ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວຫຼ້າສຸດກ່ຽວ​ກັບຢູເຄຣນ: ທ່ານສະໂຕລເຕັນເບີກ ກ່າວ​​ວ່າ ອົງ​ການເນໂຕ ​ຈະບໍ່ເຊີນຢູ​ເຄ​ຣນ ​ເຂົ້າ​ຮ່ວມ ໃນປັດຈຸບັນນີ້


ເລຂາທິການໃຫຍ່ອົງການເນໂຕ ທ່ານເຈັນ ສະໂຕນເຕັນເບີກ ລະຫວ່າງກອງປະຊຸມນັກຂ່າວ ທີ່ນະຄອນເບີລິນ ປະເທດເຢຍຣະມັນ ວັນທີ 19 ມິຖຸນາ 2023
ເລຂາທິການໃຫຍ່ອົງການເນໂຕ ທ່ານເຈັນ ສະໂຕນເຕັນເບີກ ລະຫວ່າງກອງປະຊຸມນັກຂ່າວ ທີ່ນະຄອນເບີລິນ ປະເທດເຢຍຣະມັນ ວັນທີ 19 ມິຖຸນາ 2023

ຈະບໍ່ມີການສົນທະນາຕໍ່ໄປ ກ່ຽວກັບການເຂົ້າຮ່ວມອົງ​ການ​ເນ​ໂຕ້​ຂອງຢູເຄຣນ ຢູ່​ທີ່ກອງປະຊຸມສຸດຍອດ ​ທີ່ຈະມີຂຶ້ນໃນເດືອນກໍລະກົດຈະມາເຖິງນີ້ ຢູ່ນະຄອນວິລນຽ​ສ ປະເທດລີທົວເນຍ ທີ່ຫົວໜ້າອົງການເນໂຕ ທ່່ານເຈັນ ສະໂຕລເ​ຕັນເບີກ ໄດ້ກ່າວລະຫວ່າງກອງປະຊຸມນັກຂ່າວຢູ່ນະຄອນເບີລິນ ໃນວັນຈັນວານນີ້.

ທ່ານສະໂຕລເຕັນເບີກ ໄດ້ກ່າວວ່າ ຈະບໍ່ມີການເຊື້ອເຊີນຢ່າງເປັນທາງການສຳ ລັບຢູເຄຣນ ເຂົ້າຮ່ວມ​ກຸ່ມພັນທະມິດ​ແອັດແລນຕິກເໜືອ ແຕ່ວ່າຈະມີການສົນ ທະນາຢ່າງຈິງຈັງ ລະຫວ່າງກອງປະຊຸມສຸດຍອດ ໃນເດືອນກໍລະກົດວ່າ “ຈະເຄື່ອນໄຫວແບບ​ໃດ​ເພື່ອໃຫ້ຢູເຄຣນມີ​ຄວາມ​ໃ​ກ້​ຊິດກ່ອນເກົ່າ​ກັບເນໂຕ.” ທ່ານກ່າວວ່າ ການເນັ້ນໜັກຂອງກອງປະຊຸມສຸດຍອດ ຈະເວົ້າກ່ຽວກັັບວ່າ ຈະຊ່ວຍໃຫ້ຢູເຄຣນປະສົບຜົນສຳເລັດປ້ອງກັນໂຕ​ຕໍ່ຕ້ານຣັດເຊຍ ແລະກ່າວເພີ້ມວ່າ “ຢ່າງໜ້ອຍຢູເຄຣນໄດ້​ຊະ​ນະ ບໍ່ມີບັນຫາທີ່ຈະສົນທະນາຢູ່ກັບການພົວພັນທັງ ໝົດຕໍ່ການເປັນສະມາຊິກ.”

ທ່ານສະໂຕລເຕັເບີກ ໄດ້ຢືນຢັນວ່າ ມີການເຫັນພ້ອມຮ່ວມກັນລະຫວ່າງ ບັນດາສະມາຊິກເນໂຕ ມື້ນຶ່ງຢູເຄຣນຈະເຂົ້າຮ່ວມກຸ່ມພັນທະມິດ ທີ່ເຮັດໃຫ້ຣັດເຊຍບໍ່ມີອໍານາດຍັບຢັ້ງ ການຕັດສິນໃຈດັ່ງກ່າວ.

ຄວາມກະຕືລືລົ້ນຂອງຢູເຄຣນ ໃນການເຂົ້າຮ່ວມອົງ​ການເນໂຕ ມີກ່ອນ​ທັງການຮຸກຮານຂອງຣັດເຊຍ​ປີກາຍນີ້ ແລະ​ການ​ຜະໜວກເອົາໄຄຣເມຍໃນປີ 2014.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ກ່າວໃນວັນເສົາທີ່ຜ່ານມາວ່າ “ລັດຖະບານຂອງທ່ານຈະບໍ່ເຮັດໃຫ້​ເປັນ​ການງ່່າຍ” ​ສຳ​ລັບຢູເຄຣນເຂົ້າຮ່ວມອົງການເນໂຕ ​ໂດຍໃຫ້ຂໍ້ສັງເກດວ່າ ປະເທດທີ່​ໄດ້​ຮັບ​ຄວາມເສຍຫາຍຈາກ​ສົງ​ຄາມ​ດັ່ງ​ກ່າວ ຕ້ອງປະຕິບັດເຊັ່ນດຽວກັນກັບກໍລະນີ ຂອງບັນດາສະມາຊິກປະ ເທດອື່ນໆ.

ອ່ານຂ່າວນີີ້ເປັນພາສາອັງກິດ

XS
SM
MD
LG