ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກີ​ຢິບ ​ຕຳ​ໜິ​ແຜນການ ທີ່ຈະຕິດຕັ້ງອາວຸດ ນິວເຄລຍສະໜາມຢູ່ ໃນເບລາຣຸສ


ພາບນິ້ງ​ຂອງວີ​ດິ​ໂອ​ທີ່​ສົ່ງ​ໃຫ້​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດໃນ​ວ​ັນ​ທີ 21 ກຸມ​ພາ, 2022 ສະ​ແດງ​ໃຫ້​ເຫັນ​ລົດ​ຖັງ​ຂອງຣັດເຊຍ ແລະ​ເບ​ລາ​ຣຸ​ສໃນ​ຂະ​ນະ​ທີ່​ຊ້ອມ​ລົບ​ຮ່ວມ​ກັນ ​ໃກ້​ກັບເມືອງ Brest ຂອງ​ເບ​ລາ​ຣຸ​ສ
ພາບນິ້ງ​ຂອງວີ​ດິ​ໂອ​ທີ່​ສົ່ງ​ໃຫ້​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດໃນ​ວ​ັນ​ທີ 21 ກຸມ​ພາ, 2022 ສະ​ແດງ​ໃຫ້​ເຫັນ​ລົດ​ຖັງ​ຂອງຣັດເຊຍ ແລະ​ເບ​ລາ​ຣຸ​ສໃນ​ຂະ​ນະ​ທີ່​ຊ້ອມ​ລົບ​ຮ່ວມ​ກັນ ​ໃກ້​ກັບເມືອງ Brest ຂອງ​ເບ​ລາ​ຣຸ​ສ

ຢູເຄຣນ ໂຈມຕີປະທານາທິບໍດີຣັດເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ ໃນວັນອາທິດວານນີ້ ສຳລັບແຜນການທີ່​ຈະ​ຕິດ​ຕັ້ງອາວຸດນິວເຄລຍ​ສະ​ໜາມຢູ່ໃນເບລາຣຸສ ຕາມຊາຍແດນທາງພາກເໜືອຂອງຢູເຄຣນ ແລະຮຽກຮ້ອງໃຫ້​ເປີດກອງປະຊຸມສະພາຄວາມໝັ້ນຄົງແບບ​ສຸກ​ເສີນ​ຂອງສະ​ຫະ​ປະ​ຊາ​ຊາດ​ຂຶ້ນ ເພື່ອແກ້ໄຂໄພຂົ່ມຂູ່ທີ່ອາດເກີດຂຶ້ນໄດ້.

ກະຊວງ​ການ​ຕ່າງປະ​ເທດກີ​ຢິບກ່າວ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ “ຣັດ​ເຊຍໄດ້​ຢືນຢັນໃຫ້​ຮູ້ອີກ​ເທື່ອ​ນຶ່ງວ່າ ​ບໍ່​ມີ​ຄວາມສາມາດ​ເປັນ​ຜູ້​ຮັບຜິດຊອບ​ ໃນ​ການ​ຮັກ​ສາ​ອາວຸດ​ນິວ​ເຄລຍເພື່ອໃຫ້ເປັນສິ່ງ​ສະກັດ​ກັ້ນ ​ແລະ​ປ້ອງ​ກັນ​ສົງຄາມໄດ້ ບໍ່​ແມ່ນໃຊ້​ເພື່ອເປັນ​ເຄື່ອງ ມື​ຂົ່ມຂູ່ ​ແລະ​ນາບ​ຂູ່.

ທ່ານປູ​ຕິນ ໄດ້ປະກາດການສົ່ງອາວຸດນິວເຄລຍ​ສະ​ໜາມ ໄປ​ໃຫ້​ ໃນວັນເສົາຜ່ານ​ມາ ໂດຍກ່າວວ່າ ມັນໄດ້ຮັບການຮັບປະກັນຍ້ອນວ່າປະ​ເທດຕາເວັນຕົກສະຫນັບສະຫນຸນ ກໍາລັງທະຫານຂອງຢູ​ເຄ​ຣນເພີ່ມຂຶ້ນ, ລວມທັງການຕັດສິນໃຈຂອງອັງກິດ ໃນອາທິດແລ້ວນີ້ ທີ່ຈະສົ່ງລູກປືນທີ່ຍິງລົດ​ຫຸ້ມ​ເກາະ ທີ່ບັນຈຸທາດຢູເຣນຽມແບບ​ເພີ້ມ​ແສນ​ຍາ​ນຸ​ພາບໄປໃຫ້ຢູເຄຣນ.

ເລຂາທິການສະພາຄວາມໝັ້ນຄົງ ແລະປ້ອງກັນຊາດຂອງຢູເຄຣນ, ທ່ານໂອ​ເລັກ​ຊີ ດາ​ນີ​ລອ​ຟ (Oleksiy Danilov) ກ່າວໃນທວີດ​ເຕີໃນວັນອາທິດວານນີ້ວ່າ ການປະ ກາດຂອງທ່ານປູ​ຕິນແມ່ນ “ບາດກ້າວນຶ່ງ​ທີ່​ນຳໄປສູ່ການ​ທຳ​ລາຍຄວາມໝັ້ນຄົງພາຍ ໃນ” ຂອງເບລາຣຸສ ແລະກ່າວວ່າ ວັງເຄ​ຣັມ​ລິນ “ໄດ້ເອົາເບ​ລາ​ຣຸ​ສ ເປັນຕົວປະກັນດ້ານນິວເຄລຍ.”

ເບິ່ງວີ​ດິ​ໂອ​ທີ່​ສະ​ໜອງ​ໃຫ້​ໂດຍ Veronica Balderas Iglesias:

Russia’s Putin to Deploy Tactical Nukes in Belarus
please wait

No media source currently available

0:00 0:02:40 0:00

ທ່ານ​ປູ​ຕິນ​ກ່າວ​ວ່າ ການ​ວາງ​ຫົວນິວ​ເຄຼຍສະ​ໜາມຂອງຣັດ​ເຊຍ​ຢູ່​ເບ​ລາຣຸສ ​ບໍ່​ຕ່າງ​ຫຍັງ​ກັບ​ສະ​ຫະ​ລັດຕິດ​ຕັ້ງ​ອາວຸດ​ນິວ​ເຄຼຍ​ຢູ່​ແບລ​ຈ້ຽ​ມ, ​ເຢຍຣະ​ມັນ, ອີ​ຕາ​ລີ, ​ເນ​ເທີ​ແລນ ​ແລະເທີກີ.

"ພວກເຮົາກໍາລັງເຮັດໃນສິ່ງທີ່ພວກເຂົາເຮັດມາໄດ້ຫຼາຍທົດ​ສະ​ວັດ, ເອົາ​ມັນ​ໄປ​ປະ​ຈຳ​ໄວ້ຢູ່ໃນບາງປະເທດພັນທະມິດ, ກະກຽມຖານ​ຍິງ​ມັນ ແລະການຝຶກອົບຮົມກອງ​ທະ​ຫານຂອງພວກເຂົາ," ນັ້ນ​ຄື​ຄຳ​ເວົ້າ​ຂອງຜູ້ນໍາຣັດເຊຍ.

(ພາບ​ໃນ​ແຟມ) ປະ​ທາ​ນາ​ທິ​ບໍ​ດີວະ​ລາ​ດິ​ເມຍ​ປູ​ຕິນ ແລະ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເລັກ​ແຊນ​ເດີ ລູ​ຄາ​ເຊນ​ໂກ ຢູ່​ຕຳ​ໜັກລັດ​ຖະ​ບານ Novo-Ogaryovo ນອກ​ນະ​ຄອນ​ຫລວງ​ມົ​ສ​ກູ, ວັນ​ທີ 17 ກຸມ​ພາ, 2023. (ພາບ​ຖ່າຍ​ໂດຍ Vladimir Astapkovich/Sputnik/AFP)
(ພາບ​ໃນ​ແຟມ) ປະ​ທາ​ນາ​ທິ​ບໍ​ດີວະ​ລາ​ດິ​ເມຍ​ປູ​ຕິນ ແລະ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເລັກ​ແຊນ​ເດີ ລູ​ຄາ​ເຊນ​ໂກ ຢູ່​ຕຳ​ໜັກລັດ​ຖະ​ບານ Novo-Ogaryovo ນອກ​ນະ​ຄອນ​ຫລວງ​ມົ​ສ​ກູ, ວັນ​ທີ 17 ກຸມ​ພາ, 2023. (ພາບ​ຖ່າຍ​ໂດຍ Vladimir Astapkovich/Sputnik/AFP)

ທ່ານປູ​ຕິນ ກ່າວ​ວ່າ ປະທານາທິບໍດີ​ເບລາຣຸສ, ທ່ານອາ​ເລັກ​ແຊນ​ເດີ ລູ​ຄາ​ເຊນ​ໂກ (Alexander Lukashenko) ໄດ້​ຮ້ອງ​ຂໍ​ມາ​ເປັນ​ເວລາ​ດົນ​ນານ ​ທີ່​ຈະ​ມີ​ອາວຸດ​ນິວ​ເຄລຍຢູ່​ໃນ​ປະ​ເທດ​ຂອງ​ຕົນ ​ເພື່ອ​ຕອບ​ໂຕ້​ກັບການ​ຂົ່ມຂູ່​ທີ່​ອາດ​ເປັນ​ໄປ​ໄດ້​ຂອງເນ​ໂຕ ທີ່​ມາຈາກ​ບັນດາ​ປະ​ເທດພັນທະ​ມິດ​ຕາ​ເວັນ​ຕົກ​ທີ່ຢູ່​ໃກ້​ຄຽງ. ເບລາຣຸສ ມີຊາຍແດນ ຕິດກັບ 3 ປະເທດສະມາຊິກເນ​ໂຕ ຄື ລັດເວຍ, ລີທົວເນຍ ແລະ ໂປແລນ, ໃນ ຂະນະທີ່ຣັດເຊຍ ໄດ້ໃຊ້ດິນແດນເບລາຣຸ​ສ ເປັນບ່ອນຕັ້ງຖານປະ​ຕິ​ບັດ​ງານເພື່ອສົ່ງ ກຳລັງທະຫານເຂົ້າໄປໃນຢູເຄຣນ ຕອນ​ທີ່ການບຸກລຸກໄດ້ເລີ້ມຂຶ້ນໃນເດືອນກຸມພາປີ ກາຍນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG