນອນ ມັນ​ຈະ​ຕ້ອງ​ມີ​ການ​ຕອບ​ໂຕ້​ຕໍ່​ພວກ​ສັດ​ຕູ. ການ​ຕອບ​ໂຕ້​ທີ່​ເປັນ​ຮູບ​ປະ​ທຳ.

ເມືອງ​ລີ​ວິບ​ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຢູ​ເຄ​ຣນ ທີ່​ຕິດ​ກັບ​ໂປ​ແລນ ຫ່າງ​ໄກ​ຈາກ​ເຂດ​ແນວ​ໜ້າ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ແລະ​ພາກ​ໃຕ້ ທີ່​ໄດ້​ເປັນ​ຈຸດ​ເພັ່ງ​ເລັງ​ສ່ວນ​ໃຫຍ່ ໃນ​ການ​ສູ້​ລົບ​ກັນ​ເມື່ອ​ໄວໆ​ມານີ້ ລະ​ຫວ່າງ​ກຳ​ລັງ​ຂອງ​ຢູ​ເຄ​ຣນ ແລະ​ຣັດ​ເຊຍ.

ໃນ​ການ​ໃຫ້​ສຳ​ພາດ​ທີ່​ອອກ​ອາ​ກາດ​ໂດຍ​ໂທ​ລະ​ພາບ CNN ໃນ​ວັນ​ພຸດ​ວານນີ້ ທ່ານ​ເຊ​ເລນ​ສ​ກີ​ກ່າວ​ວ່າ ທ່ານ​ຕ້ອງ​ການ​ເປີດ​ສາກ​ໂຈມ​ຕີ​ຕອບ​ໂຕ້​ຄືນ​ກ່ອນ​ໜ້າ ນັ້ນ ແຕ່​ໄລ​ຍະ​ເວ​ລາ​ແມ່ນ​ຂຶ້ນ​ກັບ​ການ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ຈາກ​ພັນ​ທະ​ມິດ​ຂອງ​ຢູ​ເຄ​ຣນ ຄື​ສະ​ຫະ​ລັດ ແລະ​ບັນ​ດາ​ປະ​ເທດ​ໃນ​ຢູ​ໂຣບ.

ຢູ​ເຄ​ຣນ​ເລີ້ມ​ເປີດ​ສາກ​ໂຈມ​ຕີ​ຕອບ​ໂຕ້​ຄືນ ໃນ​ເດືອນ​ແລ້ວ ທີ່​ແນ​ໃສ່​ເພື່ອ​ຢຶດ​ເອົາ​ດິນ​ແດນ​ຄືນ ທີ່​ຣັດ​ເຊຍ​ເຂົ້າ​ຢຶດ​ຄອງ​ນັບ​ແຕ່​ການ​ຮຸກ​ຮານ​ເລີ້ມ​ຂ​ຂຶ້ນ​ໃນ​ເດືອນ​ກຸມ​ພາ​ປີ 2022.

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ພວມ​ຊອກ​ຫາ​ລູກ​ກະ​ສຸນ​ແລະ​ອາ​ວຸດ​ທີ່​ທັນ​ສະ​ໄໝ​ຕື່ມ​ຂຶ້ນ ຮວມ​ທັງ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ ແລະ​ເຮືອ​ບິນ​ລົບ​ອາຍ​ພົ່ນ ເພື່ອ​ຈະມີ​ຄວາມ ສາ​ມາດ​ຮັບ​ມື​ກັບ​ກອງ​ທັບ​ຂອງ​ຣັດ​ເຊຍ​ໄດ້.

ແພດ​ທະ​ຫານ​ຫາມ​ຄົນ​ເຈັບ​ຜູ້​ນຶ່ງ​ອອກ​ຈາກ​ຕຶກ​ອາ​ພາດ​ເມັນທີ່​ຖືກ​ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ​ຍິງ​ໃສ່ໃນ​ເມືອງ Lviv ຂອງ​ຢູ​ເຄ​ຣນ, ວັນ​ທີ 6 ກໍ​ລະ​ກົດ, 2023.
ແພດ​ທະ​ຫານ​ຫາມ​ຄົນ​ເຈັບ​ຜູ້​ນຶ່ງ​ອອກ​ຈາກ​ຕຶກ​ອາ​ພາດ​ເມັນທີ່​ຖືກ​ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ​ຍິງ​ໃສ່ໃນ​ເມືອງ Lviv ຂອງ​ຢູ​ເຄ​ຣນ, ວັນ​ທີ 6 ກໍ​ລະ​ກົດ, 2023.

ທ່ານ​ເຊ​ເລນ​ສ​ກີ​ກ່າວ​ຕໍ່​ໂທ​ລະ​ພາບ CNN ວ່າ “ຂ້າ​ພະ​ເຈົ້າ​ຕ້ອງ​ການ​ຢາກ​ໃຫ້​ການ​ບຸກ​ໂຈມ​ຕີ​ຕອບ​ໂຕ້​ຄືນ​ ມີ​ຂຶ້ນ​ໄວ​ກວ່າ​ນັ້ນ ຍ້ອນ​ທຸກ​ຄົນ​ເຂົ້າ​ໃຈ​ວ່າ ຖ້າ​ການ​ໂຈມ​ຕີ​ຕອບ​ໂຕ້​ຄືນ​ມີ​ຂຶ້ນ​ໃນ​ເວ​ລາ​ຕໍ່ ຊຶ່ງ​ຈະ​ເຮັດ​ໃຫ້​ດິນ​ແດນ​ຂອງ​ພວກ​ເຮົາ​ສ່ວນ​ໃຫຍ່​ຈະ​ຖືກ​ຝັງ​ລະ​ເບີດ​ໃສ່. ພວກ​ເຮົາ​ໄດ້​ໃຫ້​ເວ​ລາ​ແກ່​ສັດ​ຕູ ແລະ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຫ້າງ​ລະ​ເບີດ​ໃສ່​ຕ​ຍື່ມ ແລະ​ກະ​ກຽມ​ເສັ້ນ​ປ້ອງກັນ​ຂອງ​ພວກ​ເຂົາ​.”

​ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG