ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼ້າສຸດໃນຢູເຄຣນ: ຣັດເຊຍລາຍງານວ່າ ເຮືອບິນບໍ່ມີຄົນຂັບຂອງ ຢູເຄຣນ ໂຈມຕີ ມົສກູ


ອາຄານອາພາດທ໌ເມັນ ມີຄັວນກຸ້ມອອກມາ ລຸນຫຼັງຖືກໂຈມຕີຢູ່ໃນເມືອງ Kryvyi Rih, ຢູເຄຣນ, ວັນທີ 31 ກໍລະກົດ 2023.
ອາຄານອາພາດທ໌ເມັນ ມີຄັວນກຸ້ມອອກມາ ລຸນຫຼັງຖືກໂຈມຕີຢູ່ໃນເມືອງ Kryvyi Rih, ຢູເຄຣນ, ວັນທີ 31 ກໍລະກົດ 2023.

ບັນດາເຈົ້າໜ້າທີ່ຂອງຣັດເຊຍ ໄດ້ກ່າວໃນວັນອັງຄານມື້ນີ້ ວ່າ ລະບົບປ້ອງກັນ ໄພທາງອາກາດໄດ້ຍິງພວກເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ຂອງຢູເຄຣນຫຼາຍ ລຳຕົກ ທີ່ແນເປົ້າໝາຍໃສ່ນະຄອນຫຼວງມົສກູ ໂດຍມີຊາກຫັກພັງຈາກນຶ່ງໃນ ເຮືອບິນໂດຣນ ທີ່​ໄດ້ໂຈມຕີຕຶກຫຼາຍຊັ້ນໃນນະຄອນຫຼວງຂອງຣັດເຊຍ.

ຜູ້ປົກຄອງນະຄອນຫຼວງ ມົສກູ ທ່ານເຊີເກ ໂຊບາຍຢານິນ ໄດ້ກ່າວຜ່ານທາງ ເທເລແກຣມ ວ່າຕຶກດັ່ງກ່າວນັ້ນເປັນຕຶກດຽວກັນທີ່ຖືກໂຈມຕີໃນລະຫວ່າງ ການໂຈມຕີດ້ວຍໂດຣນຂອງຢູເຄຣນ ອີກຕ່າງຫາກເມື່ອວັນອາທິດແລ້ວນີ້.

ບໍ່ມີລາຍ​ງານ ກ່ຽວ​ກັບ ຜູ້ໃດໄດ້ຮັບບາດເຈັບຈາກການໂຈມຕີໃນວັນອັງຄານມື້ນີ້.

ພວກເຮືອບິນໂດຣນຂອງຢູເຄຣນ ທີ່ໄດ້ຖະລົ່ມຂົງເຂດນະຄອນຫຼວງຂອງ ຣັດເຊຍ ຫຼາຍຮອບໃນເດືອນກໍລະກົດນັ້ນ ໄດ້ເປີດເຜີຍໃຫ້ເຫັນຄວາມອ່ອນແອ ຂອງມົສກູ ຂະນະທີ່ສົງຄາມຂອງຣັດເຊຍໃນຢູເຄຣນຂອງຕົນ ກໍແກ່ຍາວເຂົ້າສູ່ ເດືອນທີ 18 ແລ້ວ.

ການໂຈມຕີທັງຫຼາຍ ລວມທັງໃນວັນອັງຄານມື້ນີ້ ແມ່ນລວມມີການແນເປົ້າໝາຍ ໃສ່ເຂດທຸລະກິດທີ່ເອີ້ນວ່າ Moskva-Citi ທີ່ຕັ້ງຢູ່ຫ່າງຈາກວັງເຄຣມລິນທາງກ້ຳ ຕາເວັນຕົກຫຼາຍກິ​ໂລ​ແມັດ ເຮັດໃຫ້ເກີດຄວາມຕື່ນຕົກໃຈພາຍໃນບັນດານາຍ ຈ້າງແລະພະນັກງານຢູ່ທີ່ນັ້ນ ຜູ້ທີ່ຮູ້ສຶກໄດ້ວ່າ ສົງຄາມໄດ້ເຂົ້າມາເຖິງສູນບັນຊາ ການຂອງຣັດເຊຍ.

ຜູ້ສືບສວນກວດກາຄົນນຶ່ງ ຢືນເບິ່ງລົດທີ່ຖືກທໍາລາຍທີ່ຖືກຍິງ ໂດຍເຈົ້າໜ້າທີ່ຂອງຣັດເຊຍ ຢູ່ໃນຂົງເຂດໂດເນດສ໌ ກ່າວວ່າ ເປັນການກະທໍາໂດຍກອງກໍາລັງຢູເຄຣນ, ໃນເມືອງໂດເນດສ໌, ໃນພູມິພາກທີ່ຖືກຄວບຄຸມໂດຍ ຣັດເຊຍ, ພາກຕາເວັນອອກຂອງຢູເຄຣນ, ວັນທີ 31 ກໍລະກົດ 2023.
ຜູ້ສືບສວນກວດກາຄົນນຶ່ງ ຢືນເບິ່ງລົດທີ່ຖືກທໍາລາຍທີ່ຖືກຍິງ ໂດຍເຈົ້າໜ້າທີ່ຂອງຣັດເຊຍ ຢູ່ໃນຂົງເຂດໂດເນດສ໌ ກ່າວວ່າ ເປັນການກະທໍາໂດຍກອງກໍາລັງຢູເຄຣນ, ໃນເມືອງໂດເນດສ໌, ໃນພູມິພາກທີ່ຖືກຄວບຄຸມໂດຍ ຣັດເຊຍ, ພາກຕາເວັນອອກຂອງຢູເຄຣນ, ວັນທີ 31 ກໍລະກົດ 2023.

ສ່ວນບໍລິສັດຍັກໃຫຍ່ດ້ານ​ເທັກ​ໂນ​ໂລ​ຈີ Yandex ຊຶ່ງມີສຳນັກງານຢູ່ອ້ອມຮອບ ນະຄອນຫຼວງຂອງ ຣັດເຊຍ ລວມທັງ Moskva-Citi ໄດ້ຂໍໃຫ້ພວກພະນັກງານ ຂອງຕົນ ຍົກຍ້າຍ ອອກຈາກຫ້ອງການໃນຕອນຄ່ຳ ເມື່ອການໂຈມຕີທາງອາ ກາດຕໍ່ນະຄອນຫຼວງຂອງຣັດເຊຍ ແມ່ນມີແນວໂນ້ມທີ່ຈະເກີດຂຶ້ນ.

ສະຫະລັດ ບໍ່ໄດ້ຊຸກຍູ້ ຫຼື ໃຫ້ສິດໂຈມຕີຢູ່ໃນຣັດເຊຍ ຊຶ່ງເຈົ້າໜ້າທີ່ຜູ້ປະສານ ງານສະພາຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານຈອນ ເຄີບີ ໄດ້ກ່າວຕໍ່ອົງການຂ່າວ CNN ໃນວັນຈັນວານນີ້.

ການໂຈມຕີຂອງຣັດເຊຍ ຕໍ່ເມືອງຕ່າງໆຂອງຢູເຄຣນ ໄດ້ເຮັດໃຫ້ມີຮ່ອງຮອຍ ຂອງຜູ້ເສຍຊີວິດ ແລະບາດເຈັບຫຼວງຫຼາຍຈຶ່ງກະຕຸ້ນໃຫ້ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ເນັ້ນໜັກເຖິງຄວາມຕ້ອງການພວກອາວຸດ ທີ່ມີໄລຍະໄກ.

ຢ່າງໜ້ອຍຫົກກຄົນໄດ້ເສຍຊີວິດໂດຍລູກສອນໄຟສອງລູກຂອງ ຣັດເຊຍ ທີ່ໄດ້ໂຈມ​ຕີເມືອງ ກຣີວ໌ຢີ ຣີ ໃນພາກໃຕ້ຂອງຢູເຄຣນ ຊຶ່ງເປັນບ້ານເກີດ ຂອງທ່ານເຊເລັນສກີ ອີງຕາມການກ່າວຂອງເຈົ້າໜ້າທີ່ຢູເຄຣນ ໃນວັນຈັນ ວານນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG