ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ພາບ ຢູ​ໂຣບ ວາ​ງມາດ​ຕະ​ການ​ລົງ​ໂທດ​ໃໝ່ ​ຕໍ່ ຣັດ​ເຊຍ, ແນ​ເປົ້າ​ໃສ່​ຊ່ອງ​ຫວ່າງ​ດ້ານ​ການ​ຄ້າ


ທະ​ຫານ​ນາ​ວິ​ກະ​ໂຍ​ທິນ ກອ​ງ​ພົນ​ທີ 35 ຍິງ​ປືນ​ຄົກ 120ມມ ໃສ່​ຕຳ​ແໜ່ງ​ຂອງ ຣັດ​ເຊຍ ເພື່ອ​ປົດ​ປ່ອຍ​ບ້ານ ສ​ໂຕ​ໂຣ​ເຊ​ເວ, ພາກ​ພື້ນ ໂດ​ເນັດ​ສ໌, 21 ມິ​ຖຸ​ນາ 2023.
ທະ​ຫານ​ນາ​ວິ​ກະ​ໂຍ​ທິນ ກອ​ງ​ພົນ​ທີ 35 ຍິງ​ປືນ​ຄົກ 120ມມ ໃສ່​ຕຳ​ແໜ່ງ​ຂອງ ຣັດ​ເຊຍ ເພື່ອ​ປົດ​ປ່ອຍ​ບ້ານ ສ​ໂຕ​ໂຣ​ເຊ​ເວ, ພາກ​ພື້ນ ໂດ​ເນັດ​ສ໌, 21 ມິ​ຖຸ​ນາ 2023.

ສະ​ຫະ​ພາບ ຢູ​ໂຣບ ໃນ​ວັນ​ພຸດ​ວານນີ້​ໄດ້​ວາ​ງມາດ​ຕະ​ກາ​ນ​ລົງ​ໂທດ​ໃສ່ ຣັດ​ເຊຍ ສຳ​ລັບ​ການ​ເຮັດ​ສົງ​ຄາມ​ຂອງ​ພວກ​ເຂົາ ​ກັບ ຢູ​ເຄ​ຣນ, ໂດຍ​ໄດ້​ແນ​ເປົ້າ​ໃສ່​ປະ​ເທດ​ຕ່າງໆ​ທີ່​ທຸ​ລະ​ກິດ​ທັງຫຼາຍ​ໄດ້​ໃຊ້​ຊ່ອງ​ຫວ່າງ​ໃນ​ມາ​ດ​ຕະ​ການ​ລົງ​ໂທດຄັ້ງ​ທີ່​ຜ່ານ​ມາ​ເພື່ອ​ສືບ​ຕໍ່​ເຮັດ​ການ​ຄ້າ​ກັບ ຣັດ​ເຊຍ, ທີ່​ໄດ້​ສະ​ໜັບ​ສະ​ໜູນ​ການ​ບຸກ​ລຸກ 16 ເດືອນ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດິ​ເມຍ ປູ​ຕິນ ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ສະ​ຫະ​ພາບ ຢູ​ໂຣບ ທີ່​ມີ​ສະ​ມາ​ຊິກ 27 ປະ​ເທດ​ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ 10 ຮອບ​ໃສ່ບໍ​ລິ​ສັດຕ່າງໆ​ຂອງ ຣັດ​ເຊຍ, ໃນ​ຂະ​ນະ​ດຽວ​ກັບ​ໄດ້ກັກ​ຊັບ ແລະ ຫ້າມ​ການ​ເດີນ​ທາງ​ຕໍ່​ເຈົ້າ​ໜ້າ​ທີ່ຫຼາຍກວ່າ 1,000 ຄົນ.

ມາດ​ຕະ​ການລົງ​ໂທດໃໝ່​ນັ້ນ​ໄດ້​ແນ​ເປົ້າ​ໃສ່​ການ​ກີດ​ກັນ​ວັດ​ຖຸ​ທີ່​ກ່ຽວ​ຂ້ອງ​ກັບ​ສົງ​ຄາມ ແລະ ສິນ​ຄ້າບໍ່​ໃຫ້​ໄປ​ຮອດ ຣັດ​ເຊຍ ຜ່ານ​ປະ​ເທດ​ຕ່າງໆ​ທີ່​ເຮັດ​ການ​ຄ້າ​ກັບ​ສະ​ຫະ​ພາບ​ຢູ​ໂຣບ ແຕ່​ຍັງ​ໄດ້​ຮັກ​ສາ​ສາຍ​ພົວ​ພັນ​ທາງ​ການ​ຄ້າ​ຕາມ​ປົກ​ກະ​ຕິ​ກັບ ມົ​ສ​ກູ.

ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ ຢູ​ໂຣບ ທ່ານນາງ ເອີ​ຊູ​ລາ ວອນ​ ເດີ ເລ​ເຢັນ, ເຊິ່ງ​ແມ່ນ​ຫົວ​ໜ້າ​ອຳ​ນາດ​ບໍ​ລິ​ຫານ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ໄດ້​ກ່າວ​ວ່າ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ຈະ “ຮັບ​ມື​ກັບ​ການ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ເຄື່ອງ​ຈັກ​ສົງ​ຄາມ​ຂອງ​ທ່ານ ປູ​ຕິນ ດ້ວຍ​ການ​ຫ້າມ​ສົ່ງ​ອອກ​ທີ່​ເຄັ່ງ​ຄັດ​ກວ່າ​ເກົ່າ, ແນ​ເປົ້າ​ໃສ່​ອົງ​ກອນ​ຕ່າງໆ​ທີ່​ສະ​ໜັບ​ສະ​ໜູນ​ວັງ ເຄ​ຣັມ​ລິນ.”

ທ່ານ​ນາງ​ໄດ້​ກ່າວ​ວ່າ “ເຄື່ອງ​ມື​ຕໍ່​ຕ້ານ​ການຫຼົບຫຼີກ​ຂອງ​ພວກ​ເຮົາ​ຈະ​ປ້ອງ​ກັນ ຣັດ​ເຊຍ ຈາກ​ການ​ໄດ້​ຮັບ​ສິນ​ຄ້າ​ທີ່​ຖືກ​ຂວ້ຳ​ບາດ.”

ນອກ​ຈາກ​ມາດ​ຕະ​ການ​ລົງ​ໂທດ​ຕໍ່ ອີ​ຣ່ານ ທີ່​ຖືກ​ກ່າວ​ຫາ​ວ່າ​ໄດ້​ສະ​ໜອງ​ໂດ​ຣນ​ໃຫ້ ຣັດ​ເຊຍ ນັ້ນ, ມັນ​ເປັນ​ຄັ້ງ​ທຳ​ອິດ​ທີ່​ສະ​ຫ​ະ​ພາບ​ຢູ​ໂຣບ​ໄດ້​ແນ​ເປົ້າ​ໃສ່​ການ​ຄ້າ​ຜ່ານ​ປະ​ເທດ​ອື່ນໆ.

ມາດ​ຕະ​ການ​ໃໝ່​ດັ່ງ​ກ່າວ​ຍັງ​ໄດ້​ແນ​ເປົ້າ​ໃສ່ 71 ບຸກ​ຄົນ ແລະ 33 ອົງ​ກອນ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເນ​ລະ​ເທດ​ເດັກ​ນ້ອຍ​ ຢູ​ເຄ​ຣນ​ ໄປ ຣັດ​ເຊຍ​ ຢ່າງ​ຜິດ​ກົດ​ໝາຍ.

ພ້ອມ​ກັນ​ນັ້ນ​ຍັງ​ລວມ​ມີ​ການ​ຫ້າມ​ເຂົ້າ​ຫາ​ທ່າ​ເຮືອ​ຕ່າງໆ​ໃນ​ສະ​ຫະ​ພາບ​ຢູ​ໂຣ​ບ​ໂດຍ​ເຮືອ​ທີ່​ພົວ​ພັນ​ໃນ​ການ​ຂົນ​ສົ່ງ​ກຳ​ປັ່ນ​ຕໍ່​ກຳ​ປັ່ນ ເວ​ລາ​ທີ່​ມັນ​ມີ​ການ​ສົງ​ໄສ​ວ່າ​ເຮືອ​ລຳ​ນັ້ນ​ແມ່​ນບໍ່​ໄດ້​ເຄົາ​ລົບ​ການ​ຫ້າມ​ນຳ​ເຂົ້າ​ນ້ຳ​ມັນ​ດິບ ຣັດ​ເຊຍ ທາງ​ທະ​ເລ ແລະ ຜະ​ລິດ​ຕະ​ພັນ​ນ້ຳ​ມັນ​ເປ​ໂຕ​ຣ​ລຽມ​ເຂົ້າ​ມາ​ໃນ​ກຸ່ມ​ດັ່ງ​ກ່າວ. ນອກ​ຈາກ​ນັ້ນ​ມາດ​ຕະ​ການ​ດັ່ງ​ກ່າວ​ກໍ​ຈະ​ສະ​ເໜີ​ການ​ລະ​ງັບ​ໃບ​ອະ​ນຸ​ຍາດ​ການ​ອອກ​ອາ​ກາດ​ຂອງ​ສື່ມວນ​ຊົນ​ທີ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ ຣັດ​ເຊຍ 5 ແຫ່ງ​ໃນສະ​ຫະ​ພາບ​ຢູ​ໂຣບ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG