ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ແລະ ຢູເຄຣນ ຕ່າງກໍກ່າວອ້າງວ່າ ​ຕົນໄດ້​ເຂົ້າຄວບ​ຄຸມເມືອງບັກມຸດ ທີ່​ເປັນ​ສະ​ໜາມ​ລົບ ນັ້ນແລ້ວ


ທະ​ຫານ​ຢູ​ເຄ​ຣນ​ຈາກກອງ​ພັນສູ້​ລົບ​ທີ 3 ຂອງກອງ​ທັບຢູ​ເຄ​ຣນ​ຍິງ​ປືນ​ຍິງ​ຍົນ D30 ຢູ່​ສະ​ໜາມ​ລົບທ່າມ​ກາງ​ໂຈມ​ຕີ​ຂອງ​ຣັດ​ເຊຍ​ຕໍ່​ຢູ​ເຄ​ຣນ ຢູ່​ໃກ້​ເມືອງ​ບັກ​ມຸດຂອງ​ຢູ​ເຄ​ຣນ, ວັນ​ທີ 23 ເມ​ສາ, 2023.
ທະ​ຫານ​ຢູ​ເຄ​ຣນ​ຈາກກອງ​ພັນສູ້​ລົບ​ທີ 3 ຂອງກອງ​ທັບຢູ​ເຄ​ຣນ​ຍິງ​ປືນ​ຍິງ​ຍົນ D30 ຢູ່​ສະ​ໜາມ​ລົບທ່າມ​ກາງ​ໂຈມ​ຕີ​ຂອງ​ຣັດ​ເຊຍ​ຕໍ່​ຢູ​ເຄ​ຣນ ຢູ່​ໃກ້​ເມືອງ​ບັກ​ມຸດຂອງ​ຢູ​ເຄ​ຣນ, ວັນ​ທີ 23 ເມ​ສາ, 2023.

ຣັດ​ເຊຍ​ ແລະ​ຢູ​ເຄຣນ​ຕ່າງ​ກໍໄດ້ກ່າວ​ອ້າງ​ເອົາເມືອງບັກ​ມຸດ ທີ່​ມີ​ການ​ປະ​ທະ​ກັນໃນ​ວັນ​ອາ​ທິດວານນີ້.​

ມົ​ສ​ກູ ກ່າວ​ວ່າ ​ກຳ​ລັງທະ​ຫານ​ຂອງ​ຕົນ​ໄດ້​ເຂົ້າ​ຍຶດ​ເອົາ​ອີກ 2 ຄຸ້ມ ​ໃນ​ເຂດກ້ຳ​ຕາ​ເວັນ​ຕົກ​ຂອງ​ເມືອງ ​ທີ່​ເກືອບ​ທຳ​ລາຍເກືອບ​ໝົດແຫ່ງນັ້ນ​ແລ້ວ ແຕ່​ກໍບໍ່​ໄດ້ໃຫ້ລາຍ​ລະ​ອຽດໃດໆ.

ຣັດເຊຍ, ເຊິ່ງໄດ້ບຸກລຸກຢູເຄຣນເມື່ອ 14 ເດືອນກ່ອນ, ເຫັນວ່າ ການຍຶດເອົາເມືອງ ບັກ​ມຸດ ເປັນເສັ້ນທາງໄປສູ່ຄວາມກ້າວໜ້າອື່ນໆ ໃນພາກຕາເວັນອອກຂອງຢູເຄຣນ.

ແຕ່ຢ່າງໃດກໍຕາມ, ນາຍພົນ​ເອກອາ​ເລັກ​ຊັນ​ເດີ ເຊີ​ສ​ກີ (Oleksandr Syrskyi) ໄດ້ ເອົາຮູບຂອງທ່ານ ແລະທະຫານຂອງທ່ານຢູ່ແນວ​ຫນ້າ ​ລົງໃນ​ແອັປສົ່ງຂໍ້ຄວາມ Telegram ແລະ ກ່າວວ່າ "ພວກເຮົາຕີສັດຕູ ຊຶ່ງມັກຈະເປັນ​ສິ່ງ​ທີ່ບໍ່ຄາດຄິດສໍາລັບ ລາວ ແລະ ສືບຕໍ່ຍຶດຫມັ້ນຢູ່ໃນເສັ້ນຍຸດທະສາດ."

ພວກ​ຜູ້​ຊາຍ​ກຸ້ມ​ເບິ່ງ​ໂທ​ລະ​ສັບ​ຂອງ​ຕົນ​ຂະ​ນະ​ທີ່​ຍ່າງ​ກາຍ​ກະ​ດານ​ຂ່າວ​ທີ່​ເກນ​ທະ​ຫານຮັບ​ຈ້າງ​ໃຫ້​ກອງ​ທັບ​ຣັດ​ເຊຍຢູ່​ໃນ​ນະ​ຄອນ ເຊັນ​ທ໌ ພີ​ເຕີ​ສ​ເບີກຂອງ​ຣັດ​ເຊຍ ວັນ​ທີ 12 ເມ​ສາ, 2023.
ພວກ​ຜູ້​ຊາຍ​ກຸ້ມ​ເບິ່ງ​ໂທ​ລະ​ສັບ​ຂອງ​ຕົນ​ຂະ​ນະ​ທີ່​ຍ່າງ​ກາຍ​ກະ​ດານ​ຂ່າວ​ທີ່​ເກນ​ທະ​ຫານຮັບ​ຈ້າງ​ໃຫ້​ກອງ​ທັບ​ຣັດ​ເຊຍຢູ່​ໃນ​ນະ​ຄອນ ເຊັນ​ທ໌ ພີ​ເຕີ​ສ​ເບີກຂອງ​ຣັດ​ເຊຍ ວັນ​ທີ 12 ເມ​ສາ, 2023.

ທັງອົງການຂ່າວເອ​ພີ (AP) ແລະ​ຣອຍ​ເຕີ​ສ໌ (Reuters) ແມ່ນບໍ່ສາມາດກວດສອບ ຄວາມ​ເທັດ​ຈິງ​ ຂອງລາຍງານທີ່​ມາ​ຈາກສະຫນາມລົບໄດ້.


ໃນເດືອນແລ້ວນີ້, ຮອງນາຍົກລັດຖະມົນຕີຢູ​ເຄ​ຣນ, ທ່ານນາງເອີຣີ​ນາ ວາ​ເຣ​ສ​ຊັກ (Iryna Vereshchuk) ກ່າວວ່າ ບັກ​ມຸດ ເຊິ່ງມີປະຊາກອນກ່ອນສົງຄາມຫຼາຍກ່ວາ 70,000 ຄົນ ໃນປັດຈຸບັນ ມີພົນລະເຮືອນຍັງ​ເຫລືອບໍ່​ຮອດ 4,000 ຄົນ, ລວມ ທັງ ເດັກນ້ອຍ 38 ຄົນ, ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວຣອຍ​ເຕີ​ສ໌ (Reuters). ຄະນະ​ກຳມະການ​ກາ​ແດງ​ສາກົນ (ICRC) ກ່າວ​ວ່າ ພວກ​ທີ່​ຍັງ​ເຫລືອ​ຢູ່​ນັ້ນ ກໍາລັງ​ຊອກ​ຫາ​ບ່ອນ​ລີ້​ໄພ ຢູ່​ໃຕ້​ດິນ ​ພາຍ​ໃຕ້​ການ​ຍິງ​ປືນ​ໃຫຍ່ໃສ່​ກັນຢ່າງ​ໜັກ.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG