ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວຫລ້າສຸດ: ຣັດເຊຍ ແນເປົ້າໝາຍໃສ່ເມືອງໂອເດຊາ


ພາກສ່່ວນນຶ່ງຂອງຊາກລູກສອນໄຟນໍາວິຖິ ຂອງຣັດເຊຍທີ່ເຫັນຢູ່ໃນຕຶກອາຄານ ທີ່ຖືກທຳລາຍ ໃນເມືອງໂອເດຊາ ຢູເຄຣນ ວັນທີ 18 ກໍລະກົດ 2023.
ພາກສ່່ວນນຶ່ງຂອງຊາກລູກສອນໄຟນໍາວິຖິ ຂອງຣັດເຊຍທີ່ເຫັນຢູ່ໃນຕຶກອາຄານ ທີ່ຖືກທຳລາຍ ໃນເມືອງໂອເດຊາ ຢູເຄຣນ ວັນທີ 18 ກໍລະກົດ 2023.

ກອງທັບຢູເຄຣນກ່າວໃນວັນອັງຄານວານນີ້ວ່າ ຣັດເຊຍໄດ້ໃຊ້ລູກ​ສອນ​ໄຟ​ນຳ​ວິ​ຖີ ແລະໂດຣນ Shahed ທີ່ເຮັດໂດຍອີຣ່ານ ທຳການໂຈມຕີ​ໃນເຂດເມືອງໂອເດຊາໃນຕອນຂ້າມຄືນ ຊຶ່ງ​ໄດ້ສ້າງຄວາມເສຍຫາຍ ​ໃຫ້ແກ່ທ່າເຮືອ ແລະເຮືອນຊານ​ຂອງ​ປະ​ຊາ​ຊົນ.

ກອງທັບຢູເຄຣນກ່າວວ່າ ການປ້ອງກັນທາງອາກາດຂອງຕົນໄດ້ຍິງລູກສອນໄຟKalibr ຫົກລູກຕົກ ຮວມທັງອີກໂດຣນ 21 ລຳ ຢູ່ໃນ​ເຂດ​ນ່ານຟ້າ​ເມືອງໂອເດ ຊາ ແຕ່ຊາກ​ຫັກ​ພັງ​ທີ່ພົວພັນ ແລະເຫດລະເບີດໄດ້ສ້າງ​ຄວາມເສຍຫາຍຢູ່​ທາງ​ພາກ​ພື້ນດິນ.

ກອງທັບຢູເຄຣນຍັງກ່າວວ່າ ຕົນໄດ້ຍິງໂດຣນຫລາຍລຳຕົກ ຢູ່ຂົງເຂດນານຟ້າ ​ເມືອງມີ​ໂກ​ລາ​ອິບ ຢູ່ທາງພາກໃຕ້ຂອງປະເທດໂດຍ​ທີ່​ທາງກອງທັບ​ໄດ້ຍິງໂດຣນ 1 ຂອງຈຳນວນ​ທັງ​ໝົດ 36 ລຳຕົກ ຢູ່ໃນທົ່ວປະເທດ.

ຢູ່ຂົງເຂດ​ເມືອງ​ໂອເດຊາ ​ຊຶ່ງເປັນທີ່​ຕັ້ງ​ຂອງທ່າເຮືອຫລາຍແຫ່ງ ອັນເປັນສ່ວນ ນຶ່ງ ຂອງ​ແຜນ​ການ​ລະ​ເລີ້ມ​ອາ​ຫານ​ປະ​ເພດ​ເມັດທະເລ​ດຳ ທີ່ອົງການສະຫະປະຊາຊາດ ແລະເທິກີ ໄກ່​ເກ່ຍເພື່ອຊອກຫາ​ທາງ​ສົ່ງເຂົ້າເບລຂອງຢູເຄຣນອອກໄປສູ່ຕະຫລາດໂລກ.

​ຣັດ​ເຊຍກ່າວໃນວັນຈັນວານນີ້ວ່າ ຕົນໄດ້ເສັດສິ້ນການເຂົ້າຮ່ວມຢູ່ໃນຂໍ້ຕົກລົງທີ່ອະນຸຍາດ​ໃຫ້​ມີ​ການ​ສົ່ງ​ອອກ​ຢ່າງປອດໄພ ຜ່ານກຳປັ່ນລົບ​ຂອງຣັດເຊຍຢູ່ໃນທະ ເລດໍາ.

“ບໍ່ເປັນຈັ່ງໂຊກ ພາກສ່ວນຂອງຂໍ້ຕົກລົງທະເລດໍາເຫລົ່ານີ້ ມີຄວາມເປັນຫ່ວງຕໍ່ຣັດເຊຍທີ່ຍັງບໍ່ໄດ້ນໍາປະຕິບັດເທົ່າທີ່ຜ່ານມາ ເພາະສະນັ້ນເປັນຜົນກະທົບຕໍ່ການຢຸດ​ເຊົາ” ໂຄສົກວັງເຄຣມລິນ ທ່ານເດມີຕຣີ ແພສກັອຟ ທີ່ໄດ້ກ່າວຕໍ່ບັນ ດານັກຂ່າວ. “ໃນບໍ່ຊ້າທີ່ພາກສ່ວນຂອງຂໍ້ຕົກລົງໄດ້​ມີ​ການ​ປະ​ຕິ​ບັດ​ຕາມ ທາງຝ່າຍຣັດເຊຍຈະກັບຄືນມາຈັດ​ຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວນີ້ທັນທີ.”

ເຖິງຢ່າງໃດກໍດີ ອົງການສະຫະປະຊາຊາດກ່າວວ່າ ຄວາມເຂົ້າໃຈຂອງຕົນກໍຄື ຂໍ້ຕົກລົງໄດ້ສິ້ນສຸດລົງແລ້ວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG