ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ປູ​ຕິນ ໂຈມ​ຕີ​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ ໃນ​ຂະ​ນະ​ທີ່ ຣັດ​ເຊຍ ລະ​ນຶກ​ເຖິງ​ການ​ເອົາ​ຊະ​ນະ ນາ​ຊີ ເຢຍ​ຣະ​ມັນ


ລົດ​ຖັງ​ສະ​ໄໝ​ສະ​ຫະ​ພາບ ໂຊ​ຫວຽດ E-34 ນຳ​ໜ້າ​ລົດ​ຫຸ້ມ​ເກາະ ຣັດ​ເຊຍ ໃນ​ຈະ​ຕຸ​ລັດ​ແດງ ໃນ​ລະ​ຫວ່າງ​ການ​ເດີນ​ສວນ​ສະ​ໜາມກອງ​ທັບ​ໃນ​ວັນ​ໄຊ​ຊະ​ນະ, ນະ​ຄອ​ນຫຼວງ ມົ​ສ​ກູ, ຣັດ​ເຊຍ, 9 ພຶດ​ສະ​ພາ 2023, ລະ​ນ​ຶກ​ເຖິງວັນ​ຄົບ​ຮອບ 78 ປີ​ຂອງ​ການ​ສິ້ນ​ສຸດ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ.
ລົດ​ຖັງ​ສະ​ໄໝ​ສະ​ຫະ​ພາບ ໂຊ​ຫວຽດ E-34 ນຳ​ໜ້າ​ລົດ​ຫຸ້ມ​ເກາະ ຣັດ​ເຊຍ ໃນ​ຈະ​ຕຸ​ລັດ​ແດງ ໃນ​ລະ​ຫວ່າງ​ການ​ເດີນ​ສວນ​ສະ​ໜາມກອງ​ທັບ​ໃນ​ວັນ​ໄຊ​ຊະ​ນະ, ນະ​ຄອ​ນຫຼວງ ມົ​ສ​ກູ, ຣັດ​ເຊຍ, 9 ພຶດ​ສະ​ພາ 2023, ລະ​ນ​ຶກ​ເຖິງວັນ​ຄົບ​ຮອບ 78 ປີ​ຂອງ​ການ​ສິ້ນ​ສຸດ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ.

ຣັດ​ເຊຍ ໄດ້​ເດີ​ຍ​ສວນ​ສະ​ໜາມ​ກຳ​ລັງ​ທະ​ຫານ ແລະ ອາ​ວຸດ​ຂ້າ​ມ​ຈະ​ຕຸ​ລັດ​ແດງ​ໃນ​ນະ​ຄອນຫຼວງ ມົ​ສ​ກູ ເມື່ອ​ວັນ​ອັງ​ຄານ​ວານນີ້ ໃນ​ການ​ລະ​ນຶກ​ເຖິງ​ໄຊ​ຊະ​ນະ​ຂອງ​ເຂົາ​ເຈົ້າ​ຕໍ່​ລັດ​ທິ ນາ​ຊີ ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ, ແຕ່​ມັນ​ແມ່ນ​ການ​ສະ​ເຫຼີມ​ສະຫຼອງ ​ທີ່​ຖືກ​ຕັດ​ສັ້ນ​ລົງ​ຢ່າງຫຼວງຫຼາຍ​ ຈາກ​ປີ​ທີ່​ຜ່ານ​ມາ ຍ້ອນ​ຄວາມ​ລົ້ມ​ແຫຼວ​ໃນ​ສະ​ໜາມ​ລົບ​ໃນ​ການ​ບຸກ​ລຸກ ຢູ​ເຄ​ຣນ 14 ເດືອນ​ຂອງ​ເຂົາ​ເຈົ້າ.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ທີ່​ສະ​ແດງ​ຄວາມ​ຮູ້​ສຶກ​ຢ່າງ​ຮຸນ​ແຮງ​ຕໍ່​ໜ້າ​ວັງ​ເຄ​ຣັມ​ລິນ​ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ໂຈມ​ຕີ “ບັນ​ດາ​ຜູ້​ມີ​ອຳ​ນາດ​ຕາ​ເວັນ​ຕົກ​ໃນ​ທົ່ວ​ໂລກ,” ພັນ​ທະ​ມິດ​ຂອງ ຣັດ​ເຊຍ ໃນ​ສົງ​ຄາມ​ໂລກ​ເມື່ອ 80 ປີ​ທີ່​ຜ່ານ​ມາ, ແລະ ໄດ້​ກ່າວ​ວ່າ ຄວາມ​ສີ​ວິ​ໄລແມ່ນຢູ່​ໃນ “ຈຸດ​ທີ່​ກຳ​ລັງ​ຫັນ​ປ່ຽນ​ແປງ​ຢ່າງ​ແນ່ນອນ.”

ຜູ້​ນຳ ຣັດ​ເຊຍ ໄດ້​ກ່າວ​ວ່າ “ສົງ​ຄາມ​ທີ່​ແທ້​ຈິງ​ແມ່ນ​ໄດ້​ດຳ​ເນີນ​ຂຶ້ນ​ຕໍ່​ບ້ານ​ເກີດ​ຂອງ​ພວກ​ເຮົາ.”

ການ​ເດີນ​ສວນ​ສະ​ໜາມ​ຈະ​ຕຸ​ລັດ​ແດງ​ແມ່ນ​ມີ​ການ​ສະ​ແດງ​ທີ່​ໂອ້ອວດ​ຕາມ​ປະ​ເພ​ນີ​ຂອງ​ເຂົາ​ເຈົ້າ​ແມ່ນ​ມັນ​ຖືກ​ຕັດ​ສັ້ນ​ລົງ​ຢ່າງບໍ່​ມີ​ຄວາມ​ຜິດ​ພາດ​ຈາກ​ການ​ສະ​ເຫຼີ​ມ​ສະຫຼອງ​ເມື່ອ​ວັນ​ທີ 9 ພຶດ​ສະ​ພາ​ທີ່​ຜ່ານ​ມາ​ ກ່ຽວ​ກັບ ໄຊ​ຊະ​ນະ​ຂອງ​ພັນ​ທະ​ມິດ​ໃນ ຢູ​ໂຣບ. ແທນ​ທີ່​ໃຫ້​ກອງ​ທະ​ຫານ​ຮາບ​ລົດ​ຖັງ​ລຸ້ນ​ໃໝ່​ນັ້ນ, ແມ່ນ​ລົດ​ຖັງ​ບູ​ຮານ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​ T-34 ຄັນ​ດຽວ​ແລ່ນ​ຂ້າ​ມ​ຈະ​ຕຸ​ລັດ​ດັ່ງ​ກ່າວ. ການ​ບິນ​ຜ່ານ​ຂອງ​ເຮືອ​ບິນ​ລົບ​ຕາ​ມ​ປົກ​ກະ​ຕິ​ແມ່ນ​ຖືກ​ຍົກ​ເລີກ.

ຢູ່​ແນວ​ໜ້າ​ການ​ຕໍ່​ສູ້​ໃນ ຢູ​ເຄ​ຣນ, ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ການ

​ປ້ອງ​ກັນ​ອາ​ກາດ​ຂອງ​ເຂົາ​ເຈົ້າ​ໄດ້​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂອງ​ຣັດ​ເຊຍຕົກ 23 ຈາກ 25 ລູກສ່ວນ​ໃຫຍ່ຢູ່​ນະ​ຄອນຫຼວງ ກີ​ຢິບ ເມື່ອ​ຂ້າ​ມ​ຄືນ​ທີ່​ຜ່ານ​ມາ, ແລະ ບໍ່​ມີ​ລາຍ​ງານ​ຜູ້​ບາດ​ເຈັບ ແລະ ເສ​ຍ​ຊີ​ວິດ.

ອ່ານ​ຂ່າວນີ້​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG