ບັນດາເຈົ້າໜ້າທີ່ ຢູເຄຣນ ໃນວັນຈັນມື້ນີ້ໄດ້ລາຍງານການໂຈມຕີທາງອາກາດຄັ້ງໃໝ່ຂອງ ຣັດເຊຍ ໃສ່ນະຄອນຫຼວງ ກີຢິບ ຫຼັງຈາກການໂຈມຕີທາງອາກາດຢ່າງດຸເດືອດສອງຄືນໃນນະຄອນຫຼວງຂອງປະເທດນັ້ນ.
ເຈົ້າຄອງນະຄອນຫຼວງ ກີຢິບ ທ່ານ ວິຕາລີ ກລິຈໂກ ໄດ້ກ່າວໃນ Telegram ວ່າມັນໄດ້ມີການລະເບີດຢູ່ໃຈກາງຂອງນະຄອນຫຼວງ ແລະ ໄດ້ບອກໃຫ້ປະຊາຊົນຢູ່ໃນບ່ອນທີ່ປອດໄພ.
ການໂຈມຕີໃນວັນຈັນມື້ນີ້ໄດ້ມີຂຶ້ນຕາມຫຼັງສິ່ງທີ່ທ່ານ ກລິຈໂກ ໄດ້ເອີ້ນວ່າ “ເປັນອີກຄືນນຶ່ງທີ່ຫຍຸ້ງຍາກສຳລັບນະຄອນຫຼວງ.”
ທ່ານ ເຊີຮີ ປັອບໂກ, ຫົວໜ້າຂອງຫ້ອງການບໍລິຫານກອງທັບຂອງເມືອງດັ່ງກ່າວໄດ້ເວົ້າວ່າ ກອງກຳລັງ ຣັດເຊຍ ໄດ້ໃຊ້ລູກສອນໄຟນຳວິຖີ ແລະ ໂດຣນ ຊາເຮັດ ພ້ອມກັນໃນການໂຈມຕີເມື່ອຂ້າມຄືນນັ້ນ, ທີ່ແນເປົ້າໃສ່ ກີຢິບ ເປັນຄັ້ງທີ 15 ໃນເດືອນພຶດສະພານີ້.
ການໂຈມຕີທາງອາກາດຢ່າງຕໍ່ເນື່ອງໄດ້ມີຂຶ້ນກ່ອນການໂຈມຕີຕອບໂຕ້ຂອງຢູເຄຣນທີ່ຄາດວ່າຈະເກີດຂຶ້ນ ເຊິ່ງບັນດາຜູ້ນຳ ຢູເຄຣນ ໄດ້ກ່າວວ່າຈະພະຍາຍາມຍາດເອົາເຂດແດນທີ່ ຣັດເຊຍ ໄດ້ຍຶດໄປກັບມາຄືນ ນັບຕັ້ງພວກເຂົາໄດ້ທຳການບຸກລຸກ ຢູເຄຣນ ຢ່າງເຕັມອັດຕາໃນຕົ້ນປີກາຍນີ້.
ກອງທັບອາກາດຂອງ ຢູເຄຣນ ໄດ້ກ່າວວ່າໂດຍລວມແລ້ວ, ລະບົບປ້ອງກັນອາກາດໄດ້ຍິງໂດຣນ 29 ຈາກ 35 ລຳຕົກ ແລະ ລູກສອນໄຟ 37 ຈາກ 40 ລູກທີ່ ຣັດເຊຍ ໄດ້ຍິງເມື່ອຂ້າມຄືນທີ່ຜ່ານມາ.
ບັນດາເຈົ້າໜ້າທີ່ໃນພາກຕາເວັນຕົກຂອງ ຢູເຄຣນ ໄດ້ກ່າວວ່າ ການໂຈມຕີຕ່າງໆຂອງ ຣັດເຊຍ ໄດ້ຖືກສະຖານທີ່ຂອງກອງທັບໃນເມືອງ ຄແມລນິດສກີ (Khmelnytskiy), ທຳລາຍເຮືອບິນ 5 ລຳ.
ລັດຖະມົນຕີຕ່າງປະເທດ ທ່ານ ດິມິໂຕຣ ຄູເລບາ ໄດ້ຂຽນຂໍ້ຄວາມໃນທວິດເຕີວ່າ “ການໂຈມຕີດ້ວຍໂດຣນ ແລະ ລູກສອນໄຟຂອງ ຣັດເຊຍ ໃນບັນດາເມືອງທີ່ສະຫງົບສຸກຂອງ ຢູເຄຣນ ບໍ່ສາມາດຖືກພິຈາລະວ່າເປັນປົກກະຕິ, ບໍ່ວ່າມັນຈະເກີດຂຶ້ນເລື້ອຍຊ່ຳໃດກໍ່ຕາມ.” ທ່ານເວົ້າວ່າ “ມັນແມ່ນອາຊະຍາກຳສົງຄາມທັງໝົດ ແລະ ຕ້ອງຖືກຢຸດດ້ວຍການເສີມຂະຫຍາຍການປ້ອງກັນທາງອາກາດຂອງ ຢູເຄຣນ, ລວມທັງດ້ວຍເຮືອບິນ F-16 ແລະ ເອົາຊະນະການຮຸກຮານຂອງ ຣັດເຊຍ.”