ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວຫຼ້າ​ສຸດ: ຣັດ​ເຊຍ​ເວົ້າ​ວ່າ ເ​ຮືອ​ບິນບໍ່​ມີ​ຄົນ​ຂັບ​ຂອງ​ຢູ​ເຄ​ຣນໂຈມ​ຕີ​ມົ​ສ​ກູ ແລະ​ແຫລມ​ໄຄ​ຣ​ເມຍ


ພາບ​ຂອງ​ຕຶກ​ອາ​ຄານ​ທີ່​ຖືກ​ທຳ​ລາຍ​ຫລັງ​ຈາກມີ​ລາຍ​ງານ​ວ່າ ມີ​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບໃນ​ນະ​ຄອນ​ຫລວງ​ມົ​ສ​ກູຂອງ​ຣັດ​ເຊຍ, ວັນ​ທີ 24 ກໍ​ລະ​ກົດ, 2023
ພາບ​ຂອງ​ຕຶກ​ອາ​ຄານ​ທີ່​ຖືກ​ທຳ​ລາຍ​ຫລັງ​ຈາກມີ​ລາຍ​ງານ​ວ່າ ມີ​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບໃນ​ນະ​ຄອນ​ຫລວງ​ມົ​ສ​ກູຂອງ​ຣັດ​ເຊຍ, ວັນ​ທີ 24 ກໍ​ລະ​ກົດ, 2023

ຣັດ​ເຊຍ​ລາຍ​ງານ​ວ່າ ການ​ໂຈມ​ຕີໂດຍ​ໂດ​ຣນຂອງ​ຢູ​ເຄຣນ ​ໃນ​ວັນ​ຈັນ​ມື້​ນີ້ແນ​ໃສ່​ນະ​ຄອນ​ຫລວງ​ມົສກູ ​ແລະ​ ແຫລມ​ໄຄ​ຣ​ເມຍ​ທີ່​ຖືກ​ຍຶດ​ຄອງໂດຍຣັດ​ເຊຍ ​ໃນ​ຂະນະ​ທີ່​ຢູ​ເຄຣນ ກ່າວ​ວ່າ ຣັດ​ເຊຍ​ໄດ້​ທໍາ​ການ​ໂຈມ​ຕີ​ທາງ​ອາກາດ​ຄັ້ງ​ຫລ້າ​ສຸດ​ໃສ່​ທ່າ​ເຮືອໂອ​ເດ​ຊາທາງ​ພາກ​ໃຕ້​ຂອງ​ປະ​ເທດ.

ກອງທັບຣັດ​ເຊຍ​ກ່າວ​ວ່າ ຕົນ​ໄດ້​ຍິງ​ເຮືອ​ບິນບໍ່​ມີ​ຄົນ​ຂັບ ​ຫລື​ໂດ​ຣນທີ່​ໂຈມ​ຕີ​ມົສກູນັ້ນ​ຕົກ​ສອງ​ລຳ. ເຈົ້າຄອງນະຄອນດັ່ງ​ກ່າວ, ທ່ານເຊີ​ເກ ຊອບ​ຢາ​ນິນ ເວົ້າວ່າ ອາຄານທີ່ ບໍ່ແມ່ນທີ່ຢູ່ອາໄສສອງຫລັງໄດ້ຮັບຄວາມເສຍຫາຍ, ແຕ່ວ່າບໍ່ມີລາຍງານວ່າ ມີຜູ້ ໄດ້ ຮັບບາດເຈັບຫລື​ເສຍ​ຊີ​ວິດ.

ອົງການ​ຂ່າວ​ຣັດ​ເຊຍ​ກ່າວ​ວ່າ ຊິ້ນສ່ວນ​ຂອງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ໄດ້​ພົບ​ເຫັນ​ຢູ່​ເຂດກົມ​ໂຊ​ມົລ​ສ​ກີ (Komsomolsky) ໃກ້​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ.

ສ່ວນຢູ່ແຫລມ​ໄຄ​ຣ​ເມຍນັ້ນ ຜູ້​ປົກ​ຄອງ​ລັດ​ທີ່ແຕ່ງ​ຕັ້ງຂຶ້ນ​ໂດຍ​ຣັດ​ເຊຍ​ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຂອງ​ຢູ​ເຄຣນ​ໄດ້ຖະ​ຫລົ່ມ​ຄັງ​ເກັບກະ​ສຸນ​ປືນ ໃນ​ຂະ​ນະ​ທີ່​ກອງ​ປ້ອງ​ກັນ​ອາກາດ​ໄດ້​ຍິງ​ໂດ​ຣນ 11 ລຳ​ຕົກ.

​ໃນ​ຂະນະດຽວ​ກັນ, ກອງທັບ​ຢູ​ເຄ​ຣນກໍກ່າວ​ວ່າ ຣັດ​ເຊຍ​ໄດ້​ທຳລາຍ​ສາງ​ເກັບ​ອາ​ຫານປະ​ເພດເມັດ​ແຫ່ງ​ນຶ່ງ ​ແລະ​ເຮັດ​ໃຫ້ກຳ​ມະ​ກອນ 4 ຄົນບາດ​ເຈັບ ​ໃນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ຫຼ້າ​ສຸດ​ຂອງ​ຣັດ​ເຊຍໃສ່​ພື້ນຖານ​ໂຄງ​ລ່າງຂອງ​ທ່າ​ເຮືອໂອ​ເດ​ຊາ.

ກອງບັນຊາການທະຫານທາງພາກໃຕ້ຂອງຢູເຄຣນກ່າວວ່າ ຕົນໄດ້ຍິງເຮືອບິນບໍ່ມີຄົນ ຂັບຂອງຣັດເຊຍ 3 ລຳຕົກ ຊຶ່ງເປັນສ່ວນນຶ່ງຂອງການໂຈມຕີໃນວັນຈັນມື້ນີ້.

ຣັດເຊຍໄດ້ໂຈມຕີທ່າ​ເຮືອໂອ​ເດ​ຊາ ຫຼາຍຄັ້ງໃນອາທິດ ທີ່ນັບຕັ້ງແຕ່ປະ​ເທດນີ້ ໄດ້ ປະກາດວ່າ ຕົນຖອນ​ຕົວອອກ​ຈາກ​ຂໍ້ຕົກ​ລົງ​ລິ​ເລີ້ມກ່ຽວ​ກັບ​ອາ​ຫານ​ປະ​ເພດເມັດທະເລດໍາ ທີ່ອະນຸຍາດໃຫ້ຂົນສົ່ງອາ​ຫານ​ທີ່​ເປັນເມັດຈາກທ່າເຮືອຂອງຢູ​ເຄ​ຣນ ຜ່ານທະເລດໍາໄດ້​ຢ່າງ​ປອດ​ໄພ.

ພວກ​ນັກ​ສືບ​ສວນກວດ​ຕຶກ​ທີ່​ຖືກ​ທຳ​ລາຍ​ຫລັງ​ຈາກ​ມີ​ລາຍ​ງານ​ວ່າ ເຮືອ​ບິນບໍ່​ມີ​ຄົນ​ຂັບໂຈມ​ຕີ​ນະ​ຄອນ​ຫລວງ​ມົ​ສ​ກູຂອງ​ຣັດ​ເຊຍ, ວັນ​ທີ 24 ກໍ​ລະ​ກົດ, 2023.
ພວກ​ນັກ​ສືບ​ສວນກວດ​ຕຶກ​ທີ່​ຖືກ​ທຳ​ລາຍ​ຫລັງ​ຈາກ​ມີ​ລາຍ​ງານ​ວ່າ ເຮືອ​ບິນບໍ່​ມີ​ຄົນ​ຂັບໂຈມ​ຕີ​ນະ​ຄອນ​ຫລວງ​ມົ​ສ​ກູຂອງ​ຣັດ​ເຊຍ, ວັນ​ທີ 24 ກໍ​ລະ​ກົດ, 2023.

ປະທານາທິບໍດີ​ຢູ​ເຄຣນ ທ່ານ​ໂດ​ໂລ​ດິ​ເມຍ ເຊ​ເລ​ນ​ສ​ກີ ​ໄດ້​ໃຊ້​ສ່ວນ​ນຶ່ງ​ຂອງ​ຄຳ​ປາ​ໄສ​ໃນ​ຕອນ​ກາງຄືນ​ຂອງ​ທ່ານ​ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ປະນາມ​ການ​ໂຈມ​ຕີ​ຂອງຣັດ​ເຊຍ​ໃສ່​ເມືອງໂອ​ເດ​ຊາ ​ແລະ​ໂດຍ​ສະ​ເພາະ​ແມ່ນ​ສູນກາງ​ແຫ່ງ​ປະ​ຫວັດ​ສາດ​ຂອງ​ເມືອງ​ດັ່ງ​ກ່າວ ຊຶ່ງ​ເປັນ​ສະຖານ​ທີ່​ມໍລະດົກ​ໂລກ​ແຫ່ງ​ນຶ່ງຂອງ​ອົງ​ການຢູ​ແນ​ສ​ໂກ (UNESCO).

ອ່ານ​ຂ່າວນີ້ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG