ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວຫຼ້າ​ສຸດ​ກ່ຽວ​ກັບ​ຢູ​ເຄ​ຣນ: ຣັດ​ເຊຍ​ໂຈມ​ຕີ ສະ​ຖານ​ທີ່​ເກັບ​ມ້ຽນ ​ອ​າ​ຫານ​ປະ​ເພດ​ເມັດ​ໃນ​ທ່າ​ເຮືອ​ອິ​ສ​ເມ​ລ


ພາບ​ສະ​ແດງ​ໃຫ້​ເຫັນ​ຕຶກ​ຂອງສະ​ຖາ​ນີໃນ​ທ່າ​ເຮືອ​ຖືກ​ທຳ​ລາຍ ໃນ​ການ​ໂຈ​ຕີ​ໂດຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຂອງ​ຣັດ​ເຊຍຕໍ່​​ເຮືອ​ອິ​ສ​ເມ​ລ ໃນ​ເຂດ​ໂອ​ເດ​ຊາຂອງ​ຢູ​ເຄ​ຣນ, ວັນ​ທີ 2 ສິງ​ຫາ, 2023.
ພາບ​ສະ​ແດງ​ໃຫ້​ເຫັນ​ຕຶກ​ຂອງສະ​ຖາ​ນີໃນ​ທ່າ​ເຮືອ​ຖືກ​ທຳ​ລາຍ ໃນ​ການ​ໂຈ​ຕີ​ໂດຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຂອງ​ຣັດ​ເຊຍຕໍ່​​ເຮືອ​ອິ​ສ​ເມ​ລ ໃນ​ເຂດ​ໂອ​ເດ​ຊາຂອງ​ຢູ​ເຄ​ຣນ, ວັນ​ທີ 2 ສິງ​ຫາ, 2023.

​ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງຣັດ​ເຊຍ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ທ່າ​ເຮືອ​ອິ​ສ​ເມ​ລ (Izmail) ຢູ່​ແຄມ​ແມ່​ນ້ຳດາ​ນູບ (Danube) ​ໃນ​ພາກ​ໃຕ້​ຂອງ​ຢູ​ເຄຣນ ​ໃນ​ວັນ​ພຸດ​ວານ​ນີ້, ​ເຮັດ​ໃຫ້​ເກີດ​ໄຟ​ໄໝ້ ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ອາ​ຫານ​ປະ​ເພດເມັດ 44,000 ​ໂຕນ ທີ່ຈັດ​ໄວ້​ສົ່ງ​ໃຫ້ທະ​ວີບ​ອາ​ຟຣິກາ, ຈີນ ​ແລະ​ອິສຣາ​ແອ​ລ, ອີງ​ຕາມເຈົ້າ​ໜ້າ​ທີ່​ຢູ​ເຄຣນ​ກ່າວ.

ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ ​ໃນ​ການ​ໂຈມ​ຕີທ່າ​ເຮືອ​ອິ​ສ​ເມ​ລ (Izmail) ທີ່ຢູ່ໃກ້ຊາຍ​ແດນຕິ​ດ​ກັບໂຣມ​າເນຍ ຊຶ່ງເປັນ​ເສັ້ນທາງເລືອກທີ່​ສຳ​ຄັນ​ເພື່ອ​ໄປ​ທ່າ​ເຮືອ​ຕ່າງໆ​ ຢູ່​ແຄມ​ທະ​ເລ​ດຳ ທີ່​ຣັດ​ເຊຍ​ໄດ້​ກີດກັນ​ບໍ່​ໃຫ້​ມີທາງ​ຜ່ານທີ່​ປອດ​ໄພນັ້ນ.

​ແຕ່​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາຢູ​ເຄຣນ, ທ່ານນາງ ບ​ຣິດ​ເຈັດ ບ​ຣິງຄ໌ (Bridget Brink) ກ່າວ​ວ່າ ການ​ໂຈມ​ຕີ​ຕໍ່​ພື້ນຖານ​ໂຄງ​ລ່າງ​ທ່າ​ເຮືອ​ຢູ່​ພາກ​ໃຕ້​ຢູ​ເຄຣນ ​ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າຣັດ​ເຊຍ​ບໍ່ສົນ​ໃຈ​ຕໍ່​ພົນລະ​ເຮືອນ​ຢູ​ເຄຣນ.

ທ່ານນາງ​ກ່າວ​ໃນ​ສື່​ສັງ​ຄົມ​ສັງ​ຄົມອອນ​ລາຍ​ວ່າ “ຣັດ​ເຊຍ​ບໍ່​ມີ​ຄວາມ​ປາ​ຖະ​ໜາ​ຢາກ​ມີ​ສັນ​ຕິ​ພາບ, ບໍ່​ມີ​ຄວາມ​ຄິດ​ເຖິງ​ຄວາມ​ປອດ​ໄພ​ຂອງ​ພົນ​ລະ​ເຮືອນ, ແລະ​ບໍ່ສົນ​ໃຈ ຕໍ່​ຄົນ​ໃນ​ທົ່ວ​ໂລກ​ທີ່​ເພິ່ງ​ອາ​ໄສ​ອາ​ຫານ​ຈາກ​ຢູ​ເຄ​ຣນ. ການ​ໂຈມ​ຕີ​ທັງ​ໝົດ​ມີ​ຂຶ້ນ​ໃນ​ສອງ​ອາທິດ​ທີ່​ຜ່ານ​ມາ ຫຼັງຈາກຣັດ​ເຊຍ​ຖອນ​ຕົວ​ອອກ​ຈາກ​ຂໍ້​ລິ​ເລີ່ມ​ອາ​ຫານ​ປະ​ເພດເມັດ​ທະ​ເລ​ດຳ​ທີ່​ມີ​ອາຍຸ​ໄດ້​ເກືອບ​ນຶ່ງ​ປີ​ທີ່​ອະນຸຍາດ​ໃຫ້​ກຳ​ປັ່ນ​ຂອງຢູ​ເຄ​ຣນ​ແລ່ນ​ຂ້າມ​ທະ​ເລ​ດຳ​ໄດ້​ຢ່າງ​ປອດ​ໄພ.

ປະທານາທິບໍດີຣັດເຊຍ ທ່ານວ​ລາ​ດິ​ເມຍ ປູ​ຕິນ ໄດ້ປຶກສາຫາລືກ່ຽວກັບຂໍ້ ຕົກລົງອາ​ຫານ​ປະ​ເພດເມັດທະເລດຳກັບປະທານາທິບໍດີເທີກີ ທ່ານ ຣີ​ເຊບ ຕາ​ຢິບ ເອີດ​ວານໃນການໂອ້ລົມທາງໂທລະສັບໃນວັນພຸດວານນີ້ ຊຶ່ງ ໄດ້ຮັບ​ການຢືນຢັນຈາກທັງສອງປະເທດ. ທ່ານເອີດ​ວານເນັ້ນຫນັກເຖິງ ຄວາມ ສໍາຄັນຂອງການເລີ່ມຕົ້ນການຂົນສົ່ງອາ​ຫານ​ປະ​ເພດເມັດຄືນໃຫມ່, ໃນຂະ ນະທີ່ທ່ານປູ​ຕິນກ່າວວ່າທ່ານຈະ "ກັບຄືນສູ່ສັນຍາອາ​ຫານ​ປະ​ເພດເມັດໃນ ທັນທີຫາ​ເມື່ອ​ໃດປະເທດຕາເວັນຕົກປະຕິບັດຕາມຂໍ້​ຜູກ​ພັນຂອງເຂົາ​ເຈົ້າ."

ຜູ້ນຳ​ຣັດ​ເຊຍ​ໄດ້​ໂຕ້​ແຍ້​ງວ່າ ການ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ຂັດຂວາງ​ການຂົນ​ສົ່ງ​ທັນ​ຍາ​ຫານ​ແລະ​ຝຸ່ນ​ຂອງຣັດ​ເຊຍ.

ຂະນະ​ດຽວ​ກັນ​ຢູ່ທີ່​ວໍ​ຊິງ​ຕັນນັ້ນ, ​ໂຄສົກ​ທຳນຽບຫ້າ​ແຈ ພົນ​ເອກແພັດ​ທ​ຣິກ ໄຣ​ເດີ​ກ່າວ​ວ່າ ການ​ໂຈມ​ຕີ​ຕອບ​ໂຕ້​ຄືນຂອງ​ຢູ​ເຄຣນພວມ​ກ້າວ​ໄປ​ໜ້າ, ​ແຕ່ ທ່ານ​ກ່າວ​ເຕືອນວ່າ "ມັນ​ມີ ​ແລະ​ຈະ​ສືບ​ຕໍ່​ເປັນ​ການ​ຕໍ່ສູ້​ຫ​ຍຸ້ງ​ຍາກສຳ​ລັບ​ພວກ​ເຂົາ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG